ປະກົດການຫຍໍ້ທໍ້ໃນ ສັງຄົມ ລາວ


2013.11.20
F-Mekong ປະກົດການຫຍໍ້ທໍ້ໃນ ສັງຄົມ ລາວ
RFA/BM

 

ປັດຈຸບັນຂ່າວກ່ຽວກັບເຣື້ອງ ການແຂວນຄໍຕາຍ ຂອງຊາວໜຸ່ມລາວ ປາກົດວ່າມີຢູ່ ໃນສື່ສັງຄົມອອນລາຍ ຜ່ານທາງອິນເຕິເນັດຮວມທັງຂ່າວ ຂອງທາງການລາວກໍອອກເປັນປະຈໍາ. ເລີ້ມແຕ່ເດືອນ ສິງຫາ 2013 ມາຮອດດຽວນີ້ເຫັນວ່າມີຊາວນະຄອນຫລວງວຽງຈັນຈໍາພວກນຶ່ງແຂວນ ຄໍຕາຍ ຍ້ອນຕິດໜີ້ສິນຫຼາຍ ແລ້ວບໍ່ມີເງິນໃຊ້ແທນຄືນ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງເວົ້າວ່າ:

"ພວກອັນນີ້ ມັນກໍເວົ້າບໍ່ຊ່າງ ມັນກໍມີຫລາຍສາເຫດຂອງມັນ ຈໍານວນນຶ່ງກໍເປັນໜີ້ເປັນສິນບໍ? ມີບັນຫາບໍ່ຮູ້ທາງອອກ ບໍ່ຮູ້ທາງຈະແກ້ຄິດສັ້ນ ແລ້ວກໍບໍ່ມີທາງອອກ ແລ້ວກໍແຂວນຄໍຕາຍ".

ທ່ານເວົ້າວ່າ ການແຂວນຄໍຕາຍ ຍ້ອນຕິດໜີ້ຕິດສິນ ນັ້ນສ່ວນໃຫຽ່ແມ່ນຍ້ອນຫຼິ້ນ ການພະນັນປະເພດຕ່າງໆ ຊຶ່ງເຫັນມີຫລາຍໃນໝູ່ຊາວໜຸ່ມ ທຸກມື້ນີ້. ນອກຈາກນັ້ນ ບາງຄົນກໍເກີດຜິດຫວັງໃນຊີວິດ ແລະຕິດຢາບ້າ ຢາເສບຕິດ.

ໜັງສືພິມວຽງຈັນທາມສຣາຍງານໃນວັນທີ 20 ພຶສຈິກາ 2013 ນີ້ວ່າ ປັດຈຸບັນ ບັນຫາຢາເສບຕິດ ແລະຕິດການພະນັນ ເຮັດໃຫ້ປະຊາຊົນ ແຂວນຄໍຕາຍ. ເມື່່ອວັນທີ 18 ພຶສຈິກາ ຊາວໜຸ່ມຢູ່ນະຄອນຫລວງວຽງຈັນ ແຂວນຄໍຕາຍ 2 ຄົນ. ຄົນນຶ່ງຢູ່ບ້ານພະລານໄຊເມືອງສີສັດຕະ ນາກ ຍ້ອນຂໍເງິນແມ່ ໄປຊື້ຢາເສບຕິດບໍ່ພໍ ແລະອີກຄົນນຶ່ງ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ຍ້ອນຕິດຢາເສບຕິດ. ສອງຄົນທີ່ວ່ານີ້ເຄີຍ ມີປະຫວັດ ຖືກສົ່ງໄປສູນບໍາບັດ ຜູ້ຕິດຢາເສບຕິດແລ້ວ ແຕ່ກັບມາເສບຄືນໃໝ່.

ກ່ອນໜ້ານີ້ ເມື່ອວັນທີ 6 ພຶສຈິກາ ກໍມີແມ່ຍິງວັຍ 24 ປີ ບໍ່ມີວຽກເຮັດງານທໍາ ກໍແຂວນຄໍຕາຍ ແບບບໍ່ຮູ້ສາເຫດ ແລະທ້າຍເດືອນກັນຍາ ທີ່ຜ່ານມາ ກໍມີຊາວໜຸ່ມ ແຂວນຄໍຕາຍແບບບໍ່ຮູ້ສາເຫດຄືກັນ ຢູ່ບ້ານ ໜອງແຕ່ງເໜືອເມືອງສີໂຄດຕະບອງ. ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ພາກ ສ່ວນກ່ຽວຂ້ອງ ຕ້ອງມີແນວທາງ ປ້ອງກັນ ແລະແກ້ໄຂບັນຫາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.