ການນຳເຂົ້າເພີ້ມ ເງິນກີບ ເພີ້ມເຟີ້

ໄຊຍາ
2020-07-07
ອີແມວລ໌
ຄໍາເຫັນ
Share
ພິມ
ທາງການລາວຄາດການວ່າ ຂາຍແຕ່ກະແສໄຟຟ້າ ໃຫ້ກຸ່ມປະເທດອາຊຽນ ເສຖກິດລາວ ກະຄົງທີ່ແລ້ວ
ທາງການລາວຄາດການວ່າ ຂາຍແຕ່ກະແສໄຟຟ້າ ໃຫ້ກຸ່ມປະເທດອາຊຽນ ເສຖກິດລາວ ກະຄົງທີ່ແລ້ວ
ນັກຂ່າວພົລເມືອງ

ຖ້າມກາງການຣະບາດຂອງພຍາດໂຄວິດ-19 ໄດ້ເຂົ້າມາຊໍ້າເຕີມ ເພີ່ມວິກິດໃຫ້ເສຖກິຈຂອງລາວ ຖົດຖອຍ ປະຊາຊົນກໍປະເຊີນກັບການ ທໍາມາຫາກິນລຳບາກຣາຍໄດ້ນ້ອຍ ຣາຍຈ່າຍຫຼາຍ ຍ້ອນຫຼາຍປັດຈັຍ ເຂົ້າມາກະທົບເຊັ່ນຄ່າໄຟຟ້າແພງ ຄົນຈົ່ມກັນທົ່ວປະເທດ, ແຮງງານ ກັບຈາກໄທຍ, ຂແນງການທຸຣະກິດຢຸດເຊົາຈ້າງງານ, ສິນຄ້າຣາຄາແພງ.

ອີງຕາມສະພາບເງື່ອນໄຂໂຕຈິງປະເທດລາວ ນໍາເຂົ້າສິນຄ້າຈາກປະເທດໄທຫຼາຍທີ່ສຸດ ແຕ່ໄລຍະປີ 2020 ນີ້ ທັງສອງປະເທດ ປະເຊີນກັບ ພັຍໂຄວິດ-19 ຕ້ອງປິດດ່ານເຮັດໃຫ້ ການໄປຊື້ສິນຄ້າ ຂອງຄົນລາວຕ້ອງຢຸດຊົ່ວຄາວ. ຕາມທາງການຣາຍງານມີແຕ່ຣົດຂົນສົ່ງສິນຄ້າ ເທົ່າ ນັ້ນທີ່ຜ່ານດ່ານໄດ້.

ເມື່ອເບິ່ງຈາກສະພາບໂຕຈິງ ເປັນຫຍັງປັດຈຸບັນອັດຕຣາເງິນກີບຄືມາອ່ອນຄ່າລົງຫຼາຍ ເປັນປວັດການ 331 ກີບຕໍ່ 1 ບາດ 9,241 ກີບຕໍ່ 1 ໂດລາ ສະຫະຣັຖ. ດັ່ງນັກທຸຣະກິຈ ຜູ້ນຳເຂົ້າ ສິນຄ້າໄດ້ສະແດງຄວາມເຫັນຜ່ານ RFA ເມື່ອຕົ້ນເດືອນ ກໍຣະກະດາວ່າ: ຣັຖຕ້ອງຄຸ້ມຄອງ ອັດຕຣາ ແລກປ່ຽນຣະຫວ່າງ ຕລາດກັບທະນາຄານ ບໍ່ໃຫ້ແຕກໂຕນກັນຫຼາຍ.

"ອັດຕຣາການແລກປ່ຽນສ່ວນຕ່າງຂອງອັດຕຣາແລກປ່ຽນ ຣະຫວ່າງ ຕລາດກັບທະນາຄານແມ່ນມີຄວາມແຕກຕ່າງກັນຫຼາຍ ອັນນີ້ຂ້າພະເຈົ້າ ກໍເຫັນດີ ຕາມການເກັບກໍາ ຂອງຂ້າພະເຈົ້າ ເຫັນວ່າຢູ່ໃນຕົ້ນປີ 2019 ອັດຕຣາແລກປ່ຽນເງິນກີບ ຕໍ່ສະກຸນເງິນຕ່າງປະເທດ ໂດຍສະເພາະ ແມ່ນເງິນບາດ ນີ້ຢູ່ທີ່ 263 ກີບຕໍ່ບາດ ແຕ່ປັຈຈຸບັນນີ້ເຮົາບັນລຸ 300 ກີບ ແຫຼະຕໍ່ 1 ບາດ."

ທ່ານໄດ້ກ່າວຕື່ມວ່າ ເງິນເຟີ້ມັນສົ່ງຜົລກະທົບໂດຍກົງ ຕໍ່ການພັທນາ ພ້ອມນີ້ຍັງເຮັດໃຫ້ ສິນຄ້າໃນທ້ອງຕລາດຣາຄາເພີ່ມຂຶ້ນ ທັງສີນຄ້ານຳ ເຂົ້າ ແລະກໍຣະນີຜູ້ຜລິດສິນຄ້າຢູ່ພາຍໃນ.

ໃນສ່ວນຜົລກະທົບຂອງປະຊາຊົນ ຫຼາຍຄົນເປັນກັງວົນກັບການວ່າງງານ ແລະ ຄ່າຄອງຊີບ ດັ່ງປະຊາຊົນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອທ້າຍ ເດືອນ ມິຖຸນາ ທີ່ຜ່ານມາວ່າ:

"ມັນກະຊິຮູ້ສຶກທຸກຫັ້ນແຫຼະ ຕົກງານວຽກກໍບໍ່ໄດ້ເຮັດ ເງິນກໍບໍ່ມີບາງຄົນຄິດຫຍັງບໍ່ອອກແຫຼະ ຕົກວຽກຕົກງານ ມັນແນວນັ້ນແຫຼະເງິນຊື້ເຂົ້າ ກິນກະບໍ່ມີລຳບາກ ໄປໝົດທຸກຄົນແຫຼະ ຮູ້ສຶກ ຈ້າງຣາຍວັນ."

ໃນຂນະທີ່ພາກຣັຖບານລາວ ກໍໄດ້ອອກມາຊີ້ແຈງຕໍ່ບັນຫາດັ່ງກ່າວ ໂດຍ ທ່ານ ສອນໄຊ ສິດພາໄຊ ຜູ້ວ່າການທະນາຄານແຫ່ງ ສປປລາວ ຊີ້ແຈງ ຕໍ່ສະພາແຫ່ງຊາດ ເມື່ອວັນທີ 25 ມິຖຸນາ ວ່າ:

"ພື້ນຖານເສຖກິຈ ຂອງປະເທດຍັງເພີ່ງພາການນໍາເຂົ້າ ແລະ ການບໍຣິການ ການຄ້າຈາກຕ່າງປະເທດສູງ. ນອກຈາກນີ້ພັນທະສຳລະໜີ້ສິນ ຕໍ່ຕ່າງປະເທດກໍເພີ່ມຂຶ້ນ ແຕ່ຣາຍຮັບທີ່ ເປັນແຫຼ່ງຣາຍຮັບ ຈາກຕ່າງປະເທດ ຫລຸດລົງ ດັ່ງເງິນຊ່ອຍເຫຼືອລ້າ ເງິນລົງທຶນຈາກຕ່າງປະເທດ ເຮັດໃຫ້ກະແສເງິນໄຫລ ເຂົ້າມາພຽງ 755 ລ້ານໂດລາ ສະຫະຣັຖ ຫຼຸດລົງເກືອບ 44% ສົ່ງຜົລກະທົບຕໍ່ຄັງສຳຮອງ ຂອງປະເທດເຮັດໃຫ້ ທະນາຄານສນອງເງິນຕຣາຕ່າງປະເທດ ມີຂອບເຂດຈຳກັດ."

ທ່ານໄດ້ກ່າວຕື່ມວ່າ ອັດຕຣາເງິນເຟີ້ ຂອງປະເທດລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງນັບແຕ່ປີ 2018 ເປັນຕົ້ນມາ ແລະ ຮ້າຍແຮງທີ່ສຸດ ໃນປີ 2019 ຈາກ 5,34% ຂຶ້ນເປັນ 6,94% ໃນເດືອນ ມົກກະຣາປີ 2020 ສາເຫດຫລັກແມ່ນຍ້ອນການເພີ່ມຂຶ້ນສູງ ຂອງດັຊນີຣາຄາໝວດ ອາຫານ ເຊິ່ງມີຄວາມຕ້ອງການສູງ. ຕໍ່ສະພາບການດັ່ງກ່າວທະນາຄານກາງ ແລະ ກະຊວງການເງິນ ຈະອອກພັນທະບັດ ເພື່ອຣະດົມ ທຶນໃຫ້ງົບປະມານດຸ່ນດ່ຽງ.

ສູນຂໍ້ມູນຂ່າວສານການຄ້າລາວຣາຍງານວ່າ ເດືອນພຶສພາ ປີ 2020 ວ່າລາວ ຂາດດຸນການຄ້າເຖິງ 183 ລ້ານໂດລາ ສະຫະຣັຖ ໃນນັ້ນສົ່ງ ອອກ 244 ລ້ານ ແລະ ນຳເຂົ້າ 445 ລ້ານ. ແລະ ຂາດດຸນການຄ້າ ກັບໄທຍປະມານ 183 ລ້ານໂດລາ ສະຫະຣັຖ.

ໃນຂນະທີ່ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ລາວ ຣາຍງານຕໍ່ກອງປະຊຸມສະພາ ເມື່ອວັນທີ 24 ມິຖຸນາ ວ່າສະຖາບັນຄົ້ນຄວ້າ ເສຖກິຈແຫ່ງຊາດ ໄດ້ຄາດຄະເນ ວ່າເສຖກິຈ ຂອງ ລາວ ຈະຂຍາຍໂຕ 3.3% ເຊິ່ງຫລຸດລົງຈາກເດີມ ທີ່ຖືກຮອງຮັບ 6.5% ສ່ວນ ບັນດາອົງການທາງການເງິນສາກົລ ເຊັ່ນ IMF, World Bank ແລະ ADB ຄາດການກ່ອນໜ້ານີ້ວ່າໃນປີ 2020 ເສຖກິຈຂອງລາວ ຈະຂຍາຍໂຕພຽງ 0,7%-1,8% ແລະ 3,5% ຕາມລຳດັບ.

ປັດຈຸບັນ ຄ່າຄອງຊີບ ຂອງຄົນລາວນັ້ນສູງກວ່າຣາຍຮັບ ໂດຍປະເທດລາວ ມີຄ່າຄອງຊີບ ທີ່ສູງເປັນອັນດັບສອງ ຮອງຈາກປະເທດ ສີງກະໂປ ດັຊນີ ຢູ່ທີ 52.69 ສ່ວນສິງກະໂປນັ້ນ ດັຊນີ ຢູ່ທີ່ 69.79. ໃນຂນະທີ່ຄ່າແຮງງານຂອງຄົນລາວພັດຕໍ່າ ແລະ ເງິນກີບລາວ ແມ່ນນຶ່ງໃນ 10 ສະກຸນເງິນ ທີ່ອ່ອນຄ່າທີ່ສຸດໃນໂລກ.

ຕໍ່ການປະເຊີນສະພາບການດັ່ງກ່າວ ນັກທຸຣະກິດ ໄດ້ໃຫ້ຄຳເຫັນຕໍ່ເອເຊັຽເສຣີວ່າ ສັງຄົມລາວ ກ້າວກະໂດດໄປຂ້າງຫນ້າ ຄຽງຄູ່ກັບການ ພັທນາກໍມີປະກົດການດ້ານລົບເກີດຂຶ້ນ ໂດຍບໍ່ສາມາດແກ້ໄຂໄດ້ ບໍ່ວ່າແຕ່ເງິນເຟີ້ ແຕ່ບັນຫາອື່ນໆ ຍັງຕິດຕາມມາ ໂດຍປະກົດການທີ່ວ່າ ປະກອບມີສັງຄົມລາວຫລິ້ນກິນຟຸມເຟືອຍ, ແຫ່ກັນມີຄ່ານິຍົມຜິດໆ, ບໍ່ມັກອ່ານ ບໍ່ມັກສແວງຫາຄວາມຮູ້, ຄົນຮັ່ງກັບຄົນທຸກເຫີນຮ່າງຈາກກັນ, ນັກສຶກສາບໍ່ພັທນາຕົນເອງ, ຜູ້ປົກຄອງເດັກສ້າງຄ່ານິຍົມຜິດໆໃຫ້ລູກ, ຄົນລາວສ່ວນໃຫຍ່ໃຈບໍ່ອົດທົນ,

ການບັນຈຸຄົນເຂົ້າເຮັດວຽກຍັງເອົາແຕ່ຄົນເຈົ້າຄົນຂ້ອຍ, ການສໍ້ຣາດບັງຫຼວງໃນຂົງເຂດ ພະນັກງານຣັຖ ເຊິ່ງຜູ້ມີອຳນາດແກ້ບໍ່ຕົກ ແລະ ຂະບວນການ ຍຸຕິທັມເຊື່ອມຖອຍ.

ຄໍາເຫັນ (0)
Share
ເຕັມຫນ້າ