ຄົນຕ່າງດ້າວບໍ່ມີບັດ ຢູ່ລາວ

ໄຊຍາ
2019.12.11
ຄົນງານທີ່ເຂົ້າມາເຮັດວຽກ ໃນໂຄງການພັທນາຕ່າງໆ ຢູ່ ສປປ ລາວ
ຮູບພາບຈາກ: ນັກຂ່າວພົລເມືອງ

ເຈົ້າໜ້າທີ່ກົມຄຸ້ມຄອງແຮງງານ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ ຍອມຮັບວ່າປັດຈຸບັນການຂຶ້ນທະບຽນແຮງງານຕ່າງດ້າວ ທີ່ລັກລອບເຂົ້າມາເຮັດວຽກ ໃນລາວ ແບບຜິດກົດໝາຍຍັງມີຄວາມຫຍຸ້ງຍາກ ແລະ ຍັງບໍ່ທັນມີແນວທາງແກ້ໄຂຢ່າງ ເປັນຮູບປະທັມເທື່ອ. ດັ່ງເຈົ້າໜ້າທີ່ກວດກາແຮງງານ ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວເອເຊັຽເສຣີ ໃນວັນທີ 11 ທັນວາ ວ່າ:

"ຕາມການຄາດການນີ້ ກໍຍັງມີຫຼາຍຢູ່ຜິດກົດໝາຍຫັ້ນແລ້ວ ເຈົ້າມາໆແບບບໍ່ຖືກຕ້ອງ ຕາມຣະບຽບກົດໝາຍເນາະ ບໍ່ມີບັດແຮງງານ ຜິດຫັ້ນ ແຫຼ້ວ ເຣື່ອງຜິດມັນກໍຜິດຢູ່ແລ້ວ."

ທ່ານໄດ້ກ່າວຕື່ມວ່າ ເພື່ອແກ້ບັນຫາຄົນງານຕ່າງດ້າວ ໃຫ້ມາຂຶ້ນທະບຽນ ໃຫ້ຖືກຕ້ອງຕາມກົດໝາຍ ໃນຂອບເຂດທົ່ວປະເທດ ເຈົ້າໜ້າທີ່ ຫຼາຍພາກສ່ວນຕ້ອງລົງກວດກາ ໃຫ້ຣະອຽດ ແລະ ຂຶ້ນທະບຽນໃຫ້ຄົນງານຕ່າງປະເທດ ຢ່າງເຂັ້ມງວດ.

"ກະຊວງ ປກສ ກະຊວງແຮງງານນີ້ເພີ່ນ ຍັງບໍ່ທັນປະຊຸມ ປະຊຸມຣັຖບານ ວ່າສິຮັບການແກ້ໄຂແນວໃດ ຕໍ່ກັບບັນດາແຮງງານຕ່າງປະເທດ ແຮງງານ ເຄື່ອນຍ້າຍຂອງຕ່າງປະເທດ ຕ້ອງໃຫ້ຖືກຕ້ອງຕາມຣະບຽບ ກົດໝາຍ ຫັ້ນແລ້ວ."

ເມື່ອຕົ້ນປີທີ່ຜ່ານມາກອງປະຊຸມ ປືກສາຫາລືກ່ຽວກັບ ແຜນສືບຕໍ່ແກ້ໄຂແຮງງານ ຕ່າງດ້າວ ທີ່ບໍ່ຖືກຕ້ອງກົດໝາຍ ທົ່ວປະເທດ ໄດ້ຣາຍງານ ວ່າຣັຖບານລາວໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວ ຊົ່ວຄາວ ໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ ຖືກຕ້ອງໄດ້ທັງໝົດ 42 ພັນຄົນ .ເຊີ່ງອອກໃຫ້ໂດຍ ກະຊວງແຮງງານ ແລະສວັດດີການສັງຄົມ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ.

ອີງຕາມເຈົ້າໜ້າທີ່ຄາດການວ່າ ແຮງງງານຕ່າງດ້າວທີ່ເຮັດວຽກ ຢູ່ລາວຜິດກົດໝາຍມີເຖີງ 17 ພັນຄົນແຕ່ມາເຖີງປັດຈຸບັນ ການຂຶ້ນທະບຽນ ຍັງບໍ່ທົ່ວເຖິງ ໂດຍສະເພາະແມ່ນພື້ນທີ່ ຕາມເຂດຊາຍແດນ ທີ່ມີການລັກລອບເຂົ້າມາເຮັດວຽກ ແບບຜິດກົດໝາຍ ຫຼາຍທີ່ສຸດ ເຊິ່ງບັນຫາ ຫຍຸ້ງຍາກ ຕໍ່ເຈົ້າໜ້າທີ່ໃນການກວດກາ ແລະ ຄຸ້ມຄອງແຮງງານ ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.