ຄ່າຫົວເຂື່ອນເຊປຽນແຕກ 10 ພັນ ໂດລາ
2019.01.25
ທາງການແຂວງອັດຕະປື ເຮັດບຸນກິນທານ ຫາຜູ້ເສັຽຊີວິດ ແລະຫາຍສາບສູນ ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນຂນະທີ່ ບໍຣິສັດ ເຂື່ອນເຊປຽນ-ເຊນ້ຳນ້ອຍ, ບໍຣິສັດ SK ແລະ ບໍຣິສັດ ປະກັນພັຍ ຈະຈ່າຍຄ່າຫົວ ໃຫ້ແກ່ຜູ້ທີ່ເສັຽຊີວິດ ແລະ ຫາຍສາບສູນ ມູນຄ່າ 10 ພັນໂດລາ ຕໍ່ນຶ່ງຄົນ.
ການເຮັດບຸນເຮັດທານ ຫາຜູ້ເສັຽຊີດວິດ ໄດ້ຈັດຂຶ້ນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 25 ມົກກະຣາ ແລະໃນຕອນເຊົ້າ ຂອງ ວັນທີ 26 ມົກກະຣາ ມີການຕັກບາດ. ອີງຕາມຣາຍງານ ເຈົ້າໜ້າທີ່ ເມືອງສະໜາມໄຊ.
ເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນເດືອນ ກໍຣະກະດາ ປີ 2018 ທີຜ່ານມາ ເຮັດໃຫ້ມີຜູ້ເສັຽຊີວິດ ແລະຫາຍສາຍສູນ 71 ຄົນ ແລະໄດ້ຮັບຜົນກະທົບ ປະມານ 7 ພັນຄົນ, ອີງຕາມການຣາຍງານ ຂອງເຈົ້າໜ້າທີ່ ທາງການລາວ.
ໃນຕອນເຊົ້າຂອງມື້ນີ້ ທາງ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ເພື່ອ ຂໍຣາຍລະອຽດ ເພີ້ມເຕີມ, ແຕ່ທ່ານກໍໄດ້ຂໍອະພັຍ ນໍານັກຂ່າວເອເຊັຽເສຣີວ່າ ທ່ານກໍາລັງ ຢູ່ໃນຣະຫວ່າງພິທີ ທາງສາສນາ ກິນທານຫາ ຜູ້ເສັຽຊີວິດ ຈາກ ເຫດການເຂື່ອນແຕກນັ້ນຢູ່ ແລະ ຂໍເລື່ອນການສໍາພາດໄປກ່ອນ.
ນອກຈາກນີ້ ໃນວັນທີ 23 ມົກກະຣາ ທີ່ຜ່ານມາ ສຳນັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ວ່າດ້ວຍການຮັບເອົາຄ່າຊົດເຊີຍ ແກ່ຜູ້ ເສັຽຊີວິດ ແລະ ຜູ້ຫາຍສາບສູນ ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ.
ເນື້ອໃນຂອງແຈ້ງການໄດ້ລະບຸວ່າ:
1. ເຫັນດີຮັບຮອງເອົາຄ່າຊົດເຊີຍ ໃຫ້ແກ່ຜູເສັຽຊີວິດ ແລະຜູ້ຫາຍສາບສູນ ຈາກເຫດການ ສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ໃນມູນຄ່າ 10 ພັນໂດລາ ສະຫະຣັຖ ຕໍ່ຫົວຄົນ ຕາມຈຳນວນຜູ້ເສັຍຊີວິດ ແລະຜູ້ ຫາຍສາບສູນ ທີ່ຣັຖບານ ໄດ້ຮັບຮອງເອົາ 71 ຄົນ. ໃນຕໍ່ໜ້າ, ຖ້າຫາກພົບເຫັນຜູ້ເສັຽຊີວິດເພີ້ມຕື່ມ ບໍຣິສັດຕ້ອງສືບຕໍ່ຮັບຜິດຊອບ ຈ່າຍຄ່າຊົດເຊີຍຕື່ມອີກ.
2. ມອບໃຫ້ ແຂວງອັດຕະປື, ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ແລະ ບໍຣິສັດ SK ພ້ອມດ້ວຍບໍຣິສັດ ປະກັນພັຍ ດຳເນີນການມອບຮັບເງິນ ຊົດເຊີຍດັ່ງກ່າວ ໃຫ້ແກ່ຄອບຄົວ, ຍາດພີ່ນ້ອງຜູ້ທີ່ເສັຽຊີວິດ ແລະ ຫາຍສາບສູນ ຕາມກົດໝາຍ, ລະບຽບການ ແລະ ເງື່ອນໄຂການ ປະກັນພັຍ.
ເຊີນຕິດຕາມຂ່າວຄືບໜ້າໄດ້ ຫາກມີຂໍ້ມູນ ຫຼື ເຫດການ ໃໝ່ໆເກີດຂຶ້ນ ທາງວິທຍຸເອເຊັຽເສຣີ ຈະນໍາມາສເນີ ໃນທັນທີ.