ເຈົ້າໜ້າທີ່ພາສີ ຮັ່ງມີ ເປັນດີ

ອຸ່ນແກ້ວ ສຸກສະຫວັນ
2017.09.25
f-customs ດ່ານພາສີ ຂົວມິຕພາບ ລາວ-ໄທ
RFA/

ບັນດາ ທ່ານ ຄຳເວົ້າທີ່ຄົນໃນສັງຄົມ ເວົ້າກັນຈົນຕິດປາກ ແລະ ໄດ້ຍິນກັນຈົນລຶ້ງຫູ ນັ້ນກໍຄື; “ຖ້າຢາກຮັ່ງ ໃຫ້ເປັນ ນາຍພາສີ ຖ້າຢາກມີ ໃຫ້ເປັນຫົວໜ້າປ່າໄມ້.”

ຜູ້ທີ່ເຮັດວຽກເປັນ ພະນັກງານພາສີ ມີໂອກາດຮັ່ງມີກວ່າ ພະນັກງານ ຂະແໜງການອື່ນ; ຂ້າພະເຈົ້າໄດ້ມີ ການສົນທະນາ ກັບ ນັກວິຊາການ ກົດໝາຍ ທ່ານນຶ່ງ ກ່ຽວກັບເລື້ອງ ພະນັກງານພາສີ.

ນັກກົດໝາຍທ່ານນີ້ ໄດ້ຕັ້ງຂໍ້ ສົງໃສເປັນຫຍັງ ພະນັກງານພາສີ ຈຶ່ງມີຖານະການເງິນດີ ກວ່າພະນັກງານ ຄົນອື່ນໆ ແລະການທີ່ພະນັກງານ ພາສີ ຮັ່ງມີ ແມ່ນເປັນມາດົນແລ້ວ ຈົນວ່າຝັງຮາກເລິກ, ແລະນັກກົດໝາຍ ທ່ານນີ້ ໃຫ້ທັສນະອີກວ່າ ຄວນມີການກວດສອບ ເຈົ້າໜ້າທີ່ພາສີ ກ່ຽວກັບ ຊັບສິນທີ່ໄດ້ມາ. ເຊີນທ່ານຟັງ ຣາຍລະອຽດ ຂອງການ ສົນທະນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.