ໄປເຮັດວຽກນອກປະເທດ ມີ ຄວາມສ່ຽງ

ສິດນີ
2017.07.14
f-tadkuangsi ນໍ້າຕົກ ຕາດກວາງຊີ ທີ່ ແຂວງຫລວງພຣະບາງ
Public Domain

ແຂວງຫລວງພຣະບາງໄດ້ຕັກເຕືອນ ນັກຮຽນ ຊາຍຫນຸ່ມຍິງສາວ ໃນການໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ເປັນຕົ້ນໄປ ໄທແລະຈີນ ໃຫ້ໄປແບບຖືກຕ້ອງ ຕາມກົດຫມາຍ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ເຫມືອນດັ່ງ ທີ່ເຄີຍເກີດຂຶ້ນ ໃນລະຍະທີ່ຜ່ານມາ. ດັ່ງເຈົ້າຫນ້າທີ່ ແຂວງຫລວງພຣະບາງ ທ່ານນຶ່ງກ່າວ ໃນວັນທີ 13 ກໍຣະກະດາ ນີ້ວ່າ:

"ດຽວນີ້ເພີ່ນກໍໄດ້ມາເຜີຍແຜ່ ໃນການທີ່ວ່າໄປເຮັດວຽກ ຢູ່ຊາຍແດນອີ່ຫຍັງ ເພີ່ນກໍຈະສົ່ງກັບ ປະມານນີ້ ເພີ່ນກໍໄດ້ລົງມາເວົ້າມາວ່າ ພວກ ທີ່ລັກໄປບໍ່ມີບັດມີໃບ ບໍມີເອກສານ ອີ່ຫຍັງ ຢ້ານຊີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ເພິ່ນກໍໄດ້ເຜີຍແຜ່ຫຼາຍເຕີບ ເຈົ້າຫນ້າທີ່ກ່ຽວຂ້ອງ ກັບອັນນີ້ ຂະເຈົ້າ ກໍເຮັດແຈ້ງການ ມາຫານາຍບ້ານ ແລ້ວກໍນາຍບ້ານ ເປັນຜູ້ໂຄສະນາຕໍ່".

ທ່ານວ່າ ໃນການຕັກເຕືອນ ແລະໃຫ້ຄວາມຮູ້ນັ້ນ ກໍໄດ້ເວົ້າເຖີງຫລາຍສາເຫດ ທີ່ຄົນງານລາວ ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ໃນໄທ ແລະໃນເວລາດຽວກັນ ກໍຍັງໄດ້ ຕັກເຕືອນ ເຣື້ອງຄົນຈີນ ເຂົ້າມາຕົວະຍົວະ ແມ່ຍີງລາວໄປຈີນ ເພື່ອເອົາໄປ ບໍຣິການທາງເພດ ຫຼືບັງຄັບ ໃຊ້ແຮງງານ.

ເຈົ້າຫນ້າທີ່ທ່ານນີ້ເວົ້າວ່າ ໃນຣະຍະນີ້ ທາງການເອົາໃຈໃສ່ ໃນເຣື້ອງນີ້ຫລາຍ ບໍ່ຄືປີກອ່ນໆ ເນື່ອງຈາກວ່າ ໃນຍາມພັກຮຽນ ພວກນັກຮຽນ ມັກຊວນກັນໄປ ເຮັດວຽກ ຢູ່ຕ່າງແຂວງ ຫລືຕ່າງປະເທດ ເຮັດໃຫ້ຕົກເປົ້າ ຂອງກຸ່ມ ຄ້າມນຸດ ໄດ້ງ່າຍ:

"ປະຊາຊົນເນາະ ພໍ່ແມ່ປະຊາຊົນ ເຂົາອາດຈະບໍ່ຮູ້ ບາງຄົນ ກໍຢາກໃຫ້ລູກໄປເຮັດວຽກ ຢູ່ໄທ ຢູ່ໃສນີແປຫລະແຕ່ຊີ່ຫາເງີນ ກໍຫາເງີນມາ ລ້ຽງຄອບຄົວ ແນວນັ້ນ ແນວນີ້ ບາງຄົນ ກໍພັກໂຮງຮຽນ ແລ້ວກໍໄປ ສ່ວນຫຼາຍນັກຮຽນ ຄັນເປັນນັກຮຽນ ເຂົາປິດເທີມປິດຫຍັງ ຂະເຈົ້າ ກໍໄປ ຂະເຈົ້າກໍບໍ່ຢາກໄປເຮັດ ແຕ່ວ່າ ມັນກໍສະຖານະການ ບັງຄັບ ມັນກໍຈຳເປັນ".

ວ່າງປີຜ່ານມາ ມີຄົນງານລາວ ຕົກເປັນເຫຍື່ອຂອງກຸ່ມ ຄ້າມະນຸດໃນໄທ ໃນຫຼາຍຄະດີ ເປັນຕົ້ນຄະດີ ຄົນງານລາວ 8 ຄົນຈາກແຂວງ ຈຳປາສັກ ຖືກນາຍຈ້າງ ບັງຄັບໃຊ້ ແຮງງານ ແບບຂ້າທາດ ທີ່ແຂວງເພັດບູລີ ແລະ ກໍຣະນີນາງໄກ່ ເດັກນ້ອຍແມ່ຍິງລາວ ຈາກແຂວງ ຄຳມ່ວນ.

ນອກຈາກນັ້ນກໍ່ມີແມ່ຍີງລາວ ຫລາຍຄົນຖືກຄົນຈີນ ຕົວະແຕ່ງງານ ເອົາໄປຈີນ ຫລາຍຄົນ ກໍຫາຍສາບສູນໄປເລີຍ ເປັນຕົ້ນສາມຄົນ ທີ່ ແຂວງ ບໍຣີຄຳໄຊ ແລະ ຈາກແຂວງ ຊຽງວາງ ແຂວງຜົ້ງສາລີ ກໍມີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.