ສະມາຊິກພີເອສເສັຽຫາຍ ກວ່າ 800 ຕື້ກີບ

ຈໍາປາທອງ
2018.01.12
F-PS ບໍຣິ້ສັດ PS ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ
RFA

ຫລັງຈາກບໍຣິສັດພີເອສ ລົ້ມລະລາຍ, ປະຊາຊົນລາວປະມານ 30 ພັນຄົນ ໄດ້ແຈ້ງໃຫ້ຫນ່ວຍງານ ທີ່ກ່ຽວຂ້ອງ ຂອງທາງການລາວ ວ່າຕົນ ໄດ້ລົງທຶນ ໃນໂຄງການຂອງ ບໍຣິສັດລູກໂສ້ ພີເອສ ຂອງນາງ ສຸກນາລີ ເທບສີເມືອງ ແລະທ້າວ ປໍເຮີ ເປັນເງິນທັງຫມົດ ປະມານ 800 ປາຍຕື້ກີບ ຫລືປະມານ 95 ລ້ານໂດລາ ສະຫະຣັຖ. ຕາມຄຳເວົ້າຂອງ ພັນເອກ ຄຳແກ້ວ ມະໂນລາ ຫົວຫນ້າຝ່າຍສືບສວນສອບສວນ ຈາກຫ້ອງການດ້ານເສຖກິດ ກະຊວງປ້ອງກັນຄວາມສງົບ ຕໍ່ວຽງຈັນທາມ ພາຍຫລັງໄດ້ສືບສວນສອບສວນ ມາໄດ້ຣະຍະນຶ່ງ ເພື່ອສົ່ງຂໍ້ມູນ ກ່ຽວກັບເຣຶ່ອງໜີ້ສິນນັ້ນ ໃຫ້ຫ້ອງການອັຍການປະຊາຊົນ, ດັ່ງນາງວັນເພັງ ວົງປະເສີດ ຜູ້ຕາງໜ້າປະຊາຊົນ ຊຶ່ງເປັນນຶ່ງໃນຄນະກັມການ ສະເພາະກິດ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມົກກະຣາ ນີ້ວ່າ:

"ດຽວນີ້ເພິ່ນກໍເກັບກໍາ ເຣຶ່ອງທີ່ວ່າ ໜີ້ສິນເນາະປະມານ 800 ປາຍຕື້ເນາະ ແລ້ວບາດນີ້ເພິ່ນຍັງກໍາລັງສອບສວນ ເຣຶ່ອງຊັບສິນ ດຽວນີ້ມັນ ຊັບສິນກໍຄືມັນຍັງດຶງມາ ບໍ່ທັນໄດ້ໝົດເດນໍ ໃນບໍຣິສັດພີເອສແໜ່ ແລ້ວກໍທີ່ກ່ຽວຂ້ອງກັບເງິນ ປະຊາຊົນ, ປະຊາຊົນທີ່ເສັຍຫາຍ ຫັ້ນນະ ຂະເຈົ້າກໍວ່າມັນມີເບາະແສ ມັນທາງໃດຂະເຈົ້າກໍດຶງເຂົ້າມາ ແມ່ນແຫຼະດຽວນີ້ ກໍກໍາລັງເລັ່ງຂາຍສິນຄ້າ ທີ່ມັນຈະໝົດຄຸນ ຂາຍອອກກ່ອນ."

ທ່ານ ອາຄົມ ປາເສີດ ຫົວຫນ້າຄນະກັມມາທິການສືບສວນ ບັນຫາດັ່ງກ່າວເວົ້າວ່າ ທາງການໄດ້ສືບສວນ ແລະຊອກຄົ້ນຍຶດຊັບສິນ ຂອງ ບໍຣິສັດ PS ທັງຫມົດແລ້ວ. ໃນປັດຈຸບັນ ຫນ່ວຍງານທີ່ກ່ຽວຂ້ອງ ກຳລັງສືບຫາວ່າ ເງິນຂອງປະຊາຊົນ ທີ່ໄດ້ລົງທຶນ ກັບບໍຣິສັດນີ້ຖືກນຳ ເອົາໄປໃຊ້ ຫຍັງແດ່ ແລະຢູ່ໃສ ເພື່ອຈະນຳເອົາໄປ ໃຊ້ຫນີ້ປະຊາຊົນ.

ເມື່ອວັນທີ 5 ມົກກະຣານີ້ ຄະນະສະເພາະກິດ ໄດ້ເປີດປະມູນຂາຍເຂົ້າ ຂອງບໍຣິສັດ PS ຈໍານວນ 1,172 ຕັນ. ທ່ານ ອາຄົມ ຜູ້ທັງເປັນ ຫົວໜ້າຫ້ອງການບໍຣິຫານການເງິນ ທະນາຄານກາງ ສປປລາວ ເວົ້າວ່າພວກທ່ານໄດ້ເລັ່ງລັດ ເຮັດວຽກໄວທີ່ສຸດ ເທົ່າທີ່ຈະໄວໄດ້ ໃນການ ຊອກຄົ້ນຫາ ບ່ອນທີ່ບໍຣິສັດ PS ຊຸກເຊື່ອງເງິນ ປະຊາຊົນຜູ້ຊື້ຫຸ້ນນັ້ນ. ບໍຣິສັດ PS ຖືກຕັ້ງຂຶ້ນ ໃນປີ 2012, ເປັນບໍຣິສັດລູກສໍ້ ຕົ້ມຕຸນ ເງິນປະຊາຊົນ ມາລົງທຶນ ໂດຍສັນຍາວ່າ ຈະໃຫ້ຄ່າຕອບແທນສູງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.