ຟາມງົວ ກວມເອົາດິນຊາວບ້ານ ເມືອງຈຳພອນ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2016.07.14
F-ຂໍ້ຂັດແຍ່ງທີິ່ດິນ ຟາມ​ງົວ ຂໍ້ຂັດແຍ່ງທີິ່ດິນ ໂຄງ​ກາ​ນ​ຟາມ​ງົວ ທີ່​ບ້ານນາເຊືອກ, ບ້ານເລົ່າສຸລິຍາ ແລະ ບ້ານພັງເຮັງ ເມືອງຈຳພອນ
RFA

ຊາວບ້ານ ຢູ່ບ້ານນາເຊືອກ, ບ້ານເລົ່າສຸລິຍາ ແລະ ບ້ານພັງເຮັງ, ເມືອງຈຳພອນ, ແຂວງສວັນນະເຂດ ພາກັນຕໍ່ຕ້ານ ບໍຣິສັດເອເຊັຍ ທີ່ມາບຸກເບີກ ທີ່ດິນບ້ານ ຂອງເຂົາເຈົ້າ ເພື່ອເຮັດຟາມງົວ.

ຊາວບ້ານ ບໍ່ຍອມເອົາທີ່ດິນ ໃຫ້ບໍຣິສັດ ຍ້ອນວ່າ ບໍຣິສັດດັ່ງກ່າວ ເຂົ້າມາບຸກເບີກທີ່ດິນ ໃນຕົ້ນປີ ທີ່ຜ່ານມາ ໂດຍ ບໍ່ມີເອກະສານ ທີ່ຖືກຕ້ອງຕາມກົດໝາຍ, ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີວ່າ:

“ອັນເພິ່ນມາ ຢາກມາເຮັດຟາມລ້ຽງງົວ ແຜນເພິ່ນທຳອິດ ແລະ ບາດນີ້ລະ ມາລະ ເລີຍບໍ່ມີເອກະສານ ຫຍັງຄົບຖ້ວນ ມາລະ ມາບຸກລຸກເອົາໂລດ ປະຊາຊົນ ລະບໍ່ເຫັນດີໃຫ້ ບໍ່ໃຫ້ ກະຊິເອົາ ລະປະຊາຊົນ ລະລຸກຮື້ຂຶ້ນ ເດີນປະທ້ວງກັບບໍຣິສັດຫັ້ນ.”

ນອກຈາກນີ້ ການບຸກເບີກ ທີ່ດິນບໍ່ພຽງແຕ່ ເນື້ອທີ່ປ່າ ທີ່ອຸດົມສົມບູນ ເທົ່ານັ້ນ ແຕ່ຍັງ ໄປກວມເອົາ ດິນນາ ຂອງປະຊາຊົນນຳອີກ ແລະ ບໍຣິສັດ ຈະຈ່າຍຄ່າຊົດເຊີຍໃຫ້ ຊາວບ້ານ ໃນລາຄາ ທີ່ຖືກ.

ດັ່ງຊາວບ້ານ ກ່າວຕື່ມອີກວ່າ:

“ເພິ່ນ ບໍ່ເອົາຊາ ແຕ່ປ່າ ເອົາຮອດນາພໍ່ແມ່ປະຊາຊົນ ຫັ້ນນ່າ ປະຊາຊົນ ກະເລີຍ ບໍ່ເຫັນດີໃຫ້ ມູນຄ່າທົດແທນ ໃຫ້ກະຖືກ ມີແຕ່ ເພິ່ນເວົ້າທໍ່ໃດ 6 ຫລຽນນຶ່ງ [ໂດລາ] ຕໍ່ເຮັກຕາ”

ເນື້ອທີ່ດິນ ທີ່ບໍຣິສັດ ຈະສຳປະທານເອົາ ແມ່ນ ຫລາຍຮ້ອຍເຮັກຕາ, ໃນນັ້ນ ບ້ານນາເຊືອກ ແມ່ນຖືກ 400 ເຮັກຕາ.

ຊາວບ້ານ ໄດ້ພາກັນປະທ້ວງ ບໍຣິສັດ ໃນເດືອນພືສພາ ທີ່ຜ່ານມາ ໄດ້ຢື່ນຄຳຮ້ອງທຸກ ໄປຫາແຂວງ ແລະ ຕໍ່ມາ ເຈົ້າເມືອງ ກໍລົງມາ ລະດົມຊາວບ້ານ ໃຫ້ຄວາມຮ່ວມມື ແກ່ບໍຣິສັດ, ແຕ່ຊາວບ້ານບໍ່ຍອມມອບ.

ເອເຊັຍເສຣີ ໄດ້ໂທຣະສັບ ສຳພາດ ທ່ານ ສຸດທິຜິວ ສຸລິຍະມາດ, ເຈົ້າເມືອງຈຳພອນ, ໃນວັນທີ 12 ກໍຣະກະດາ ກ່ຽວກັບ ບັນຫາດັ່ງກ່າວ, ແລະ ທ່ານ ກໍໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

“ພາຍຫລັງ ທີ່ຫ້ອງການຊັບ ແລະ ກະສິກຳ ລົງໄປເອົາຂໍ້ມູນ ໃນເນື້ອທີ່ດິນ 400 ເຮັກຕາຫັ້ນ ຕາມເຄື່ອງວັດແທກ ຈີພີເອສ ຫັ້ນ ເຂົາເຈົ້າ ເສັຍພາສີ ຖືກຕ້ອງ ມີພຽງແຕ່ 81 ເຮັກຕາ ປາຍ ເກືອບ 82 ເຂົາກະໄດ້ ຮ້ອງທຸກໄປຫາ ຫ້ອງວ່າການປົກຄອງແຂວງ ວ່າ ດິນພວກເຮົາ ເສັຍພາສີຖືກຕ້ອງ ຕົວຈິງ ມັນບໍ່ໄດ້ ເສັຍໝົດເດ້ ຍັງ 300 ປາຍ ພຸ້ນເດ້ ບໍ່ໄດ້ເສັຍພາສີ ໃຫ້ຣັຖ ຫັ້ນນະ ເຂົາເວົ້າ ວ່າ ຊິເສັຍຄືນ ເມືອງບໍ່ເຫັນດີ ເພາະວ່າ ປະຕິບັດຕາມກົດໝາຍ ທີ່ດິນ ຄັນຊັ້ນ ບ່ອນອື່ນ ເຂົາກະຊິເສັຍຄືນໝົດ ແຫລະ ເພາະວ່າ ມາຮອດເວລານີ້ ມູນຄ່າທີ່ດິນ ມັນເພີ້ມຂຶ້ນເດ້.”

ຕາມການບອກເລົ່າ ຂອງຊາວບ້ານ ໄດ້ຮູ້ວ່າ ທີ່ດິນ ຢູ່ໃນເຂດບ້ານດັ່ງກ່າວ ມີປ່າໄມ້ ທີ່ອຸດົມສົມບູນ ເປັນບ່ອນອະນຸຮັກສິ່ງແວດລ້ອມ ແລະ ປະຊາຊົນ ບໍ່ຕ້ອງການ ໃຫ້ສິ່ງແວດລ້ອມຖືກທຳລາຍ ແລະ ມັນຍັງເປັນ ບ່ອນທຳມາຫາກິນ ຂອງເຂົາເຈົ້ານຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.