ຣົດໄຟສວັນ-ລາວບາວຖ້າ ເງິນກູ້

ສົມເນ
2015.05.03
f-image ຣົດໄຟສວັນ-ລາວບາວ ຊອກຫາ ເງິນກູ້
RFA

ເຈົ້າໜ້າທີ່ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ສວັນນະເຂດ ກ່າວວ່າ ການ ສ້າງ ທາງ ຣົດໄຟ ສວັນ-ລາວບາວ ຕ້ອງຍັງ ອີກດົນ ເນື່ອງ ຈາກ ວ່າ ບໍຣິສັດ Giant Consolidate ຂອງ ມາເລເຊັຽ ຜູ້ເປັນ ເຈົ້າຂອງ ໂຄງການ  ຍັງ ຊອກຫາ ເງິນທຶນ ຢູ່, ຜ່ານມາ ເຂົາເຈົ້າ ເຄີຍ ເຮັດແຜນ ຢືມເງິນ ຈາກ ຕ່າງ ປະເທດ ມາແລ້ວ ແຕ່ ບໍ່ຜ່ານ, ຄິດວ່າ ດຽວນີ້ ກໍາລັງ ເຮັດຄືນ ໃໝ່. ດັ່ງ ທ່ານ ໄດ້ກ່າວ:

"ເຣື້ອງ ກໍ່ສ້າງ ຄືຊິຍັງ ເຫິງເຕີບ ເພິ່ນ ລ້າຊ້າ ຍ້ອນເງິນ ຫັ້ນ ເຂົາຍັງຫາ ຢູ່ນະ 5,000 ລ້ານ ຫັ້ນ ເຂົາເຮັດ ແຜນຂໍ ເຂົາຍັງ ຊອກຫາ ເງິນ ຢູ່ນະ ເປີດ ໂຄງການ ແລ້ວນະ ເທື່ອນຶ່ງ ນະ ເປີດເພື່ອ ເຮັດ ເອກກະສານ ຂໍເງິນ ຫັ້ນ ເອົາເງິນ ຂອງ ຕ່າງ ປະເທດ".

ເຈົ້າໜ້າທີ່ວ່າ ທາງ ບໍຣິສັດ ບໍ່ເຄີຍ ແຈ້ງໃຫ້ ຣັຖບານ ລາວ ຊາບ ຢ່າງ ຣະອຽດ ກ່ຽວກັບ ຂັ້ນຕອນ ການຢືມ ເງິນ, ຄິດວ່າ ເງິນ 5,000 ລ້ານ ໂດລາ ນັ້ນ ຄົງບໍ່ໄດ້ ງ່າຍໆ. ໂຄງການ ທາງ ຣົດໄຟ ສວັນ-ລາວບາວ ຖືກ ເຍີ້ນໄປ ຫລາຍເທື່ອ ແລ້ວ ແລະ ຄົງເລື່ອນ ເວລາ ໄປອີກ ຢ່າງ ບໍ່ມີ ກໍານົດ. ວຽກງານ ການ ສໍາຣວດ ແລະ ອອກແບບ ກໍບໍ່ເຄີຍ ເປີດເຜີຍ ຢ່າງ ຣະອຽດ, ແຕ່ ກໍມີ ພິທີ ວາງ ສີລາເຣີກ ເພື່ອ ລົງມື ກໍ່ສ້າງ ມາແລ້ວ ເມື່ອ ທ້າຍ ປີ 2013.

ໂຄງການ ສ້າງ ທາງ ຣົດໄຟ ສວັນນະເຂດ-ລາວບາວ ແມ່ນ ສ່ວນນຶ່ງ ຂອງ ເສັ້ນ ທາງ ຣົດໄຟ ທີ່ ຄາດວ່າ ຈະຄູ່ ຂນານ ກັບ ຖນົນເລກ 9 ຕາມ ແລວທາງ ເສຖກິດ ຕະເວັນອອກ ຕະເວັນຕົກ ຈາກ ວຽດນາມ ຜ່ານລາວ ຜ່ານ ໄທ ແລະ ໄປຈອດ  ທ່າເຮືອ ເມົາລະແມງ ປະເທດ ພະມ້າ. ແຕ່ ປາກົດ ວ່າ ວຽດນາມ ໄທ ແລະ ພະມ້າ ຍັງບໍ່ທັນ ຖື ເອົາ ເສັ້ນທາງ ນີ້ ເປັນ ແຜນການ ອັນ ຮີບດ່ວນ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.