ຣັຖບານລາວ ພະຍາຍາມເຮັດໃຫ້ເສຖກິຈດີຂຶ້ນ ແລະເງິນຕຣາແຂງຄ່າ
2024.03.14
ທະນາຄານກາງຂອງລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ລາຍຮັບເງິນຕຣາຕ່າງປະເທດ ຈາກການສົ່ງສິນຄ້າອອກ ແລະການບໍຣິການ ໃນມື້ວັນທີ 7 ມີນານີ້ ຊຶ່ງໃນນັ້ນໄດ້ລະບຸວ່າ ຜູ້ສົ່ງອອກຕ້ອງນໍາລາຍຮັບເງິນຕຣາຕ່າງປະເທດ ເຂົ້າລະບົບທະນາຄານຂອງລາວ ໃນວັນທີີ່ຊໍາລະ ຊຶ່ງໄດ້ກໍານົດໄວ້ຢູ່ໃນສັນຍາຊື້-ຂາຍ.
ຈຸດປະສົງຂອງແຈ້ງການສະບັບນີ້ ແມ່ນເພື່ອໃຫ້ທາງການລາວ ກວດສອບແຫລ່ງທີ່ມາຂອງເງິນ ໄດ້ຢ່າງຖືກຕ້ອງ ຍ້ອນວ່າ ມີຫລາຍບໍຣິສັດ ຂາຍສິນຄ້າເປັນເງິນຕຣາຕ່າງປະເທດແລ້ວ ບໍ່ເອົາເງິນເຂົ້າລະບົບທະນາຄານໃນລາວ, ເຮັດໃຫ້ເງິນຕຣາຕ່າງປະເທດ ໝຸນວຽນຢູ່ນອກລະບົບ ໃນລາວຫລາຍ, ເຮັດໃຫ້ເງິນກີບອ່ອນຄ່າ ແລະເພື່ອສົ່ງເສີມໃຫ້ເງິນກີບແຂງຄ່າຂຶ້ນນໍາດ້ວຍ.
ດັ່ງເຈົ້າໜ້າທີ່ ກົມຄຸ້ມຄອງເງິນຕຣາຕ່າງປະເທດທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊເສຣີ ໃນມື້ວັນທີ 13 ມີນານີ້ວ່າ:
“ເຣື່ອງຕິດຕາມລາຍຮັບ ຈາກການສົ່ງອອກບາງປະເທດ ເພາະວ່າຜ່ານມາຫລາຍບໍຣິສັດ ຫລາຍທຸຣິກິຈ ຂາຍສິນຄ້າໄປ, ແລ້ວບໍ່ເອົາເງິນເຂົ້າມາລາວກໍມີ. ສອງລະແມ່ນເອົາເຂົ້າສ່ວນໂຕບໍ ບໍ່ໄດ້ເອົາເຂົ້າບັນຊີຂອງບໍຣິສັດ ແລ້ວເຮົາຢາກເກັບຂໍ້ມູນໃຫ້ມັນເປັນສະຖິຕິ ແລ້ວກະຂໍ້ມູນທີ່ຖືກຕ້ອງສາມາດກວດສອບ ແຫລ່ງທີ່ໄປທີ່ມາຂອງເງິນໄດ້. ຄ່າເງິນນໃນການສເນີເງິນຕຣາ ມັນກໍຈະມີທ່າແຮງຂຶ້ນຫັ້ນນະ.”
ສໍາລັບເວລາ ແລະຈໍານວນເງິນຕຣາຕ່າງປະເທດ ທີ່ເປັນລາຍຮັບ ເຂົ້າລະບົບທະນາຄານ ຂແນງບໍ່ແຮ່ ແມ່ນ 85% ໃນກໍານົດ 90 ວັນ ນັບແຕ່ມື້ສົ່ງສິນຄ້າອອກ, ຂແນງການບໍຣິການ ແມ່ນ 80% ໃນກໍານົດ 60 ວັນ, ຂແນງກະສິກໍາ ແມ່ນ 75% ໃນກໍານົດ 60 ວັນ, ຂແນງໄຟຟ້າແມ່ນ 20% ໃນກໍານົດ 180 ວັນ ແລະ ຂແນງການອື່ນໆ ແມ່ນ 70% ໃນກໍານົດ 90 ວັນ.
ແລະຜູ້ສົ່ງສິນຄ້າອອກ ຕ້ອງຂາຍເງິນຕຣາຕ່າງປະເທດ ເປັນເງິນກີບ ຕາມອັດຕຣາສ່ວນຕໍ່າສຸດ ພາຍໃນກໍານົດເວລາ ສູງສຸດບໍ່ໃຫ້ເກີນ 3 ວັນ ນັບຕັ້ງແຕ່ໄດ້ນໍາລາຍຮັບນັ້ນ ເຂົ້າບັນຊີເງິນຝາກ ກ່ຽວກັບການນໍາເຂົ້າ-ສົ່ງອອກແຕ່ລະຄັ້ງ ເຊັ່ນ ຂແນງບໍ່ແຮ່ 35%, ຂແນງໄຟຟ້າ 20%, ຂແນງກະສິກັມ 30%, ຂແນງບໍຣິການ 20% ແລະຂແນງອື່ນໆ 20%.
ຖ້າຫາກວ່າ ບໍຣິສັດໃດ ທີ່ສົ່ງສິນຄ້າອອກ ບໍ່ປະຕິບັດຕາມຄໍາສັ່ງດັ່ງກ່າວ ເຊັ່ນກໍລະນີບໍຣິສັດຜູ້ສົ່ງອອກ ບໍ່ຂາຍເງິນຕຣາຕ່າງປະເທດ ທີີ່ໄດ້ຮັບມາ ຫລືຂາຍເງິນຕຣາຕ່າງປະເທດ ບໍ່ຄົບຖ້ວນ ຕາມອັດຕຣາສ່ວນຕໍ່າສຸດ ແລະບໍ່ຕາມກໍານົດເວລາ ທີ່ກໍານົດໄວ້ ຈະຖືກປັບໃໝສູງສຸດ 10% ຂອງມູນຄ່າທີ່ລະເມີດ ແຕ່ບໍ່ຫລຸດ 20 ລ້ານກີບ ແລະໃຫ້ໂຈະການສົ່ງສິນຄ້າອອກທັນທີ.
ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການ ທີ່ກ່ຽວຂ້ອງທ່ານນຶ່ງ ເວົ້າວ່າ ເປັນເຣື່ອງດີ ທີ່ຣັຖບານພະຍາຍາມກະຕຸ້ນເສຖກິຈ-ການເງິນໃນລາວ ໃຫ້ເຂັ້ມແຂງຂຶ້ນ ໂດຍໃຫ້ພາກທຸຣະກິຈ ມີສ່ວນຮ່ວມ.
“ທາງຣັຖເພິ່ນກະພະຍາຍາມ ກະຕຸ້ນເຣື່ອງພາຍໃນນີ້ ບໍ່ວ່າການສົ່ງເສີມທາງດ້ານເສຖກິຈ ຫລາຍພາກສ່ວນມີສ່ວນຮ່ວມ ຫັ້ນແຫລະ. ໃຫ້ເງິນມັນເຂົ້າສູ່ລະບົບ ການນໍາເຂົ້າ ການສົ່ງອອກ ໂດຍຜ່ານທະນາຄານ ເປັນສື່ກາງ ໃນການຈະລາຈອນ. ເຮັດທຸຣະກິຈຫັ້ນນະ ຜ່ານທະນາຄານ ຢັ້ງຢືນວ່າເງິນຖືກຕ້ອງ.”
ພ້ອມດຽວກັນນັ້ນ ຜູ້ປະກອບການຄ້າທ່ານນຶ່ງ ກໍເວົ້າວ່າ ເຣື່ອງຄໍາສັ່ງທີ່ວ່ານັ້ນ ເມື່ອຮູ້ແລ້ວ ກໍຕ້ອງປະຕິບັດຕາມ ເພາະຖືວ່າເປັນເຣື່ອງດີ ທີ່ຈະເຮັດໃຫ້ເງິນກີບແຂງຄ່າຂຶ້ນ ແຕ່ກໍຍັງມີຄວາມສ່ຽງ ທີ່ອາດຂາດທຶນຢູ່.
“ກໍເປັນການຄຸ້ມຄອງເງິນບ້ານເຮົາ ໃຫ້ແຂງຄ່າຂຶ້ນຫັ້ນນະ ມັນກໍມີແຕ່ວ່າ ເຣທເງິນມັນຂຶ້ນມັນລົງ ເວລາເອົວຊື້ເຣທນຶ່ງ ເວລາເຂົາຂາຍມັນເຣທນຶ່ງ ບາງເທື່ອມັນເຣທລົງ ກໍຢາກສ່ຽງໂຕນີ້ຊື່ໆ ຕອນເຮົາຊື້ເຣທ ອັນບາດມັນເຣທແພງ ເວລາຂາຍແລ້ວເຣທມັນລົງ.”
ແລະຜູ້ປະກອບການຄ້າອີກທ່ານນຶ່ງ ເວົ້າວ່າ ທາງການລາວພະຍາຍາມ ເຮັດໃຫ້ເງິນກີບແຂງຄ່າ ໃນຂະນະທີ່ນັກລົງທຶນເຂົ້າມາຫລາຍ ແຕ່ບໍ່ໄດ້ນໍາເງິນຕຣາຕ່າງປະເທດ ເຂົ້າລະບົບທະນາຄານ ຊຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ເງິນກີບອ່ອນຄ່າ.
“ທຸກມື້ນີ້ກໍຄືວ່າ ນາຍທຶນລົງທຶນຢູ່ປະເທດລາວເຮົານີ້ ຄືວ່າເງິນຕຣາຕ່າງປະເທດເຂົ້າຫລາຍ ເຮັດໃຫ້ເງິນຕຣາເຮົາບໍ່ຄົງທີ່ຫັ້ນນະ ເພາະວ່າເຂົາເຈົ້າຈະສະກັດກັ້ນບັນຫາໂຕນີ້ຫັ້ນແຫລະ. ຕ້ອງເອົາເງິນຕຣາເຂົ້າທະນາຄານໝົດ ການຊື້-ຂາຍ ເປັນເງິນກີບວ່າຊັ້ນສະ. ເຂົ້າສູ່ລະບົບເດ ເພື່ອບໍ່ໃຫ້ເງິນກີບອ່ອນຄ່ານໍ ໃຫ້ມັນແຂງຂຶ້ນຫັ້ນນະ.”
ບັນຫາທີ່ກ່ຽວຂ້ອງ ກັບເສຖກິຈ-ການເງິນທີ່ວ່ານີ້ ພວກນັກທຸຣະກິຈໃນລາວ ກໍເຂົ້າໃຈໃນການແກ້ໄຂຂອງຣັຖບານ ຊຶ່ງຫລາຍຄົນກໍພ້ອມທີ່ຈະປະຕິບັດຕາມຄໍາສັ່ງນັ້ນ ເພາະຢາກໃຫ້ເງິນກີບແຂງຄ່າ.
ເມື່ອກ່ອນໜ້ານີ້ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕຣາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ກໍໄດ້ຣາຍງານເມື່ອເດືອນກຸມພາ ທີ່ຜ່ານມາວ່າ ຈະສືບຕໍ່ຄຸ້ມຄອງ ແຫລ່ງເງິນຕຣາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານເພີ່ມຂຶ້ນ ເພື່ອສ້າງຄວາມສົມດຸນ ລະຫວ່າງກະແສເງິນຕຣາເຂົ້າ-ອອກ ເພື່ອຊໍາລະກັບຕ່າງປະເທດ ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ຄັງສໍາລອງເງິນຕຣາຕ່າງປະເທດ ແລະຈະນໍາລາຍຮັບເງິນຕຣາຕ່າງປະເທດ ຈາກການສົ່ງສິນຄ້າອອກ ເຂົ້າລະບົບທະນາຄານ ໃນ ສປປລາວ ໃຫ້ໄດ້ຢ່າງໜ້ອຍ 70%.
ແຕ່ໃນເດືອນກຸມພາທີ່ຜ່ານມາ ລາວກໍຍັງມີເງິນເຟີ້ເຖິງ 25.35% ຖືວ່າເພີ່ມຂຶ້ນ ໂດຍສະເພາະແມ່ນກຸ່ມໂຮງແຮມ, ຮ້ານອາຫານ, ສິນຄ້າ ທີ່ນໍາເຂົ້າຈາກຕ່າງປະເທດ ຍ້ອນອັດຕຣາແລກປ່ຽນເງິນຕຣາ.