ບໍຣິສັດພີເອັສ ຖືກ​ສັ່ງ​ໃຫ້​ຄືນ​ເງິນ ສະມາຊິກ

ມະນີຈັນ
2017.06.07
f-central bank ທະນາຄານແຫ່ງ ສປປລາວ
Public Domain

ທະນາຄານແຫ່ງ ສປປລາວ ສັ່ງໃຫ້ບໍຣິສັດ ພີເອັສ ສົ່ງເສີມ ກະສິກັມ ແລະ ອຸດສາຫະກັມ ຄືນເງິນ ຊຶ່ງເປັນເງິນ ປັນຜົລ ໃຫ້ສະມາຊິກ 50 ພັນຄົນ ແລະ ສະມາຊິກ ທີ່ຂໍຍົກເລີກ ສັນຍາ ເມື່ອ 1 ປີກ່ອນ ເປັນມູນຄ່າ ທັງໝົດ 100 ຕື້ປາຍກີບ ແຕ່ມື້ວັນທີ 6 ມິຖຸນາ ເຖິງວັນທີ 6 ກໍຣະກະດາ 2017 ນີ້ ຫລັງຈາກທີ່ ພວກສະມາຊິກ ຂອງບໍຣິສັດນີ້ ບໍ່ໄດ້ຮັບ ເງິນປັນຜົລ ມາຕັ້ງແຕ່ ເດືອນກຸມພາ ຂອງປີນີ້ ອັນເປັນ ການລະເມີດ ຂໍ້ຕົກລົງ ທີ່ທາງ ບໍຣິສັດ ຈະຕ້ອງໄດ້ຈ່າຍ ໃຫ້ທຸກເດືອນ.

ຜູ້ບໍຣິຫານບໍຣິສັດ ພີເອັສ ທ່ານນຶ່ງ ເປີດເຜີຍວ່າ ບໍຣິສັດນີ້ ຍິນດີທີ່ຈະຈ່າຍເງິນນັ້ນ ໃຫ້ສະມາຊິກ ທຸກຄົນ ຕາມຈໍານວນດັ່ງກ່າວ ແຕ່ບໍ່ສາມາດ ຈະຈ່າຍໃຫ້ ໄດ້ ໃນຣະຍະ 1 ເດືອນ,  ຕ້ອງໄດ້ໃຊ້ເວລາຢ່າງໜ້ອຍ 2 ເດືອນ:

"ອາສັຍພາກສ່ວນກ່ຽວຂ້ອງ ນີ້ແຫລະວ່າ ເຮົາກະໄດ້ກຽມຕົວ ແກ້ແລ້ວ ກະມີບໍຣິສັດ ມາກວດກາ ໃຫ້ເຂົາຍື່ນ ຂໍເວລາກັບ ທະນາຄານ ຄັນສິໃຫ້ພວກເຂົາ ຍັງມີອັນ ເງິນຕົກຄ້າງ ເຮົາກໍຈະຄ່ອຍໆ ຂາຍສິນຄ້າດໍາເນີນ ທຸຣະກິດ ອອກໄປ ສົ່ງໃຫ້ພວກນັ້ນ ຜູ້ໃດບໍ່ພໍໃຈຢູ່ ກະອອກໄປ ແຕ່ຂໍເວລາ 1 ເດືອນດຽວນີ້ນະ ມັນບໍ່ມີຜູ້ໃດ ເຮັດໄດ້ດອກ".

ບໍຣິສັດພີເອັສ ຂຶ້ນທະບຽນວິສາຫະກິດ ມາຕັ້ງແຕ່ວັນທີ 31 ພຶສພາ 2012 ແລະໄດ້ໂຄສະນາ ໃຫ້ປະຊາຊົນ ທົ່ວໄປເຂົ້າມາເປັນສະມາຊິກ ຂອງຕົນໄດ້ 2 ແສນ ປາຍຄົນໃນປີ 2015 ຊຶ່ງສະມາຊິກ ທຸກຄົນ ຈະໄດ້ຮັບເງິນ ປັນຜົລ 6 ເປີເຊັນ ຕໍ່ເດືອນ. ແຕ່ໃນປີ 2016 ໄດ້ພຽງ 4.8 ເປີເຊັນ ແລະປີ 2017 ນີ້ໄດ້ພຽງ 1 ຈຸດ 8 ເປີເຊັນ ໂດຍທີ່ທາງ ບໍຣິສັດ ບໍ່ໄດ້ແຈ້ງ ເຫດຜົລໃຫ້ ສະມາຊິກ ຮູ້.

ສະມາຊິກບໍຣິສັດ ພີເອັສ ເວົ້າວ່າ ໄດ້ຮ່ວມລົງທຶນ ກັບບໍຣິສັດນີ້ ມາຕັ້ງແຕ່ປີື 2015 ຕາມການໂຄສະນາ ທີ່ຜ່ານມາໄດ້ ຮັບເງິນປັນຜົລ ທຸກເດືອນ. ແຕ່ໃນແຕ່ລະເດືອນ ຈະບໍ່ໄດ້ ເທົ່າກັນຂຶ້ນຢູ່ກັບ ຍອດການຂາຍສິນຄ້າ ຫລືເຄື່ອງໃຊ້. ແລະແຕ່ເດືອນ ກຸມພາ 2017 ມານີ້ ແມ່ນບໍ່ໄດ້ ຮັບເງິນນັ້ນ ໂດຍບໍ່ຮູ້ວ່າ ເປັນຍ້ອນສາເຫດ ອັນໃດ:

"ເປັນສະມາຊິກ ຍັງບໍ່ໄດ້ຮັບເງິນຄືນ ພວກທີ່ວ່າໄປ ສັ່ງຖອນ ຖອນແຕ່ 3 ເດືອນ ກໍຍັງບໍ່ໄດ້ ເງິນຄືນ ຊ່ວງແລກໆ ຈ່າຍປົກຕິ ຢູ່ແຕ່ວ່າ ຜ່ານມາ ມີບັນຫາຫລາຍ ບໍ່ຮູ້ວ່າເປັນ ຈັ່ງໃດ".

ເມື່ອວັນທີ 25 ພຶສພາ 2017 ສະມາຊິກບໍຣິສັດນີ້ ປະມານ 20 ຄົນໄດ້ໄປຫາ ບໍຣິສັດ ເພື່ອຖາມເຖິງ ເງິນປັນຜົລ ທີ່ບໍ່ໄດ້ຮັບ ມາແຕ່ເດືອນ ກຸມພາ ແຕ່ກໍບໍ່ສາ ມາດເຂົ້າຫາ ບໍຣິສັດໄດ້.

ຕາມແຈ້ງການ ຂອງທະນາຄານ ແຫ່ງຊາດ ສປປລາວ ບໍຣິສັດ ພີເອັສ ຈະຕ້ອງຢຸດໂຄສະນາ ທຸກຢ່າງ ທີ່ເປັນການເຊີນຊວນ ໃຫ້ ປະຊາຊົນ ມາຮ່ວມລົງທຶນ ນໍາຕື່ມ ແລະສັ່ງໃຫ້ ບໍຣິສັດ ນີ້ ເຊົາແອບອ້າງ ເຖິງຂແນງການຕ່າງໆ ຂອງຣັຖບານ ທີ່ວ່າຈະເຂົ້າໄປ ຊ່ວຍແກ່ໄຂ ບັນຫາ ທາງການເງິນ ແລະບັນຫາອື່ນໆ ຂອງບໍຣິສັດນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.