ທາງດ່ວນນະຄອນຫຼວງ ວຽງຈັນ ຫາ ວັງວຽງ

ໄມຊູລີ
2018.10.22
F-Vangvieng ເສັ້ນທາງ ເມືອງວັງວຽງ ຫາ ເມືອງໂພນໂຮງ ທີ່ ຈະຖືກພັທນາເປັນ ເສັ້ນທາງສາຍດ່ວນ
ນັກຂ່າວກະຊວງ ໂຍທາທິການແລະຂົນສົ່ງ

ໂຄງການສ້າງທາງດ່ວນ ຈາກນະຄອນຫລວງ ວຽງຈັນ ຫາເມືອງວັງວຽງ ແຂວງວຽງຈັນຈະສ້າງ ໃນເດືອນພຶສຈິກາ ນີ້ ເຖິງແມ່ນວ່າ ທາງການຍັງບໍ່ທັນ ຊົດເຊີຍຄ່າບ່ອນຢູ່ອາສັຍ ແລະດິນປູກຝັງໃຫ້ ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບກໍຕາມ ໃນຂນະທີ່ປະຊາຊົນ ເມືອງ ໂພນໂຮງ, ເມືອງຫິນເຫິບ, ແລະ ເມືອງວັງວຽງ ມີ ຫລາຍຄອບຄົວ ທີ່ຍັງບໍ່ໄດ້ ຄ່າຊົດເຊີຍ. ດັ່ງເຈົ້າໜ້າທີ່ຫ້ອງການ ເມືອງໂພນໂຮງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນ ວັນທີ່ 22 ຕຸລາ ນີ້ວ່າ:

“ຄອບຄົວທີ່ຖືກຜົນກະທົບ ຫັ້ນ ຍັງບໍ່ທັນລົງ ມີແຕ່ 39 ຄອບຄົວ ເຂົາເຈົ້າຍາກນັ້ນ ເຣື້ອງຣາຄາບໍ່ທັນພໍໃຈ ດ້ານຣາຄາ ບາງຄົນຫັ້ນຄິດ ດິນໄດ້ໜ້ອຍ ຢາກໄດຄືຣາຄາດິນສວນ ດິນຫຍັງໄປ ພວກເຮົາ ຊິໄດ້ກວດຄືນຕື່ມອີກ.”

ນາງກ່າວຕື່ມວ່າ ເມື່ອ ເດືອນກັນຍາ ຜ່ານມາ ບໍຣິສັດຮ່ວມມື ພັທນາ ທາງດ່ວນ ລາວ-ຈີນ ຈໍາກັດ, ບໍຣິສັດ ທີ່ປຶກສາ ສິ່ງແວດລ້ອມ ລາວຈໍາກັດ ແລະທາງການ ແຂວງວຽງຈັນ ໄດ້ຈັດພິທີ ມອບເງິນ ຄ່າຊົດເຊີຍ ປະມານ 11 ຕຶ້ກິບ ໃຫ້ແກ່ ປະຊາຊົນ 80 ຄອບຄົວ ຈາກຈໍານວນ 13 ບ້ານ ຢູ່ເມືອງໂພນໂຮງ ທີ່ ຖືກຜົນກະທົບ ຈາກໂຄງການນີ້ ໂດຍສ່ວນໃຫຍ່ ແລວທາງຂອງໂຄງການນີ້ ໄດ້ກວມເອົາ ດິນໄຮ່ ດິນນາ ຂອງ ປະຊາຊົນ ແຕ່ ຍັງມີອີກຫລາຍ ຄອນຄົວ ຍັງລໍຖ້າ ຄ່າຊົດເຊີຍຢູ່.

ໂຄງການ ສ້າງທາງດ່ວນ ນະຄອນຫລວງ ວຽງຈັນ ຫາ ເມືອງວັງວຽງ ມີຄວາມຍາວ 100 ປາຍກິໂລແມດ ແລະ ຜ່ານຫລາຍເມືອງ ເປັນຕົ້ນ: ເມືອງ ນາຊາຍທອງ, ເມືອງໂພນໂຮງ, ເມືອງ ຫິນເຫິບ ແລະ ເມືອງວັງວຽງ ຈະໃຊ້ມູນຄ່າ ການກໍ່ສ້າງ ຫລາຍກ່ວາ 1 ຕຶ້ ດອນລ່າ ສະຫະຣັຖ.

ໂຄງການນີ້ ນອນຢູ່ໃນໂຄງການ ສ້າງທາງດ່ວນ ຈາກວຽງຈັນ ຫາ ດ່ານ ບໍ່ເຕັນ ແຂວງຫລວງນໍ້າທາ ມີຄວາມຍາວທັງໝົດ 460 ກິໂລແມັດ ໂດຍແບ່ງອອກ ເປັນຣະຍະທາງ 4 ຣະຍະ ຄື ນະຄອນຫລວງວຽງຈັນ ຫາ ວັງວຽງ ວັງວຽງ-ແຂວງຫຼວງພຣະບາງ, ແຂວງຫຼວງພຣະບາງ ແຂວງອຸດົມໄຊ ແລະ ແຂວງອຸດົມໄຊ -ດ່ານບໍ່ເຕັນ ຊື່ງ ຈະໃຊ້ເວລາ ກໍ່ສ້ັາງທັງໝົດ ປະມານ 3 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.