ຄໍາສັ່ງເລຂທີ 15/ນຍ ຖືກລະເມີດ: ປຊຊ

ອຸ່ນແກ້ວ ສຸກສະຫວັນ
2020.02.14
ຣົດແກ່ໄມ້ທ່ອນ ຈາກສນາມໄມ້ ເມືອງສນາມ ກຳລັງເຂົ້າໄປໂຮງເລື່ອຍ ແຂວງອັດຕະປື.
ຮູບພາບ ຖ່າຍວັນທີ 13 ມິຖຸນາ 2019 ໂດຍ:ນັກຂ່າວ ພົລເມືອງ

ກ່ອນໜ້າທີ່ຈະມີຄຳສັ່ງເລຂທີ 15 ນາຍົກຣັຖມົນຕຣີ ວ່າດ້ວຍການຫ້າມສົ່ງອອກມໄມ້ ທີ່ອອກມາໃນເດືອນ ພຶສພາ ປີ 2016, ຈະມີການ ສົ່ງອອກ ໄມ້ທ່ອນ ໄປຕ່າງປະເທດ ຢ່າງເປີດເຜີຍ ແລະ ເປັນຈຳນວນ ຫລາຍແສນແມັດກ້ອນຕໍ່ປີ. ປະຊາຊົນໃນຫຼາຍແຂວງ ເຫັນຣົດ ແກ່ໄມ້ທ່ອນ ຂນາດໃຫຍ່ ໄປປະເທດວຽດນາມ, ຊຶ່ງໄມ້ແຕ່ລະທ່ອນ ມີຂນາດໃຫຍ່ 3-4 ຄົນ ກອດ ຈຶ່ງຫຸ້ມ ຫລື ໃຫຍ່ກວ່ານັ້ນກໍມີ.

ແຕ່ຫລັງຈາກມີຄຳສັ່ງເລຂທີ 15 ຂອງນາຍົກອອກມາ ການສົ່ງໄມ້ ອອກໄປຕ່າງປະເທດ ກໍປະກົດວ່າ ມິດໄປປະມານ 3-4 ປີ ແຕ່ກໍບໍ່ ໝາຍຄວາມວ່າ ການລັກລອບ ສົ່ງອອກໄມ້ຈະໝົດໄປ.

ໃນຄວາມເປັນຈິງແລ້ວ ຍັງມີການສົ່ງລັກລອບສົ່ງໄມ້ ອອກໄປຕ່າງປະເທດ ດ້ວຍການປ່ຽນຮູບແບບການຂົນສົ່ງ ເພື່ອຫລົບຫລີກສາຍຕາ ເຈົ້າໜ້າທີ່ ແລະ ທັງມີການໃຫ້ສິນບົນເຈົ້າໜ້າທີ່ຈຳນວນນຶ່ງ ອີງຕາມຂໍ້ມູນຈາກປະຊາຊົນ ຜູ້ທີ່ຮູ້ເຣື້ອງນີ້. ປະຊາຊົນ ທ່ານນີ້ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

ຢູ່ໃນຄຳສັ່ງເລຂທີ 15 ຂອງນາຍົກ ຣັຖມົນຕຣີ ຫ້າມສົ່ງອອກໄມ້ ທີ່ບໍ່ໄດ້ແປຮູບ, ແຕ່ ຜູ້ລັກລອບ ຈະໃຊ້ໄມ້ສຳລັບຮູບທີ່ແປຮູບ ເປັນສິນຄ້າ ຢອງໄວ້ຂ້າງເທິງ ແລະ ທາງຫລັງ ໃນຂນະທີ່ ໄມ້ຢູ່ທາງໃນ ຈະເປັນໄມ້ ທີ່ບໍ່ໄດ້ ແປຮູບ ຫລື ເອີ້ນອີກ ຢ່າງນຶ່ງ ເປັນໄມ້ຍັດໄສ້.

ເຖິງຢ່າງໃດກໍຕາມ, ຣະບຽບການສົ່ງອອກໄມ້ ຂອງກະຊວງອຸດສາຫະກັມ ແລະ ການຄ້າ ທີ່ຫາອອກມາໃນທ້າຍປີ 2019 ນັ້ນ ຍັງມີເນື້ອໃນ ທີ່ຂັດກັນ ກັບຄຳສັ່ງເລຂທີ 15 ຂອງນາຍົກຣັຖມົນຕຣີ. ຣະບຽບການສົ່ງອອກໄມ້ ຂອງກະຊວງອຸດສາຫະກັມ ແລະການຄ້າ ແມ່ນອະນຸຍາດ ໃຫ້ເອົາໄມ້ ທີ່ບໍ່ມີການແປຮູບອອກໄດ້, ແຕ່ໄມ້ຈະຕ້ອງມີຄວາມໜາ ບໍ່ເກີນ 10 ຊັງຕີແມັດ ແລະ ຂນາດຄວາມກວ້າງ ແລະ ຄວາມຍາວ ເທົ່າໃດກໍໄດ້.

ແຕ່ບັນຫາກໍຄື ພວກຄ້າໄມ້ ຈະລັກລອບເອົາໄມ້ ທີ່ມີຄວາມໜາເກີນ ແຕ່ 15-20 ຊັງຕີແມັດ ຍ້ອນວ່າ ມັນເປັນທີ່ນິຍົມ ຂອງຕລາດ ແລະ ສາມາດນຳເອົາໄປ ແປຮູບໄດ້ຫລາຍຢ່າງ ກວ່າໄມ້ທີ່ມີຄວາມໜາຂນາດ 10 ຊັງຕີແມັດ.

ໃນວັນທີ 24 ມົກກະຣາ, ເຈົ້າໜ້າທີ່ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຢຶດລົດໄມ້ 7 ຄັນ ທີ່ກຳລັງຈະສົ່ງໄມ້ອອກໄປ ປະເທດວຽດນາມ ແລະ ພົບວ່າ ມີໄມ້ຕັບທີ່ບໍ່ໄດ້ແປຮູບ ເປັນຈຳນວນຫລາຍ.

ເຈົ້າໜ້າທີ່ ຜູ້ທີ່ເຮັດວຽກປະຈຳດ່ານສາກົນພູເກືອ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ໄມ້ທີ່ຢຶດໄດ້ເປັນໄມ້ທີແຕ້ ແລະ ໄມ້ແດງ ທີ່ຂົນໄປຈາກໂຮງເລື່ອຍ ຫລັກ 16 ຢູ່ເມືອງໄຊເສດຖາ ແລະ ປັດຈຸບັນ ໄມ້ຢູ່ໃນຣົດບັນທຸກ 7 ຄັນ ຖືກນຳເຂົ້າມາ ກັບໄວ້ຢູ່ໃນ ກອງບັນຊາການ ປກສ ແຂວງອັດຕະປື.

ເຈົ້າໜ້າທີ່ດ່ານ ໄດ້ກ່າວຕື່ມອີກວ່າ: ໄມ້ທີ່ບັນຈຸໄວ້ຢູ່ໃນຣົດ 7 ຄັນນັ້ນ ເປັນໄມ້ທີ່ຍັງບໍ່ທັນມີການແປຮູບ ເປັນຂອງຄົນວຽດນາມ ທີ່ກຳລັງ ຈະສົ່ງໄປປະເທດວຽດນາມ ແຕ່ຖືກເຈົ້າໜ້າທີ່ດ່ານ ກັກໄວ້ກ່ອນ.

ອີກກໍຣະນຶ່ງ ກໍຄື ປະຊາຊົນ ຜູ້ທີ່ຮູ້ເຫດການນີ້ ໄດ້ກ່າວຕໍ່ເອເຊັຽເສຣີ ຕື່ມອີກວ່າ: ເຈົ້າໜ້າທີ່ດ່ານສາກົນພູເກືອ ກຳໄດ້ກັກຣົດໄມ້ອີກ 5 ຄັນ ທີ່ແກ່ໄມ້ໄປຈາກໂຮງເລື່ອຍ ບ້ານອຸກເມືອງສນາມໄຊ ໃນວັນທີ 4 ກຸມພາ ຊຶ່ງໄມ້ດັ່ງກ່າວ ເປັນໄມ້ທີ່ບໍ່ທັນ ໄດ້ມີການແປຮູບ ຖືກເຊື່ອງຊ້ອນ ໄວ້ໃນຣົດຕູ້ຄອນເທນເນີ.

ປັດຈຸບັນ ເຈົ້າໜ້າທີ່ດ່ານພູເກືອກຳລັງກວດກາເບິ່ງ ແຕ່ເຈົ້າໜ້າທີ່ດ່ານພູເກືອ ບໍ່ໃຫ້ຣາຍລະອຽດໃນເຣື້ອງນີ້. ເອເຊັຽເສຣີ ໄດ້ໂທໄປຫາ ທ່ານ ຄຳພັນ ຫົວໜ້າດ່ານສາກົນພູເກືອ ແຂວງອັດຕະປື ແຕ່ ຫລັງຈາກທີ່ຮັບສາຍແລ້ວ ທ່ານບໍ່ເວົ້າຫຍັງ ແລ້ວທ່ານ ກໍປິດໂທຣະສັບໄປ.

ໃນການເອົາໄມ້ ອອກແຕ່ລະຄັ້ງ ຣົດຄອນເທນເນີນຶ່ງຄັນ ຈະສາມາດບັນຈຸໄມ້ໄດ້ ແຕ່ 28-30 ຕໍ່ນຶ່ງແມັດກ້ອນ ໃນຂນະທີ່ຣາຄາໄມ້ ທີ່ມີ ການຮັບຊື້ຢູ່ໃນໂຮງເລື່ອຍ ແຂວງອັດຕະປື ໃນຣາຄາປະມານ 4,000,000 ກີບ ແຕ່ຖ້າໄມ້ໄປຮອດວຽດນາມແລ້ວ ຈະຂາຍໃນຣາຄາຂາຍ 17,000,000 ກີບ ຕໍ່ ນຶ່ງແມັດກ້ອນ.

ນອກຈາກນີ້ ຍັງມີໂຮງເລື່ອຍ ຢູ່ເຂດບ້ານ ຂີ້ນາກ ເມືອງໂຂງ ແຂວງ ຈຳປາສັກ ທີ່ຍັງມີການຂົນໄປໄມ້ ເຂົ້າມາແປຮູບ ໂດຍເຄື່ອງຈັກ ແກະສລັກໄມ້ ທີ່ທັນສມັຍ ແລະ ມີກັມມະກອນຈີນ ເປັນຜູ້ຄຸມງານ, ແຕ່ຍັງມີໄມ້ອີກຈຳນວນຫຼາຍ ທີ່ບໍ່ມີການແປຮູບ ແລ້ວປົນກັບ ໄມ້ແປຮູບ ເພື່ອສົ່ງອອກ ປະເທດຈີນ ແລະ ປະເທດວຽດນາມ.

ຫ້ອງວ່າການ ສຳນັກງານ ນາຍົກຣັຖມົນຕຼີ ກໍໄດ້ມີການສັ່ງໃຫ້ຕັດໄມ້ ຢູ່ໃນເຂດ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຈຳນວນ 20,000 ແມັດກ້ອນ ເພື່ອເອົາເງິນເຂົ້າ ງົບປະມານລວມ.

ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສນາມໄຊ ເຄີຍໃຫ້ສຳພາດ ຕໍ່ເອເຊັຽເສຣີ ໃນເດືອນມົກກະຣາ ວ່າ:

“ຕັດໄມ້ອອກ ກໍເພື່ອບໍ່ໃຫ້ມັນເຊື່ອມຄຸນ ເສັຍຄຸນ ຂາຍເອົາເງິນມາພັດທະນາແຂວງອັດຕະປື ພັທນາ ເມືອງສນາມໄຊແຫຼະ ເງິນຂາຍໄມ້ ເປັນຂອງຣັຖບານ ບໍ່ແມ່ນຂອງແຂວງ ຣັຖບານຊີ້ນຳ ໃຫ້ແຂວງໄດ້ໃຊ້ ແຂວງກະຈຶ່ງໄດ້ໃຊ້.”

ແຕ່ສິ່ງທີ່ຈະເກີດຂຶ້ນ ກໍຄື ຈະມີການແອບແຝງ ຕັດໄມ້ນອກໂຄຕາເຂົ້າມາ ແລະ ເອົາໄມ້ເຊື່ອງຊ້ອນຢູ່ຈຸດອື່ນ ມາປົນໃສ່ກັບໄມ້ທີ່ມີໂຄຕາ ທີ່ຈະ ສົ່ງອອກໄປ ອີງຕາມຂໍ້ມູນ ຈາກປະຊາຊົນຜູ້ຮູ້ເຫດການ.

ທີ່ຜ່ານມາຣັຖບານ ເຄີຍປະກາດຈະເອົາໃຊ້ມາຕການ ກັບພະນັກງານ ທີ່ໄປມີສ່ວນກ່ຽວກັບການລັກລອບຕັດໄມ້ ແລະ ຜູ້ປະກອບການນຳ, ດັ່ງທ່ານ ຈະເລີນ ເຢັຍປາວເຮີ ໂຄສົກຣັຖບານ ໄດ້ຖແລງຕໍ່ສື່ມວນຊົນ ໃນວັນທີ 23 ກຸມພາ ປີ 2016 ທີ່ຜ່ານມາ ວ່າ:

“ຢາກໃຫ້ຄນະສະເພາະກິດ ຊອກເຫັນໄດ້ຜູ້ກະທຳຜິດ ແລະ ຜູ້ສົມຮູ້ຮ່ວມຄິດ ໃນການຮ່ວມມື ການລັກລອບຂຸດຄົ້ນໄມ້ ການສົ່ງໄມ້ ທີ່ຂັດກັບກົດໝາຍ ແລະ ລະບຽບການປ່າໄມ້ ເພື່ອມາລົງໂທດ ຕາມກົດໝາຍ ແລະລະບຽບການຢ່າງເຂັ້ມງວດ. ການລົງ ໂທດນັ້ນ ບໍ່ສະເພາະແຕ່ ພະນັກງານຂອງຣັຖ ແຕ່ຕ້ອງລວມທັງຜູ້ປະກອບການ ທີ່ກະທຳຜິດກໍຕ້ອງຖືກລົງໂທດ ຕາມກົດໝາຍ ຢ່າງເຂັ້ມງວດ ເຊັ່ນດຽວກັນ.”

ເຖິງຢ່າງໃດກໍຕາມ, ກອງປະຊຸມວຽກງານກວດກາ ທົ່ວປະເທດ ໃນທ້າຍປີ 2019 ທີ່ຜ່ານມາ ໄດ້ເນັ້ນໃສ່ ການສືບຕໍ່ ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ຄຳສັ່ງເລຂທີ 15 ນາຍົກຣັຖມົນຕຼີ ກ່ຽວກັບການຄຸ້ມຄອງໄມ້ ແລະ ທຸຣະກິຈໄມ້, ການປະຕິບັດພັທນາ ໄມ້ ແລະ ບັນຫາອື່ນໆ ເປັນຕົ້ນ ຢູ່ດ່ານຕ່າງໆ ແລະ ຢູ່ລຽບຕາມຊາຍແດນ ເມື່ອພົບເຫັນຜູ້ຣະເມີດ ຕ້ອງດຳເນີນມາຕການແກ້ໄຂຢ່າງເຂັ້ມງວດ.

ອີງຕາມຂໍ້ມູນ ທີປະກົດເປັນຂ່າວ ແລະ ຂໍ້ມູນ ຈາກຜູ້ທີ່ຮູ້ເຫັນການ ຈະເຫັນໄດ້ວ່າ ການລັກລອບ ສົ່ງອອກໄມ້ ໄປຕ່າງປະເທດຍັງປະກົດ ມີຢູ່ ໂດຍຜູ້ລັກລອບ ຈະປ່ຽນຮູບ ທີ່ແນບນຽນກວ່າເກົ່າເທົ່ານັ້ນ ຊຶ່ງສິ່ງດັ່ງກ່າວ ມັນກຳລັງທ້າທາຍ ຄຳສັ່ງເລຂທີ 15 ຂອງນາຍົກ ຣັຖມົນຕຼີ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.