ສະຖາບັນການເງິນສ້າງຄວາມ ເສັຽຫາຍ

ມະນີຈັນ
2015.12.11
f-kip ທະນາບັດ ເງິນກີບ ສປປລາວ
LPDR

ປະຊາຊົນ ລາວ ຮວມທັງ ພະນັກງານ ຣັຖກອນ ກວ່າ 2 ພັນ ຄົນ ຢູ່ ນະຄອນຫຼວງ ວຽງຈັນ ທີ່ ຖືກ ບໍຣິສັດ ແມັກຄິສ ຕົວະ ເອົາເງິນ ທັງໝົດ 15 ລ້ານ ໂດລາ ສະຫະຣັຖ ຮຽກຮ້ອງ ໃຫ້ ຕໍາຣວດ ເສຖກິດ ຂອງລາວ ເລັ່ງ ສືບສວນ ສອບສວນ ຄະດີ ບໍຣິສັດ ດັ່ງກ່າວ ແລະ ສົ່ງສໍານວນ ຟ້ອງສານ ເພື່ອ ຜູ້ເສັຽຫາຍ ຈະໄດ້ເງິນ ຄືນ ໂດຍໄວ ເນື່ອງຈາກ ຕອນນີ້ ຫຼາຍຄົນ ເດືອດຮ້ອນ ເກືອບບໍ່ມີ ເງິນ ໃຊ້ຈ່າຍແລ້ວ. ຕາມຄໍາເວົ້າ ຂອງ ຜູ້ທີ່ຕົກ ເປັນເຫຍື່ອ ນາງນຶ່ງ ໃນ ວັນທີ 10 ທັນວາ 2015 ນີ້:

"ຮຽກຮ້ອງ ຂໍທົດແທນ ເງິນ ຄືນຫັ້ນແຫຼະ ເອົາແຕ່ທຶນ ຄືນສົ່ງ ກະພໍ ເພິ່ນຍັງ ດໍາເນີນ ຄະດີຢູ່ ໄປຖາມ ຢູ່ຕໍາຣວດ ເສຖກິດ ຫັ້ນ ຍາມໃດ ເພິ່ນກະວ່າ ຍັງດໍາເນີນ ດໍາເນີນຢູ່".

ນາງ ເວົ້າຕື່ມວ່າ ປັຈຈຸບັນ ຄະດີນີ້ ມາຮອດ 2 ເດືອນ ແລ້ວ ແຕ່ການ ດໍາເນີນຄະດີ ຍັງບໍ່ທັນ ຄືບໜ້າ ແຕ່ຢ່າງໃດ. ກ່ອນໜ້າ ນັ້ນ ເຈົ້າໜ້າທີ່ ບອກວ່າ ໄດ້ຈັບ ເຈົ້າຂອງ ແລະ ພະນັກງານ ບໍຣິສັດ ນັ້ນ ໄດ້ທຸກຄົນ ແລ້ວ ແຕ່ຜູ້ ເສັຽຫາຍ ຫຼາຍຄົນ ຍັງສົງໄສ ຢູ່ວ່າ ປັຈຈຸບັນ ຜູ້ທີ່ຕົວະ ເອົາເງິນ ພວກຂະເຈົ້າ ນັ້ນ ຖືກຂັງ ຢູ່ຄຸກ ແທ້ບໍ່? ຫລື ຖືກປະກັນ ຕົວອອກໄປ ຊົ່ວຄາວ ເພາະບໍ່ໄດ້ ເຫັນຂ່າວ ຈາກ ສື່ມວນຊົນ ໃດໆ ເລີຍ.

ຢ່າງໃດກໍຕາມ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ໄປຍັງ ກົມ ຕໍາຣວດ ເສຖກິດ ໃນ ນະຄອນຫຼວງ ວຽງຈັນ ໄດ້ ຄໍາຕອບ ສັ້ນໆວ່າ ປັຈຈຸບັນ ກໍາລັງເຮັດ ຄະດີ ນີ້ຢູ່ ແຕ່ບໍ່ໄດ້ ເປີດເຜີຍ ເພີ່ມ ຕື່ມວ່າ ຜູ້ຕ້ອງຫາ ທີ່ ຮ່ວມກັນ ຕົວະເອົາເງິນ ປະຊາຊົນ ນັ້ນ ຍັງຖືກ ກັກຂັງ ຫລືບໍ່.

ບໍຣິສັດ ແມັກຄິສ ໄດ້ເອົາເງິນ ຈາກ ປະຊາຊົນ ແລະ ພະນັກງານ ຣັຖກອນ ໂດຍອ້າງວ່າ ຈະນໍາໄປ ຫລີ້ນຮຸ້ນ ແລກປ່ຽນ ເງິນ ຢູ່ ຕ່າງປະເທດ ແລ້ວຈະສົ່ງ ເງິນຄືນ ທັງຕົ້ນ ທັງກໍາໄຣ ໃຫ້ຜູ້ທີ່ ຮ່ວມຮຸ້ນ ນໍາ ທັງໝົດ ເຮັດໃຫ້ ມີຜູ້ຫລົງເຊື່ອ ຈໍານວນ ຫລາຍ. ແຕ່ຕໍ່ມາ ບໍຣິສັດ ດັ່ງກ່າວ ບໍ່ໄດ້ຄືນ ເງິນໃຫ້ ປະຊາຊົນ ຕາມ ທີ່ ຕົກລົງກັນ ໄວ້. ດັ່ງນັ້ນ ຜູ້ເສັຽຫາຍ ຈຶ່ງພາກັນ ໄປ ແຈ້ງຄວາມ ອັນເປັນເຫດ ໃຫ້ ບໍຣິສັດ ແມັກຄິສ ຕ້ອງໄດ້ປິດ ກິຈການ ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.