ໂຄງການທາງດ່ວນ ຈ່າຍຊົດເຊີຍ 19 ຄອບຄົວ

ສຸພັດຕາ
2019.11.20
F-Expressway1 ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລຂ 1 ຈາກ ເຂດບຶງທາດຫຼວງ ໄປຫາ ບ້ານດົງໝາຍຄາຍ ຣະຍະທາງ 15 ກິໂລແມັດ
ຮູບພາບຈາກ : ວີດີໂອ ເສຖກິດການຄ້າ

ໂຄງການທາງດ່ວນນະຄອນຫຼວງວຽງຈັນໝາຍເລຂ 1 ຈາກເຂດບຶງທາດຫຼວງ ຫາບ້ານດົງໝາຍຄາຍໄລຍະຍາວ 15 ກິໂລແມັດ ເລີ່ມຈ່າຍ ຄ່າຊົດເຊີຍ ໃຫ້ປະຊາຊົນ ເມືອງໄຊທານີ ແລະເມືອງໄຊເສດຖາແລ້ວຈໍານວນ 19 ຄອບຄົວ ພິທີຈ່າຍຄ່າຊົດເຊີຍ ຈັດຂຶ້ນທີ່ສະໂມສອນ ຫ້ອງການປົກຄອງ ເມືອງໄຊທານີ ໃນວັນທີ 19 ພຶສຈິກາ ນີ້, ດັ່ງເຈົ້າໜ້າທີ່ ຜູ້ກ່ຽວຂ້ອງ ໃນໂຄງການດັ່ງກ່າວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ພຶສຈິກາ ນີ້ວ່າ:

“ມື້ວານແລ້ວເດ ເພິ່ນເປີດພິທີ ຊົດເຊີຍຊິປະມານ 20 ຕອນ ເພາະວ່າຈະມີ ເມືອງໄຊທານີແນ່ ເມືອງໄຊເສດຖາແນ່ ຍັງຫຼາຍໆ ສໍາຣວດ ວັດແທກ ກະຊິປະມານ 70 ເປີເຊັນ ແລ້ວ.”

ທ່ານກ່າວຕື່ມວ່າ ການຊົດເຊີຍໃນງວດທີ່ 1 ນີ້ ມີບ້ານໄຊ ກັບບ້ານນາແຄ ເມືອງໄຊທານີ ແລະບ້ານໂນນຄໍ້ເໜືອ ເມືອງໄຊເສດຖາ ຮວມ ມູນຄ່າທັງໝົດ ປະມານ 4,6 ຕື້ກີບ. ຢ່າງໃດກໍຕາມ ການຊົດເຊີຍ ແກ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບ ຍັງຕິດຄ້າງອີກ ຫຼາຍຄອບຄົວ ຊຶ່ງ ຈະທະຍອຍຊົດເຊີຍ ເປັນແຕ່ລະງວດໄປເລື້ອຍໆ ໂດຍປະຊາຊົນທີ່ຖືກ ໂຄງການນີ້ ເມືອງໄຊທານີ ມີ 7 ບ້ານ ແລະ ເມືອງໄຊເສດຖາ 14 ບ້ານ.

ໃນຂນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ເມືອງໄຊເສດຖາ ທ່ານນຶ່ງກ່າວວ່າສໍາລັບປະຊາຊົນ ຜູ້ທີ່ຖືກຜົນກະທົບ ຢູ່ເມືອງໄຊເສດຖາ ສ່ວນໃຫຍ່ ຍັງບໍ່ທັນໄດ້ຄ່າຊົດເຊີຍ ຈາກໂຄງການນີ້ເທື່ອ ຍ້ອນເຈົ້າໜ້າທີ່ ວິຊາການຂອງໂຄງການ ຍັງວັດແທກດິນ ຊາວບ້ານ ບໍ່ທັນແລ້ວ ຄາດວ່າ ຈະຊົດເຊີຍສໍາເຣັດ ໃນທ້າຍປີນີ້:

“ຍັງ ຍັງ ຍັງ ເພິ່ນຍັງລົງວັດແທກ ຢູ່ຮ່ອງສຸພາບ ວຽງຈະເລີນ.”

ໂຄງການທາງດ່ວນ ດັ່ງກ່າວ ໄດ້ອອກແຈ້ງການຕື່ມ ວ່າ ວຽກງານວັດແທກທີ່ດິນ ແລະການຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈະໃຫ້ສໍາເຣັດທັງໝົດ ບໍ່ໃຫ້ກາຍວັນທີ 30 ທັນວາ 2019. ພ້ອມດຽວກັນນັ້ນ ກໍໄດ້ແຈ້ງໄປຍັງປະຊາຊົນ ໃນ 2 ເມືອງ ດັ່ງກ່າວໃຫ້ຄວາມ ຮ່ວມມື ໃນການວັດແທກທີ່ດິນ ພ້ອມກັບໃຫ້ປະກອບເອກກະສານ ໃຫ້ຄົບຖ້ວນ ແລ້ວມອບໃຫ້ແກ່ໂຄງການ. ແລະຖ້າຫາກໂຄງການ ໄດ້ແຈ້ງເຊີນໄປ 3 ຄັ້ງແລ້ວ, ແຕ່ເຈົ້າຂອງດິນບໍ່ໃຫ້ ຄວາມຮ່ວມມື ກໍຈະລຶບລ້າງ ໃບຕາດິນນັ້ນອອກ ແລ້ວ ໃຫ້ເຈົ້າຂອງດິນ ມາຮັບຄ່າ ຊົດເຊີຍ ໃນພາຍຫຼັງ.

ປັດຈຸບັນ ໂຄງການ ທາງດ່ວນ ນະຄອນຫຼວງວຽງຈັນ ຍັງບໍ່ທັນລົງມືສ້າງເທື່ອ ແຕ່ມີແຜນ ຈະເຮັດພິທີ ວາງສີລາເລີກ ກ່ອນວັນຊາດ ທີ 2 ທັນວາ ປີນີ້ ແລະຈະເລີ່ມລົງມື ກໍ່ສ້າງແບບເປັນທາງການ ໃນເດືອນ ມົກຣາ ປີ 2020 ເປັນຕົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.