ເຂດເສຖກິດຄອນພະເພັງ

ສິດນີ
2015.08.08
F-Khonphapheng ນໍ້າຕົກຕາດ ຄອນພະເພັງ ແຂວງຈໍາປາສັກ
RFA

ເຈົ້າຫນ້າທີ່ ບໍຣິສັດ ຍິ່ງໂຊກໄຊ ຊຶ່ງ ເປັນຜູ້ ໄດ້ຮັບ ສັມປະທານ ເຂດ ທ່ອງທ່ຽວ ດອນໂຂງ ຄອນພະເພັງ ກ່າວວ່າ, ແຜນ ໂຄງການ ເຂດ ເສຖກິດ ພິເສດ ຄອນພະເພັງ ນັ້ນ ຈະເນັ້ນໃສ່ ການຄ້າຂາຍ ເປັນຫລັກ ດ້ວຍການ ສ້າງຕລາດ ອິນໂດຈີນ, ເພື່ອ ດຶງດູດ ກຸ່ມ ພໍ່ຄ້າ ແມ່ຄ້າ ໃນປະເທດ ໃກ້ຄຽງ ໃຫ້ເຂົ້າມາ ຈັບຈອງ ເປັນແຫຼ່ງ ຄ້າຂາຍ ເປັນ ການຕ້ອນຮັບ ປະຊາຄົມ ເສຖກິດ ອາຊຽນ. ດັ່ງທ່ານ ກ່າວວ່າ:

"ສັມປະທານ ຢູ່ໃນ ຄອນພະເພັງ ນີ້ ປະມານ 50 ເຮັກຕາ ຊິເປັນ ຕລາດ ອິນໂດຈີນ ຫຍັງນີ້ແຫຼະ, ເສຖກິດ ມັນ ເປັນຂອງ ອິນໂດຈີນ ມັນຊິມີ ພວກຫຼາຍ ປະເທດ ເຂດນີ້ ມັນ ກໍເພື່ອ ຮັບໃຊ້ ແຂກ ຕ່າງປະເທດ ພາຍໃນ ອິນໂດຈີນ ເຂົ້າມານີ້ ໜ່າ".

ທ່ານກ່າວ ຕື່ມວ່າ ທາງ ບໍຣິສັດ ຢາກສ້າງ ເຂດ ເສຖກິດ ແຫ່ງນີ້, ໃຫ້ເປັນ ແຫຼ່ງ ຄ້າຂາຍ ຂນາດໃຫຍ່ ໃນ ແຂວງ ຈຳປາສັກ, ໃຫ້ສາມາດ ຮອງຮັບ ພໍ່ຄ້າ ແມ່ຄ້າ ແລະ ນັກທ່ອງທ່ຽວ ໄດ້ຢ່າງ ຫຼວງຫຼາຍ ຄືກັນກັບ ຕລາດ ທີ່ ເມືອງປາກເຊ, ຄາດວ່າ ຈະ ໃຊ້ເວລາ ກໍ່ສ້າງ 3 ປີ ຈຶ່ງຈະແລ້ວ.

ເຖິງຢ່າງໃດ ກໍຕາມ ທ່ານວ່າ ໂຄງການ ເຂດ ເສຖກິດ ພິເສດ ແຫ່ງນີ້, ຍັງເປີດ ໂອກາດ ໃຫ້ ນັກລົງທຶນ ທີ່ ຈະເຂົ້າມາ ສ້າງ ບ່ອນຫຼິ້ນ ຄາຊິໂນ ຢູ່, ເພື່ອ ເປັນການ ຊອ່ຍ ດຶງດູດ ນັກ ທ່ອງທ່ຽວໃຫ້ ຫຼາຍຂຶ້ນ, ແຕ່ມາຮອດ ປັດຈຸບັນ ປະກົດວ່າ, ບໍ່ມີຜູ້ໃດ ສົນໃຈ ຢາກມາ ລົງທຶນ ສ້າງ ບ່ອນຫລິ້ນ ຄາຊິໂນ ເທື່ອ.

ເຂດ ເສຖກິດ ພິເສດ ຄອນພະເພັງ ມີເນື້ອທີ່ ທັງຫມົດ ປະມານ 7,075 ເຮັກຕາ, ໃນນັ້ນ ສ່ວນໃຫຽ່ ຍັງບໍ່ທັນ ພັທນາເທື່ອ ເຈົ້າຫນ້າທີ່ ແຂວງ ຈຳປາສັກ ເວົ້າວ່າ ຫາກ ທັງຫມົດ ຖືກພັທນາ 100% ຈະກາຍເປັນ ເຂດ ເສຖກິດ ຣະດັບ ຊັ້ນຕົ້ນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.