ໂຄງການຂົວຂ້າມນ້ຳເຊລຳເພົາ

ສິດນີ
2014.03.20

 

ຈຸດທີ່ໝາຍ ບ່ອນ ຈະສ້າງ ຂົວຂ້າມ ນ້ຳ ເຊລຳເພົາ ຣະຫວ່າງ ລາວ ແລະ ກຳພູຊາ ນັ້ນ ທັງສອງ ຝ່າຍ ເລືອກ ໄດ້ແລ້ວ.

ພາຍຫລັງ ທີ່ໄດ້ ພຍາຍາມ ມາເປັນ ເວລາ ຫລາຍປີ ກ່ຽວກັບ ໂຄງການ ສ້າງຂົວ ຣະຫວ່າງ ລາວ - ກຳພູຊາ ໃນ ປັດຈຸບັນ ກໍໃກ້ ຈະເປັນ ຄວາມຈິງແລ້ວ ຊຶ່ງ ໃນເວລານີ້ ກະຊວງ ໂຍທາ ຂອງ ສອງປະເທດ ໄດ້ຕົກລົງ ກັນໃນ ເບື້ອງຕົ້ນ ກ່ຽວກັບ ຈຸດທີ່ຈະ ສ້າງຂົວ ຂ້າມ ນ້ຳ ເຊລຳເພົາ ແຂວງ ຈຳປາສັກ ແລະ ຖນົນ ເຊື່ອມຕໍ່ ຕຣອດຮອດ ແຫລ່ງທຶນ ທີ່ ຈະນໍາມາ ໃຊ້ ໃນການ ກໍ່ສ້າງ ຊື່ງ ເຈົ້າຫນ້າທີ່ ຈາກ ສອງ ປະເທດ ໄດ້ເຫັນພ້ອມ ສເນີໃຫ້ ຣັຖບານ ຂອງຕົນ ພິຈາຣະນາ ເອົາດ່ານ ຊາຍແດນ ເຂົ້າໃນ ໂຄງການຮວມ ແລະ ການຂໍທຶນ ຊ່ອຍເຫລືອ ຈະເປັນເງິນ ໃຫ້ລ້າຫລື ເງິນກູ້ ຈາກ ຣັຖບານຈີນ.

ຕາມຂໍ້ມູນ ຈາກ ກະຊວງ ໂຍທາ ແລະ ຂົນສົ່ງ ຂອງ ສອງປະເທດ ເມື່ອວັນທີ 10-12 ເດືອນ ມີນາ ປີນີ້ ຄນະຜູ້ແທນ ຣະດັບສູງ ຈາກ ກະຊວງ ໂຍທາ ແລະ ຂົນສົ່ງ ລາວ ແລະ ກຳພູຊາ ໄດ້ຈັດ ກອງປະຊຸມ ປຶກສາ ຫາລື ກ່ຽວກັບ ໂຄງການ ສ້າງຂົວ ໃນຄັ້ງນີ້ ຊຶ່ງຝ່າຍລາວ ນຳໂດຍ ດຣ ບຸນຈັນ ສີນທະວົງ ຣັຖມົນຕຣີ ຊ່ອຍວ່າການ ແລະ ຝ່າຍ ກຳພູຊາ ນຳໂດຍ ຣັຖມົນຕຣີ ຊ່ອຍ ທ່ານ ໂສຄົມ ສຸຂະວັນມະນີ.

ທັງລາວ ແລະ ກັມພູຊາ ໄດ້ຕົກລົງ ກັນ ແລະ ເຫັນດີ ໃນຈຸດທີ່ ຈະສ້າງຂົວ ຂ້າມນ້ຳ ເຊລຳເພົາ ນັ້ນແມ່ນ ຢູ່ ບໍຣິເວນ ບ້ານ ນາຍາງ ເມືອງ ມູນລະປະໂມກ ແຂວງ ຈຳປາສັກ ທາງຝັ່ງລາວ ກັບ ບ້ານສັງແກ ເມືອງແຈບ ແຂວງ ປຣາວີເຮີຍ ຝັ່ງ ກຳພູຊາ ທີ່ ມີຄວາມຍາວ 150 ແມັດ ແລະ ກວ້າງ 12 ແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.