ເສຖກິຈລາວ ໃນປີ 2022 ຈະຂຍາຍໂຕ ພຽງ 3%

ສຸພັດຕາ
2022.09.19
Share on WhatsApp
Share on WhatsApp
ເສຖກິຈລາວ ໃນປີ 2022 ຈະຂຍາຍໂຕ ພຽງ 3% ຣົຖຕູ້ ບໍຣິການ ນັກທ່ອງທ່ຽວ ສະຖານີຣົຖໄຟລາວ-ຈີນ, ນະຄອນຫຼວງພຣະບາງ, ເດືອນສິງຫາ ປີ 2022.
RFA

ເສຖກິຈລາວ ໃນປີ 2022 ຈະຂຍາຍໂຕພຽງ 3% ຂອງລວມຍອດຜລິຕພັນ ຂອງປະເທດ ຫຼື GDP ເຊິ່ງຫຼຸດລົງຈາກທີ່ຄາດຄະເນໄວ້ ທີ່ 4% ຍ້ອນສະພາບການລົງທຶນໃນລາວ ທັງໂຄງການຂນາດນ້ອຍ ແລະຂນາດໃຫຍ່ ຍັງສືບຕໍ່ງຽບເຫງົາ ຂະນະທີ່ ການລົງທຶນ ຈາກພາກເອກຊົນ ແລະຣັຖບານລາວ ກໍມີທ່າທີ່ຫຼຸດລົງ ອີງຕາມການຣາຍງານ ຂອງບົດປະເມີນເສຖກິຈ ມະຫາພາກ ສະຖາບັນວິທຍາສາຕເສຖກິຈ ແລະສັງຄົມແຫ່ງຊາຕ ສປປ ລາວ.
ສໍາລັບການຂຍາຍໂຕ ທາງເສຖກິຈພຽງ 3% ນັ້ນ ປັດຈັຍສໍາຄັນ ແມ່ນມາຈາກ ການເປີດປະເທດຕ້ອນຮັບ ນັກທ່ອງທ່ຽວຕ່າງປະເທດ ເຮັດໃຫ້ມີການຈັບຈ່າຍຊື້ຂາຍສິນຄ້າ, ການນໍາເຂົ້າ-ສົ່ງອອກ ແລະການຂົນສົ່ງທີ່ເພີ່ມຂຶ້ນ.

ດັ່ງເຈົ້າໜ້າທີ່ ສະຖາບັນວິທຍາສາດເສຖກິຈ ແລະສັງຄົມແຫ່ງຊາຕ ສປປ ລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 19 ກັນຍາ ນີ້ວ່າ:

ຖືວ່າຜ່ອນຄາຍຫຼາຍແລ້ວ ມັນກະບໍ່ໄດ້ຕືງຄຽດຫຼາຍປານໃດ ຄືແຕ່ກ່ອນແລ້ວຫັ້ນ່າ ແຕ່ວ່າດຽວນີ້ ການທ່ອງທ່ຽວ ຖືວ່າເຣີ່ມກັບມາຄຶກຄື້ນຂຶ້ນໜ້ອຍນຶ່ງ.”

ບົດປະເມີນເສຖກິຈ ມະຫາພາກ ຂອງລາວ ໃນໄລຍະ 6 ເດືອນຕົ້ນປີ 2022 ທີ່ໄດ້ຣາຍງານໃນມື້ວັນທີ່ 15 ກັນຍາ 2022 ລະບຸວ່າ ສິ່ງທີ່ໜ້າເປັນຫ່ວງຫຼາຍກວ່າໝູ່ ແມ່ນການລົງທຶນໂດຍຕຣົງ ຈາກຕ່າງປະເທດ ໃນໄລຍະ 6 ເດືອນຕົ້ນປີ 2022 ມີມູນຄ່າພຽງແຕ່ 280 ລ້ານໂດລ້າຣ໌ ສະຫະຣັຖ ເຊິ່ງຫຼຸດລົງເຖິງ 51% ຈາກໄລຍະດຽວກັນ ຂອງປີຜ່ານມາ ທີ່ມີມູນຄ່າທັງໝົດ 571 ລ້ານໂດລ້າຣ໌ ສະຫະຣັຖ.

ການຫຼຸດລົງດັ່ງກ່າວ ສະແດງໃຫ້ເຫັນວ່າ ສະພາບການລົງທຶນໃນປະເທດ ໂດຍສະເພາະ ບັນດາໂຄງການເກີດໃໝ່ ແລະຂນາດໃຫຍ່ ຍັງສືບຕໍ່ງຽບເຫງົາ ສ່ວນການລົງທຶນຂອງຣັຖ ກໍຫຼຸດລົງເຖິງ 4.1% ເນື່ອງຈາກສະພາບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ແລະພັນທະ ໃນການຊໍາຣະໜີ້ສິນ ສາທາຣະນະ.

ສ່ວນການສົ່ງອອກສິນຄ້າ ໂດຍຮວມແລ້ວເພີ່ມຂຶ້ນ 2.2% ຈາກ 3,939 ລ້ານໂດລ້າຣ໌ ສະຫະຣັຖ ເປັນ 4,028 ລ້ານໂດລ້າຣ໌ ສະຫະຣັຖ ເປັນຕົ້ນ ມັນຕົ້ນ, ຢາງພາຣາ, ໝາກກ້ວຍ, ເກືອໂປຕາສ, ໂລຫະປະສົມ, ຄໍາ-ເງິນ ເຊໂປນ, ຖ່ານຫິນລິກໄນຕ໌, ແຮ່ກົ່ວ ແລະຫິນກາວ ຍັງສືບຕໍ່ສົ່ງອອກໄດ້ດີ.

ຂະນະທີ່ ຜູ້ປະກອບການ ບໍຣິສັດທົວທ່ອງທ່ຽວ ແຂວງຫຼວງພຣະບາງ ກ່າວວ່າ ເຖິງທາງການລາວຈະເປີດປະເທດ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດແລ້ວ ແຕ່ຈໍານວນນັກທ່ອງທ່ຽວ ຕ່າງປະເທດ ກໍຍັງເຂົ້າມາທ່ອງທ່ຽວໃນລາວໜ້ອຍ, ສ່ວນຄົນລາວໃນປະເທດ ກໍເດີນທາງທ່ອງທ່ຽວໜ້ອຍລົງ ຫາກຈະທຽບໃສ່ໄລຍະກ່ອນເກີດການແຜ່ຣະບາດ ຂອງເຊື້ອໂຄວິດ-19 ເນື່ອງຈາກຫຼາຍຄົນ ກໍຕ້ອງການປະຢັດ ເພື່ອນໍາເງິນໄປຈັບຈ່າຍຊື້ເຄື່ອງຂອງ ທີ່ຈໍາເປັນ.

ສະນັ້ນແລ້ວ ສະພາບເສຖກິຈໂດຍຮວມເຫັນວ່າ ຜູ້ປະກອບການທ່ອງທ່ຽວ ແລະບໍຣິການຕ່າງໆ ຍັງບໍ່ສາມາດຟື້ນໂຕໄດ້ດີ ແລະຍັງມີຄວາມສ່ຽງສູງ ສໍາລັບພາກທຸກຣະກິຈ ທີ່ຈະຕ້ອງຜະເຊີນກັບ ສະພາບເສຖກິຈ ຖົດຖອຍສືບຕໍ່ໄປອີກ.

ດັ່ງຜູ້ປະກອບການ ທົວຣ໌ທ່ອງທ່ຽວ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຊ້ວງນີ້ ກະບັນຫາເຣື່ອງອັນນີ້ແຫຼະ ວິກິຈເສຖິຈກະທົບໄປໝົດ ອັນຕຣາຍສົມຄວນເນາະ ເຣື່ອງເສຖກິຈນີ້ ບໍ່ຮູ້ວ່າຊິຟື້ນໂຕໄດ້ມື້ໃດ ຊ່ວງເຣີ່ມຕົ້ນ ຄົນ (ລາວ) ອາຈບໍ່ຄ່ອຍ, ບໍ່ຄ່ອຍອອກໄປທ່ອງທ່ຽວຫຼາຍ.”

ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ປະກອບອາຊີບຂາຍ ອາຫານນໍາເຂົ້າຈາກໄທຍ ກ່າວວ່າ ສະພາບເສຖກິຈຕົກຕໍ່າ ແລະຝືດເຄືອງຫຼາຍໃນໄລຍະນີ້ ທັງພາວະເງິນເຟີ້, ເງິນກີບອ່ອນຄ່າ ສົ່ງຜົນໃຫ້ຄ່າໃຊ້ຈ່າຍພາຍໃນຄົວເຮືອນ ເພີ່ມຂຶ້ນເປັນເທົ່າໂຕ ເຮັດໃຫ້ຄົນລາວ ຈໍານວນບໍ່ໜ້ອຍ ພາກັນປະຢັດ ບໍ່ອອກໄປຈັບຈ່າຍຊື້ສິນຄ້າ ຄືເມື່ອກ່ອນ.

ຂະນະທີ່ ການຄ້າຂາຍສິນຄ້າ ກໍຍັງຝືດເຄືອງ ຂາຍບໍ່ໄດ້ດີ ຍ້ອນຄົນບໍ່ມີເງິນ ແລະຫຼາຍຄົນ ກໍເລືອກຊື້ສິນຄ້າ ທີ່ຈໍາເປັນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂດຍຍາກຢູ່ ແຕ່ເຮັດຈັ່ງໃດລະເນາະ ການຄ້າຂາຍກະຍາກໆ ເຄື່ອງຂາຍນີ້ແພງຫຼາຍ ຄົນກະຫາເງິນຍາກໃດ໋ບາດນີ້ນ່າ ເຮົາຊື້ແພງ ເຮົາຂາຍແພງບໍ່ໄດ້ ເຮົາກະຕ້ອງຫຼຸດປະຣິມານລົງ ກະແຮງຂາຍຫາກໄປຕື່ມ ເຮົາເປັນແມ່ຄ້ານ້ອນເດ້ ເຮົາຂາຍບໍ່ໄດ້ເລີຍນ່າ ເຄື່ອງຫັ້ນ.”

ຊາວລາວອີກຄົນນຶ່ງ ທີ່ປະກອບອາຊີບຄ້າຂາຍ ຢູ່ເມືອງວັງວຽງ ກ່າວວ່າ ຈາກຜົລກະທົບ ທີ່ໄດ້ຮັບຈາກການຣະບາດຂອງເຊື້ອໂຄວິດ-19 ແລ້ວຍັງຕ້ອງມາຜະເຊີນກັບ ສະພາບເສຖກິຈຕົກຕໍ່າ ເຊິ່ງເປັນເຣື່ອງຫຍຸ້ງຍາກແລະທ້າທາຍຫຼາຍ ທີ່ຈະຟື້ນໂຕໄດ້ໃນມໍ່ໆນີ້ ຂະນະທີ່ລາຍຮັບຕໍ່ເດືອນຫຼຸດລົງ ແຕ່ຄ່າໃຊ້ຈ່າຍພັດເພີ່ມຂຶ້ນ ເຊິ່ງບໍ່ສອດຄ່ອງກັນ ເຮັດໃຫ້ມີຜົລກະທົບ ຕໍ່ການດໍາເນີນຊີວິຕ ໃນປັດຈຸບັນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຍິ່ງໜັກ ເພາະວ່າໄປຊື້ເຄື່ອງຢູ່ຕລາດ ໄປຊື້ແມ່ນຫຍັງ ຜູ້ໃດກະວ່າ ເຄື່ອງລາຄາຂຶ້ນ ແມ່ນໃຜກະດິ້ນຮົນ ຕ້ອງລອດໃຫ້ໄດ້ ອີກຮ້ານນຶ່ງ ທີ່ເຊົ່າຢູ່ໃນເມືອງ ກໍຕ້ອງປ່ຽນເປັນຮ້ານອາຫານ ຕາມສັ່ງ. ຮ້ານອາຫານຕາມສັ່ງຈານດຽວ ຂໍໃຫ້ຢູ່ລອດ ຈ່າຍຄ່າເຊົ່າໄປ.”

ທາງດ້ານເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫຼື ADB ປະຈໍາລາວ ໃຫ້ທັສນະຕໍ່ ບົດປະເມີນເສຖກິຈ ມະຫາພາກ ຂອງລາວ ໃນຄັ້ງນີ້ວ່າ ເປັນອັດຕຣາການຂຍາຍໂຕ ທີ່ສອດຄ່ອງກັບການຄາດຄະເນ ຂອງທະນາຄານພັທນາເອເຊັຽ ເຊັ່ນດຽວກັນ ເຊິ່ງຈະຢູ່ປະມານ 3% ໃນປີ 2022 ນີ້, ຖືວ່າ ຂ້ອນຂ້າງຢູ່ໃນລະດັບດີ ຫາກຈະທຽບໃສ່ປີທີ່ຜ່ານມາ.

ປັດຈັຍຂອງການຂຍາຍໂຕ ຍັງມາຈາກການສົ່ງອອກ ສິນຄ້າຕ່າງໆ ເປັນຕົ້ນ ພະລັງງານໄຟຟ້າ, ສິນຄ້າທາງການກະເສຕ ຮວມໄປເຖິງການເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ, ເຮັດໃຫ້ເກີດການຈັບຈ່າຍ ຊື້ສິນຄ້າມີເພີິ່ມຂຶ້ນ ເຊິ່ງເປັນໂຕທີ່ກະຕຸ້ນ ເສຖກິຈໃນລາວ ໄດ້ເປັນຢ່າງດີ.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ທາງເຮົາກະປະເມີນຢູ່ເສຖກິຈປີນີ້ ກະຊິຂຍາຍຕົວຫຼາຍກວ່າ ຍັງໃຄກວ່າປີກາຍ ການສົ່ງອອກໄຟຟ້າໄປໄທຍກະຫຼາຍຂຶ້ນ ມັນດີຢູ່ ບໍ່ໜັກໃຈເທົ່າ 2 ປີຜ່ານມາ. 2 ປີກ່ອນນີ້ ໂອ້ຍ... ບໍ່ມີລາຍຮັບ ອັນກະຢຸດຊະງັກ. ດຽວນີ້ນີ່ ຄົນໄປຄົນມາ ມັນກະມີການຈັບການຈ່າຍ ຜູ້ໃດກະອອກເຮືອນໄປຫາເງິນ ກະເຮັດກະສິກັມ ເຮັດອັນໃດກະຢ່າ ກະຖືວ່າຍັງໄຄກວ່າເກົ່າ.”

ແນວໃດກໍຕາມ ເຈົ້າໜ້າທີ່ທະນາຄານພັທນາເອເຊັຽ ທ່ານນີ້ ຍັງໄດ້ສເນີໃຫ້ຣັຖບານລາວ ຫຼຸດຂັ້ນຕອນໃນການເຂົ້າໄປລົງທຶນຢູ່ລາວ ບໍ່ໃຫ້ຊັບຊ້ອນ ແລະຊັກຊ້າ ເພື່ອເປັນການດືງດູດ ການລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດ, ເຂັ້ມງວດໃນການຈັດເກັບລາຍຮັບ, ຊໍາຣະໜີ້ສິນ ສາທາຣະນະ ໃຫ້ໄດ້ຕາມເປົ້າໝາຍ ແລະສົ່ງເສີມການຜລິຕສິນຄ້າ ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງສຸດ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ.

ໃນບົດປະເມີນເສຖກິຈ ມະຫາພາກຂອງລາວ ຕາມທີ່ສະຖາບັນວິທຍາສາຕ ເສຖກິຈ ແລະສັງຄົມແຫ່ງຊາຕ ໄດ້ຣາຍງານນັ້ນ ຍັງມີການສເນີ ເພື່ອໃຫ້ຣັຖບານລາວ ເອົາໃຈໃສ່ເປັນພິເສດ ເພື່ອເຮັດໃຫ້ເສຖກິຈລາວ ກັບມາຟື້ນໂຕໄດ້ດີຂຶ້ນກວ່ານີ້ ເປັນຕົ້ນ ຣັຖບານລາວ ຕ້ອງສ້າງສະພາບເສຖກິຈ ມະຫາພາກ ມີສະຖຽນລະພາບ ໂດຍສະເພາະ ເຣື່ອງການຄຸ້ມຄອງອັດຕຣາເງິນເຟີ້, ອັດຕຣາແລກປ່ຽນ ແລະແກ້ໄຂບັນຫາໜີ້ສິນ ສາທາຣະນະ ບໍ່ໃຫ້ມີຄວາມກົດດັນ ແລະຮັບປະກັນ ບໍ່ຜິດນັດຊໍາຣະ. ເອົາໃຈໃສ່ຮັບປະກັນ ການສນອງນໍ້າມັນເຊື້ອເພີງ ແລະສິນຄ້າຈໍາເປັນ ຈໍານວນນຶ່ງ ເພື່ອບໍ່ໃຫ້ການຜລິຕ ຢຸດສະງັກ ແລະບໍ່ກະທົບຕົ້ນທຶນ ການຜລິຕສູງ ແລະຫຼຸດຜ່ອນ ການໃຊ້ຈ່າຍດ້ວຍເງິນຕຣາ ຕ່າງປະເທດ ໂດຍບໍ່ຈໍາເປັນ, ຈັດເກັບພາສີ ແລະອາກອນເພີ່ມ ສໍາລັບສິນຄ້າ ຟູ້ມເຟືອຍ, ຣົຖຫຼູ ແລະສິນຄ້າຟູ້ມເຟືອມອື່ນໆ ແລະຈັດເກັບລາຍຮັບ ເຂົ້າງົປະມານ ໂດຍການຫັນປ່ຽນ ໄປໃຊ້ລະບົບທັນສໄມ ເພື່ອຄວາມໂປ່ງໃສ ສາມາດກວດສອບ ຄວາມຖືກຕ້ອງ ໃນທຸກຂັ້ນຕອນ ແລະບັນຫາອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.