ໂຄງການເຂື່ອນຕ້ອງຍ້າຍ ໂຮງຮຽນ

ສິດນີ
2014.03.10
F-DS-school ໂຮງຮຽນໃນໝູ່ບ້ານ ດອນສະຫົງ ທີ່ຈະຖືກມ້າງຖີ້ມ ໃນໂຄງການສ້າງເຂື່ອນ (ຮູປຖ່າຍ ກັນຍາ 5 2010)
RFA

 

ຊາວບ້ານ ທີ່ອາສັຍ ຢູ່ໃນ ພື້ນທີ່ ກໍ່ສ້າງ ເຂື່ອນ ດອນສະໂຮງ ທ່ານນື່ງ ເວົ້າວ່າ ຊາວບ້ານ ຫລາຍຄົນ ຕ້ອງການ ຢາກຮູ້ວ່າ ໂຄງການ ເຂື່ອນ ດອນສະໂຮງ ຈະມ້າງ ໂຮງຮຽນ ເມື່ອໃດ ແລະ ຈະໃຫ້ທຶນ ສ້າງໃໝ່ ຫລາຍ ປານໃດ ເພື່ອ ຊາວບ້ານ ຈະໄດ້ ຕຣຽມພ້ອມ ເຣື້ອງການ ໂຍກຍ້າຍ ແລະ ການກໍ່ສ້າງ. ດັ່ງ ທ່ານ ກ່າວວ່າ:

"ເພີ່ນກໍ ຕົກລົງ ໂຄງການ MEGA FIRST ເພີ່ນກໍວ່າ ຊີ່ປຸກໃຫ້ ໃຫມ່ ໂຮງຮຽນ ຫນ່າ ການສ້າງສາ ອີ່ຫຍັງ ກໍບໍ່ຂັດ ຂັດແຕ່ວ່າ ເພີ່ນ ຊີ່ປຶກສາ ເພີ່ນບໍ່ມາ ປຶກສາ ກັບ ປະຊາຊົນ ວ່າ ເວລາໃດ ຊີ່ເຮັດ ທີ່ດີນຊີ່ ຊື້ເຂົາບໍ ທົດແທນ ເພີ່ນ ກໍບໍ່ເຫັນ ວ່າຈັ່ງໃດ ຕ່າງປະເທດ ທືນ ຊ່ອຍເຫລືອລ້າ ເຂົາກໍມາ ເບີ່ງແລ້ວ ແຕ່ວ່າເຂົາ ຊີ່ລົງທືນ ສ້າງ ໃຫ້ ມັນຍັງຄາ mega fisrt".

ທ່ານກ່າວ ຕື່ມວ່າ ໃນຊ່ວງ ຕົ້ນປີ 2013 ເຈົ້າຫນ້າທີ່ ໂຄງການ ເຂື່ອນ ດອນສະໂຮງ ໄດ້ເວົ້າກັບ ຊາວບ້ານວ່າ  ພື້ນທີ່ ຂອງ ໂຄງການ ຈະກວມເອົາ ໂຮງຮຽນ ມັທຍົມ ຕົ້ນ ທີ່ບ້ານ ດອນສະດຳ ໃນເນື້ອທີ່ ປະມານ 6.5 ເຮັກຕາ ຕ້ອງມີການ ທັບມ້າງ ອາຄານ ຮຽນ ທັງຫມົດ ທາງ ໂຄງການ ຈະເປັນຜູ້ ແກ້ໄຂ ບັນຫາ ໂດຍໃຫ້ ນາຍບ້ານ ໄປຊອກ ຫາເນື້ອທີ່ ບ່ອນໃຫມ່  ທາງໂຄງການ ຈະຈ່າຍ ຄ່າດິນ ແລະ ຄ່າສ້າງ ໂຮງຮຽນ ຫລັງໃຫມ່ ໃຫ້.

ໃນເດືອນ ກັນຍາ ປີ 2013 ຊາວບ້ານ ໄດ້ແຈ້ງຕໍ່ ໂຄງການວ່າ ພວກຂະເຈົ້າ ໄດ້ ຫາບ່ອນໃຫມ່ ໃນການສ້າງ ໂຮງຮຽນ ໄດ້ແລ້ວ ໃນເນື້ອທີ່ ປະມານ 2 ເຮັກຕາ ຊື່ງ ເຈົ້າຫນ້າທີ່ ໂຄງການ ກໍເຫັນພ້ອມ ນຳ ແລະ ບອກວ່າ ຈະຈ່າຍເງີນ ຄ່າດີນ ແລະ ຄ່າປຸກສ້າງ ໂຮງຮຽນໃຫ້ ແຕ່ມາຮອດ ປັດຈຸບັນ ຍັງບໍ່ມີ ການສືບຕໍ່ ໃນບັນຫາ ດັ່ງກ່າວ ເລີຍ.

ໂຮງຮຽນ ມັທຍົມ ຕົ້ນ ດອນສະດຳ ມີນັກຮຽນ ປະມານ 70 ຄົນ ມີຂັ້ນຮຽນ ຣະດັບ ມ 1 ຫາ ມ 4 ຕັ້ງຢູ່ ພື້ນທີ່ ສ້າງເຂື່ອນ ດອນສະໂຮງ ຊາວບ້ານ ເວົ້າວ່າ ຖ້າໂຮງຮຽນ ຖືກປິດ ໂດຍບໍ່ມີ ການສ້າງ ບ່ອນໃຫມ່ ນັກຮຽນ ຕ້ອງໄດ້ຮັບ ຄວາມລຳບາກ ໃນການ ຂ້າມນ້ຳຂອງ ໄປເຂົ້າ ໂຮງຮຽນ ທີ່ ເມືອງໂຂງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.