ກອງທຶນສາກົນຊີ້ແນະ ລາວ

ຈໍາປາທອງ
2016.03.16
F-Christine ມາດາມ Christine Lagarde ຜູ້ທີ່ໄປຢ້ຽມຢາມ ສປປລາວ
Screen captured you tube video

ມາດາມ Christine Lagarde ຫົວໜ້າ ກອງທຶນສາກົນ IMF ທີ່ມີ ສໍານັກງານໃຫຽ່ ຢູ່ ນະຄອນຫຼວງ ວໍຊິງຕັນ ດີຊີ ທີ່ ເດີນທາງ ໄປຢ້ຽມຢາມ ລາວ ໄດ້ກ່າວໃນ ວັນອັງຄານ ນີ້ວ່າ ການເຕີບໃຫຽ່ ຂຍາຍຕົວ ຂອງ ເສຖກິຈລາວ ຍັງຢູ່ໃນ ສະພາບ ເອື້ອອໍານວຍ, ແຕ່ວ່າ ເພື່ອຮັກສາ ສະຖຽນຣະພາບ ໃນຣະຍະຂ້າມຜ່ານ ຈາກ ຖານະປະເທດ ມີ ຣາຍໄດ້ຕໍ່າ ປານກາງ ຈຶ່ງມີຄວາມສໍາຄັນ ທີ່ ຈະຕ້ອງເຮັດໃຫ້ ເສຖກິດ ມີຄວາມແຂງແຮງ ເພື່ອປ້ອງກັນ ການກະທົບ ຈາກ ພາຍນອກ ແລະ ສ້າງເງື່ອນໄຂ ເພື່ອໃຫ້ ເສຖກິດ ເຕີບໃຫຽ່. ຂັ້ນຕອນ ການປະຕິຮູບ ທີ່ ສໍາຄັນມີຄື:

1.ສືບຕໍ່ ລົງທຶນ ດ້ານການສຶກສາ ແລະໂຄງຮ່າງສັງຄົມ ເພື່ອ ຮັບປະກັນ ມາຕຖານ ຊີວິດການເປັນຢູ່ ຂອງ ປະຊາຊົນ.

2.ຈັດຕັ້ງ ປະຕິບັດ ການປະຕິຮູບ ຣະບົບ ງົປມານ ປະຈໍາປີ ເພື່ອໃຫ້ ການປົກຄອງ ມີ ປະສິດທິພາບ.

3.ສືບຕໍ່ ສະສົມ ເງິນສໍາລອງ ຕ່າງ ປະເທດ ແລະ ພັທນາ ຣະບົບການເງິນ.

ມາດາມ Christine Lagarde ໄດ້ຮຽກຮ້ອງ ໃຫ້ ຜູ້ນໍາລາວ ມີຄວາມໂປ່ງໄສຂຶ້ນຕື່ມ ໃນການແຈ້ງ ສະຖິຕິ ໃຫ້ມີຄວາມ ຊັດເຈນ ແລະ ໃຫ້ ຖືກກໍານົດ ເວລາ ແລະ ໃນ ຕອນນຶ່ງ ມາດາມ ຍັງບອກວ່າ ກອງທຶນສາກົນ ຈະສືບຕໍ່ ສນັບສນູນ ລາວ ໃນຄວາມ ພຍາຍາມ ທີ່ ຢາກຫລຸດພົ້ນ ອອກຈາກຖານະ ເປັນປະເທດ ມີຣາຍໄດ້ຕໍ່າ ໃນ ປີ 2020.

ພ້ອມກັນນັ້ນ ມາດາມ ຍັງເຕືອນວ່າ ເສຖກິດ ຂອງໂລກ ທີ່ ຕົກຕໍ່ານີ້ ອາຈມີ ຜົນສະທ້ອນ ຕໍ່ ລາວ. ຍົກຕົວຢ່າງ ການປັບປ່ຽນ ເສຖກິດ ຂອງຈີນ ຈາກການ ສົ່ງອອກ ມາເປັນການ ບໍຣິໂພກ ພາຍໃນ ອາດສ້າງ ຄວາມປັ່ນປ່ວນ ເພີ້ມຂຶ້ນ.

ນັບວ່າເປັນ ເທື່ອທໍາອິດ ທີ່ ຫົວໜ້າ ກອງທຶນສາກົນ ໄດ້ເດີນທາງ ມາຢ້ຽມຢາມ ລາວ ຕັ້ງແຕ່ລາວ ໄດ້ເຂົ້າເປັນ ສະມາຊິກ IMF ເມື່ອປີ 1961. ການມາ ຢ້ຽມຢາມ ເທື່ອນີ້ ແມ່ນເວົ້າເຖິງ ການຮ່ວມມື ກັບ ສປປລາວ ເພື່ອ ສົ່ງເສີມ ໃຫ້ລາວ ຄຸ້ມຄອງ ເສຖກິດ ມະຫາພາກ ໄປຕາມ ຣະບົບ ສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.