ທະນາຄານກາງຈັດເລັ່ງ ການເງິນ ຈຸລພາກ ຈ່າຍຄືນ

ໄມຊູລີ
2018.09.24
F-Micro-finance ສະຖາບັນການເງິນ ຈຸລພາກ ສາຂາບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Citizen Journalist

ປັຈຈຸບັນເຈົ້າໜ້າທີ່ທະນາຄານແຫ່ງ ສປປລາວ ໄດ້ໄປປະຈໍາການ ຢູ່ສະຖາບັນ ຈຸລພາກທີ່ຮັບຟາກເງິນ ຢູ່ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ເພື່ອຊ່ວຍແກ້ໃຂ ໃຫ້ສະຖາບັນ ດັ່ງກ່າວ ເລັ່ງຄືນເງິນໃຫ້ປະຊາຊົນ ທີ່ນໍາເງິນມາຝາກ.

ທະນາຄານກາງ ສົ່ງເຈົ້າໜ້າທີ່ມາປະຈໍາຢູ່ ສະຖາບັນການເງິນຈຸລພາກ ກໍເພື່ອກວດກາການເກັບໜີ້ພາສີ ຂອງ ສະຖາບັນແຫ່ງນີ້ ແລະເງິນທີ່ ໄດ້ຈາກການເກັບໜີ້ສິນ ນັ້ນຕ້ອງມອບໃຫ້ທະນາຄານກາງ ເປັນຜູ້ເກັບກໍາໄວ້ ເພື່ອໃຫ້ປະຊາຊົນມາຖອນ, ດັ່ງເຈົ້າໜ້າທີ່ ເມືອງນາຊາຍທອງ ທ່ານນຶ່ງ ກ່າວຕໍໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 24 ກັນຍາ ນີ້ວ່າ:

“ມີແຕ່ພວກທະນາຄານກາງ ເຂົາເຈົ້າມາປະຈໍາຢູ່ຫັ້ນລະ ເກັບເງິນເກັບຄໍາມາໄດ້ ກໍມອບໃຫ້ ເຂົາເຈົ້າໝົດ ພະນັກງານ ກໍບໍ່ໄດ້ໄປເກັບເງິນ ແຕ່ລະມື້ ກໍແມ່ນຊອກໃຫ້ເພິ່ນໝົດ ເພິ່ນກໍຮິບໂຮມ ໄວ້ໝົດເຮັດແຈ້ງການມາໃຫ້ວ່າ ກໍາລັງລວບລວມຂໍ້ມູນຕື່ມ ເພິ່ນວ່າສິແກ້ໄຂ ໃນໄວໆນີ້ ເພິ່ນວ່າຈັ່ງຊັ້ນ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕຶ່ມວ່າ ປັຈຈຸບັນ ປະຊາຊົນ ທີ່ ໄປເຄື່ອນໄຫວ ຢູ່ຕໍ່ໜ້າສະຖາບັນການເງິນຈຸລພາກ ຍ້ອນຖອນເງິນບໍ່ໄດ້ນັ້ນ ກໍຢຸດ ໄປແລ້ວເພາະຫລາຍຄົນຮູ້ດີວ່າ ເຈົ້າໜ້າທີ່ ກົມຕໍາຣວດເສຖກິດ ກໍາລັງດໍາເນິນຄະດີ ທ່ານ ສົມຈິດ ບຸນເລື່ອມ ອະດິດ ປະທານສະຖາບັນ ດັ່ງກ່າວ ພ້ອມກັບຜູ້ຮ່ວມງານ ອີກນຶ່ງຄົນ, ໃນຂໍ້ຫາຍັກຍອກເງິນຝາກ ຂອງປະຊາຊົນ 19 ຕຶ້ກິບ, ຊຶ່ງປັຈຈຸບັນ ບຸກຄົນທັງສອງ ຍັງຖືກ ຄຸມຂັງ ຢູ່ຄຸກໂພນທັນ ໂດຍບໍ່ມີການ ໃຫ້ປະກັນຕົວ ຕາມຣາຍງານຂ່າວ ຫລ່າສຸດ.

ຢ່າງໃດກໍຕາມ ກ່ຽວກັບເຣື້ອງນີ້ ທ່ານ ສອນໄຊ ສິດພະໄຊ ຜູ້ຮັກສາການ ທະນາຄານແຫ່ງ ສປປລາວ ກ່າວຕໍ່ສື່ມວນຊົນ ໃນລາວວ່າ ສະຖາບັນການເງິນ ດັ່ງກ່າວ ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງກັບທະນາຄານ ແຫ່ງ ສປປລາວ ຊຶ່ງໃນຣະຍະຜ່ານມາ ທະນາຄານ ແຫ່ງ ສປປລາວ ກໍໄດ້ ກວດກາ ສະຖາບັນ ດັ່ງກ່າວ ປີລະເທື່ອ.

ແຕ່ ເປັນການກວດກາຕາມເອກສານ ບໍ່ໄດ້ລົງເລິກ ເຮັດໃຫ້ ຂໍ້ມູນບາງຢ່າງຜິດພາດໄປ, ປັຈຈຸບັນ ທະນາຄານແຫ່ງ ສປປລາວ ກໍາລັງ ດໍາເນິນຕາມ ຂັ້ນຕອນ ຂະບວນການຍຸຕິທັມ ເພື່ອໃຫ້ອະດິດຜູ້ບໍຣິຫານ ທີ່ຍັກຍອກເງິນ ປະຊາຊົນ ສົ່ງເງິນຄືນໃຫ້ ປະຊາຊົນ ໂດຍໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.