ການພັທນາທີ່ບໍ່ຍືນຍົງ ຢູ່ ລາວ

ອະວາຣີ
2018.10.25
F-Banana ການພັທນາປູກພືດ ອຸດສາຫະກັມ ທີ່ສ້າງບັນຫາ ໃຫ້ສິ່ງແວດລ້ອມ
RFA

ເວົ້າໂດຍທົ່ວໄປແລ້ວ ການພັທນາຢູ່ລາວບໍ່ຍືນຍົງ ເພາະອາໃສແຕ່ການຕັດໄມ້ ສ້າງເຂື່ອນໄຟຟ້າຂຸດຄົ້ນບໍ່ແຮ່ ແລະປູກພືດ ອຸດສາຫະກັມ ການຄ້າ ຊຶ່ງລ້ວນແລ້ວແຕ່ເປັນການພັທນາ ແບບບໍ່ຍືນຍົງ ຕົວຢ່າງການພັທນາ ໂດຍອາໃສການຕັດໄມ້ຂາຍ ເປັນການພັທນາທີ່ ບໍ່ຍືນຍົງ.

ຫລັງຈາກຍຶດອຳນາດ ໃນປີ 1975 ຣັຖບານສປປລາວ ບໍ່ມີເງິນ ບໍ່ມີວິທີສ້າງສາພັທນາ ປະເທດຊາດ ແນວອື່ນ ນອກຈາກແຕ່ຕັດໄມ້ ສົ່ງອອກໄປຂາຍ ຕ່າງປະເທດ. ປັດຈຸບັນ ຣັຖບານລາວ ຈະມີຄຳສັ່ງຫ້າມ ຕັດໄມ້ ແຕ່ພວກຄ້າໄມ້ເຖື່ອນ ທີ່ສົມຮູ້ຮ່ວມຄິດ ກັບເຈົ້າໜ້າທີ່ ຜູ້ສໍ້ຣາສບັງຫລວງ ກໍຍັງລັກລອບ ຕັດໄມ້ສົ່ງອອກໄປ ປະເທດເພື່ອນບ້ານ ຫລາຍຢູ່ ເປັນຕົ້ນສົ່ງອອກໄປ ວຽດນາມ ຊຶ່ງມີໂຮງງານ ໂຕະຕັ່ງເຟີນີເຈີ ຫລາຍ.

ອົງການພິພັກຮັກສາສັດປ່າ WWF ຣາຍງານວ່າ ເມື່ອຊຸມປີ 1970 ປ່າໄມ້ຢູ່ລາວ ຍັງປົກຄຸມເຖິງ 70 ສ່ວນຮ້ອຍຂອງພື້ນທີ່ ທັງໝົດຂອງ ປະເທດ ແຕ່ປັດຈຸບັນຍັງເຫລືອພຽງແຕ່ 40 ສ່ວນຮ້ອຍ. ຖ້າປ່າໄມ້ລາວ ຍັງຖືກທຳຣາຍ ຢ່າງວ່ອງໄວໃນຣະດັບນີ້ ຕໍ່ໆໄປອີກບໍ່ເຖິງ 30 ປີ ປະເທດລາວ ຈະບໍ່ມີປ່າໄມ້ ເຫລືອເລີຍ.

ວິທີພັທນາເສຖກິດ ຂອງຣັຖບານລາວ ອີກຢ່າງນຶ່ງ ກໍຄືການຂຸດຄົ້ນບໍ່ແຮ່. ຂແນງການນີ້ກໍເຊັ່ນດຽວ ກັບການຕັດໄມ້ ບໍ່ຍືນຍົງຄົງຕົວເລີຍ, ຣັຖບານລາວ ສົ່ງເສີມການຂຸດຄົ້ນບໍ່ແຮ່, ດັ່ງເຈົ້າໜ້າທີ່ ຂັ້ນສູງຂອງລາວທ່ານນຶ່ງເວົ້າວ່າ

“ຈະໃຫ້ຂຸດຖ່ານຫີນເພິ້ມເຕີມ ຢູ່ຊຽງຂວາງ ເພາະມັນມີຖ່ານຫີນທີ່ນັ້ນແລ້ວ; ໂຮງງານທີ່ຜລິດ ຄຳ-ທອງ ຢູ່ເຊໂປນ ບໍ່ຄຳພູເບັ້ຍ ເພາະວ່າ ໂຕນີ້ ກໍເປັນແຫລ່ງຣາຍຮັບໃຫຍ່ອັນນຶ່ງ.”

ແຮ່ທາດ ກໍເປັນຊັພຍາກອນທັມມະຊາດ ທີ່ໝົດເປັນ; ຕົວຢ່າງ ບໍ່ຄຳເຊໂປນ ທີ່ແຂວງສວັນນະເຂດ ຄຳກໍໝົດແລ້ວ. ການຂຸດຄົ້ນບໍ່ຄຳ ໂດຍທົ່ວໄປໄລ່ສະເລັ່ຍແລ້ວ ຈະຍາວນານໄດ້ພຽງ ປະມານ 12 ປີ; 12 ປີ ກໍໝົດ; ບໍ່ແຮ່ຍິ່ງຮ້າຍກວ່າປ່າໄມ້ ເພາະປ່າໄມ້ ຍັງສາມາດປູກ ຫລືເຕີບໃຫຍ່ ຂຍາຍຕົວຟື້ນຄືນໄດ້ ແຕ່ບໍ່ແຮ່ເມື່ອໝົດແລ້ວ ກໍໝົດໄປເລີຍ. ສະນັ້ນ ຈຶ່ງເວົ້າໄດ້ວ່າ ການອາໃສການຂຸດຄົ້ນບໍ່ແຮ່ ເປັນການ ຫາຣາຍໄດ້ຊົ່ວຄາວ ຊົ່ວຣະຍະໃດນຶ່ງ ເທົ່ານັ້ນ ມັນບໍ່ ຍືນຍົງຍາວຄົງຕົວໄປໄດ້ ດົນນານ.

ບັດນີ້ມາສຶກສາເບິ່ງການສ້າງເຂື່ອນ ຈະເປັນການພັທນາ ທີ່ຍືນຍົງບໍ່? ຄຳຕອບ ກໍຄື ບໍ່ຍືນຍົງພໍເທົ່າໃດ ເພາະວ່າ ກ່ອນອື່ນໝົດ ການສ້າງ ເຂື່ອນໄຟຟ້າ ຕ້ອງທຳຣາຍພື້ນທີ່ດິນ ບ່ອນຢູ່ບ່ອນທຳມາຫາກິນ ປ່າໄມ້ແລະສັດປ່າຫຼາຍເກີນໄປ ສ້າງຄວາມເສັຽຫາຍ ຢ່າງມະຫາສານ ຕໍ່ສະພາບແວດລ້ອມ. ຜົນເສັຍຫາຍເຫລົ່ານີ້ ເມື່ອຖືກທຳຣາຍແລ້ວ ກໍຖືກທຳຣາຍໄປເລີຍ ຢູ່ຕໍ່ໜ້າເຂື່ອນ ກໍຈະກາຍເປັນທະເລ ດິນ ຫາຍສາບສູນໄປເລີຍ ໃຊ້ການແນວອື່ນບໍ່ໄດ້ ຕົ້ນໄມ້ຖ້າຕັດບໍ່ທັນ ກໍຖືກນ້ຳຖ້ວມ ແລະສັດປ່າຖ້າໜີບໍ່ທັນ ກໍຕາຍ.

ຜົນເສັຍຫາຍອີກຢ່າງນຶ່ງ ໃນເວລາເຂື່ອນເກີດອຸບປະຕິເຫດ ເພພັງ ຄື ເຂື່ອນເຊປຽນ-ເຊນ້ຳນ້ອຍ ຍິ່ງມີຜົນ ເສັຍຫາຍຮ້າຍແຮງ ຜູ້ຄົນ ແລະ ບ້ານເຮືອນ ຊັບສົມບັດແລະພື້ນທີ່ ຢູ່ພາກລຸ່ມ ຈະໄດ້ຮັບຄວາມຫາຍນະ ຢ່າງຫລວງຫລາຍ.

ການສ້າງເຂື່ອນ ເປັນທຸຣະກິດ ທີ່ບໍ່ຍືນຍົງ ອີກຢ່າງນຶ່ງ ຄືການສ້າງເຂື່ອນ ຈະຈ້າງຄົນງານ ສະເພາະໃນເວລາສ້າງເທົ່ານັ້ນ ເມື່ອສ້າງແລ້ວ ກໍແລ້ວໄປ ຈະບໍ່ສ້າງວຽກງານ ໃຫ້ແກ່ປະຊາຊົນລາວສືບຕໍ່ໄປ ເປັນເວລາດົນນານ; ຫລັງຈາກສ້າງສຳເຣັດ ໝົດຢ່າງ ຈະຕ້ອງການຄົນງານ ປະມານ 20 ຄົນ ເພື່ອເຝົ້າ ແລະບໍຣິຫານງານ ໄປແຕ່ລະມື້ ແຕ່ລະວັນເທົ່ານັ້ນ. ຄົນລາວ ຍັງຈະຫວ່າງງານ ບໍ່ມີວຽກເຮັດ ບໍ່ມີຣາຍໄດ້ ແລະກໍຍັງທຸກຍາກ ຂາດເຂີນຢູ່ຄືເກົ່າ.

ການປູກພືດອຸດສາຫະກັມ ເປັນການພັທນາ ທີ່ຍືນຍົງບໍ່?  ກໍຄືກັບການສ້າງເຂື່ອນ ໃນເບື້ອງຕົ້ນ ຈະທຳຣາຍດິນ ປ່າໄມ້ແລະຕົ້ນໄມ້ ເພາະ ຕ້ອງບຸກເບີກ ບໍ່ຕ່າງຫຍັງກັບເຮັດໄຮ່ ຕ້ອງຖາງປ່າ ຕັດຕົ້ນໄມ້ອອກກ່ອນ ແລ້ວຈູດ ຈຶ່ງຈະປູກພືດ ສິນຄ້າໄດ້ ເຊັ່ນປູກ ຢາງພາຣາ ສາລີ ແລະອ້ອຍ. ດິນທີ່ໃຊ້ປູກຢາງພາຣາແລ້ວ ຈະກາຍເປັນດິນທີ່ເຈືດຈາງ ແລະແຫ້ງແລ້ງ ຈະບໍ່ເໝາະສົມ ສຳຣັບການປູກພືດ ຢ່າງອື່ນເລີຍ.

ການພັທນາທີ່ບໍ່ຍືນຍົງທີ່ສຸດໃນລາວ ກໍແມ່ນການຖາງປ່າເຮັດໄຮ່ ບໍ່ພຽງແຕ່ບໍ່ເປັນການພັທນາ ແບບບໍ່ຍືນຍົງເທົ່ານັ້ນ ແຕ່ຍັງເປັນ ການທຳຣາຍ ທຳຣາຍປ່າໄມ້ ຕົ້ນໄມ້ ດິນແລະບ່ອນຢູ່ອາໃສ ຂອງສັດ ຂອງປະຊາຊົນ ທຳຣາຍຮອດອາກາດ ແລະຄວາມຊຸມ ຂອງດິນຟ້າອາກາດ; ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ອະທິບາຍວ່າ:

“ຢູ່ລາວເຮົາ ພາກັນຖາງປ່າ ເຮັດໄຮ່ ຖາງປ່າເຮັດໄຮ່ແລ້ວ ດິນເສັຍຄຸນ ເພາະນ້ຳເຊາະ ຍັງແຕ່ໝາກຫິນ ນ້ຳກໍບໍ່ມີ ປູກ ອັນໃດກໍບໍ່ໄດ້ ປູກເຂົ້າກໍບໍ່ໄດ້.”

ການເຮັດໄຮ່ນັບມື້ນັບທຳຣາຍປ່າໄມ້ ປີນຶ່ງໆ ປ່າໄມ້ຖືກທຳຣາຍຫລາຍພັນ ຫລາຍແສນ ເຮັກຕາຣ໌ ຕົ້ນໄມ້ຖືກຕັດຖິ້ມຊື່ໆ ຫລາຍພັນຕົ້ນ. ດິນແລະປ່າໄມ້ ທີ່ຖືກທຳຣາຍ ຕ້ອງໃຊ້ເວລາເຖິງນຶ່ງເຊັ່ນຄົນ ຈຶ່ງຈະຟື້ນຕົວຄືນໄດ້ ພູຜາຢູ່ລາວກາຍເປັນພູຫົວໂລ້ນ ກໍຍ້ອນການຖາງປ່າ ເຮັດໄຮ່ ປ່າແຕ່ກ່ອນເຕັມໄປດ້ວຍ ຕົ້ນໄມ້ໃຫຍ່ໆງາມໆ ສັດແລະພືດນານາຊນິດ ແຕ່ດຽວນີ້ກາຍເປັນປ່າ ຫຍ້າຂີວ ຫຍ້າຄ່າ ຫລືຫຍ້າເລົາ. ປ່າໄມ້ຫລາຍໆເຂດຢູ່ລາວ ຖືກທຳຣາຍໄປຕລອດເລີຍ.

ສລຸບແລ້ວ ຣັຖບານລາວປະຕິບັດຕາມແຜນການພັທນາ ສັງຄົມເພື່ອຫລຸດຜ່ອນ ຄວາມຍາກຈົນ ແຕ່ແຜນການນັ້ນລ້ວນແລ້ວ ແຕ່ອາໃສ ຊັພຍາກອນ ທັມມະຊາດ ເປັນຕົ້ນອາໃສປ່າໄມ້ ຕົ້ນໄມ້ ບໍ່ແຮ່ ການສ້າງເຂື່ອນໄຟຟ້າ ແລະ ການປູກຢາງພາຣາ ແລະ ພືດສິນຄ້າຊນິດອື່ນໆ ແຕ່ການ ພັທນາໂດຍອາໃສ ຊັພຍາກອນທັມມະຊາດເຫລົ່ານີ້ ພັດເປັນການພັທນາ ທີ່ບໍ່ຍືນຍົງຄົງຕົວ ຊັພຍາກອນ ທັມມະຊາດ ນັບມື້ມີ ໜ້ອຍຖອຍລົງ ມື້ໃດມື້ນຶ່ງ ກໍຈະໝົດໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.