ເງິນກີບ ຕົກຣາຄາ (ເຟີ້)

ໄຊຍາ
2019.09.04
F-kip ທະນາບັດ ເງິນກີບ ສປປ ລາວ
Public Domain

ປັດຈຸບັນໃນລາວ ປະເຊີນກັບອັດຕຣາເງິນເຟີ້ ຢ່າງຮຸນແຮງ ໃນຮອບຫຼາຍປີ ອັດຕຣາແລກປ່ຽນ ກີບຕໍ່ບາດ ແລະ ກີບຕໍ່ໂດລາ ສະຫະຣັຖ ໄດ້ຖີບໂຕສູງຂື້ນ ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ. ອັນໄດ້ສ້າງຜົນກະທົບ ຕໍ່ປະຊາຊົນ ເຮັດໃຫ້ຄ່າຄອງຊີບແພງຂຶ້ນ. ດັ່ງເຈົ້າໜ້າທີ່ທະນາຄານ ພັທນາ ເອເຊັຍ ກ່າວກັບ ວິທຍຸເອເຊັຽເສຣີ ເມື່ອວັນທີ່ 4 ກັນຍາ 2019 ນີ້ວ່າ:

“ເງິນເຟີ້ ກໍຈະດີດຕົວຂຶ້ນໜ້ອຍນຶ່ງເນາະ ເພາະວ່າປັດໃຈນຶ່ງ ການອ່ອນຄ່າຂອງເງິນ ໃນຊ່ວງຣະຍະສັ້ນ; ອັນທີ່ສອງຣະຍະນີ້ມີຜົນກະທົບ ຈາກ ພັຍທັມມະຊາດ ເຮັດໃຫ້ມີຜົນກະທົບ ຕໍ່ການຜລິດບາງອັນ.”

ທ່ານກ່າວອີກວ່າ ປັດຈຸບັນ ອັດຕຣາແລກປ່ຽນ ຢ່າງເປັນທາງການແມ່ນ 288 ກີບ ເທົ່າກັບ 1 ບາດ ແລະ 8,700 ກີບຕໍ່ 1 ດອນລ່າ ສະຫະຣັດ; ສ່ວນໃນຕລາດມືດນັ້ນ ຄ່າຂອງເງິນກີບ ຕົກເປັນ 300 ກີບຕໍ່ 1 ບາດ ແລະ 9,000 ກີບ ຕໍ່ນຶ່ງດອນລ່າ; ເງິນກີບ ຈະເຟີ້ ຕື່ມອີກສະເລັ່ຽປະມານ 2.5 ສ່ວນຮ້ອຍ ນັບແຕ່ເວລານີ້ ຈົນເຖິງທ້າຍປີ. ຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງ ທີ່ບໍປະສົງບອກຊື່ ກໍຈົ່ມວ່າ:

“ເງິນບາດມັນຂຶ້ນ ເງິນກີບມັນລົງ ອາດຈະເພິ້ມຂຶ້ນໜ້ອຍນຶ່ງ ມັນມີສ່ວນໃດ໋ ເລື້ອງປະເພດຜັກ ມັນມີສ່ວນແນ່ນອນປະມານ 99 ສ່ວນຮ້ອຍ ພຸ້ນແຫລະ ທີ່ເລື້ອງກ່ຽວກັບ ອັດຕຣາເງິນເຟີ້ ທີ່ວ່າເຮັດໃຫ້ຣາຄາຜັກ ເຮົາເພິ້ມຂື້ນ.”

ໃນເມື່ອເງິນກີບເຟີ້ ຣາຄາສິນຄ້າ ໂດຍສະເພາະອາຫານ ກໍຖີບສູງຂຶ້ນ ເປັນຕົ້ນເຂົ້າສານ ດ່ັງແມ່ຄ້າຂາຍເຂົ້າ ຢູ່ຕລາດແຫ່ງນຶ່ງໃນນະຄອນ ຫລວງວຽງຈັນ ກ່າວກັບວິທຍຸເອເຊັຽເສຣີ ໃນມື້ວັນທີ່ 4 ກັນຍາ ນີ້ວ່າ:

“ເພິ້ມຂື້ນຫລາຍ ຂື້ນຫລາຍ ເປົານຶ່ງ 4 ແສນ ກໍມີ 4 ແສນປາຍ ກໍມີ ຄັນເຂົ້າວຽດ ຕົວມັນເກຣດຂີ້ຮ້າຍ ເປົານຶ່ງກໍຖືກ ສາມແສນສີ່; ສາມແສນຫ້າ ຕົວໃດຖືກແນ່ ເຂົາກໍມາຊື້ ພໍກິນແນ່ຫັ່ນໜາ.”

ສ່ວນສາເຫດ ທີ່ເຮັດໃຫ້ເງິນກີບເຟີ້ນັ້ນ ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ທ່ານດຽວກັນນັ້ນອະທິບາຍວ່າ ສ່ວນນຶ່ງເປັນຍ້ອນ ຊາວລາວ ຜູ້ມີເງິນ ມັກຊື້ເອົາເງິນບາດ ແລະ ເງິນດອນລ່າໄວ້ ດ້ວຍຣາຄາສູງຂຶ້ນເລື້ອຍ ເພື່ອນຳໄປຊື້ສິນຄ້າ ຢູ່ໄທ ແລະ ຕ່າງປະເທດອື່ນໆ.

ອີກສາເຫດນຶ່ງ ແມ່ນຍ້ອນເສຖກິດຂອງລາວ ໄດ້ຮັບຜົນກະທົບຢ່າງໜັກຈາກ ພັຍນ້ຳຖ້ວມເມື່ອປີກາຍ ເຮັດໃຫ້ຣາຄາສິນຄ້າ ໂດຍສະເພາະ ອາຫານແພງຂຶ້ນ. ວິທີແກ້ໄຂເຈົ້າໜ້າທີ່ ທະນາຄານພັທນາ ເອເຊັຽ ສເນີວ່າ:

“ມາດຕະການ ທີ່ເພິ່ນເບິ່ງເນາະ ທີ່ວ່າເລື້ອງນ້ຳມັນ ນ້ຳມັນ ຈະເປັນປັດໃຈໃຫຍ່ ພໍສົມຄວນ ເພາະມັນມີຜົນກະທົບ ນ້ຳມັນນີ້ເວົ້າເລື້ອງ ຄ່າຄອງຊີບແລ້ວເດ໋ ນ້ຳມັນສ່ວນຫລາຍນໍາເຂົ້າມາ ແລ້ວປັດໃຈສອງ ກໍເອີ້ນວ່າ ຜັກດັນການຜລິດ ພາຍໃນຫັ່ນ
ແລ້ວເພື່ອສນອງໃຫ້ ແກ່ຕລາດ ແລະ ຫລຸດຜ່ອນການນ້ຳເຂົ້າ ເພາະວ່າດຽວນີ້ ຄ່າເງິນກີບ ຢາກອ່ອນຄ່າ ກັບເງິນບາດ ມັນສິໃກ້ 300 ກີບຕໍ່ 1 ບາດແລ້ວເດ໋.”

ອີງຕາມການຣາຍ ຂອງກະຊວງການເງີນ ກໍຄືທະນາຄານແຫ່ງ ສປປ ລາວ ພາຍໃນປີນີ້ ທາງການລາວ ມີແຜນຈະຄວບຄຸມເງິນກີບ ບໍ່ໃຫ້ ເຟີ້ເກີນ 3%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.