ສສຊ ວ່າຊັບສິນຜູ້ບໍຣິຫານ ໄຟຟ້າ ຄວນກວດສອບ

ອຸ່ນແກ້ວ ສຸກສະຫວັນ
2020.10.08
f-power ຣັຖວິສຫະກິຈໄຟຟ້າລາວ ໃຫ້ການຖແລງຂ່າວ ຕໍ່ສື່ມວລຊົນ ເພື່ອໄຂຂໍ້ຂ້ອງໃຈ ປະຊາຊົນ
Courtesy of Tholakhong

ປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດ ຍັງຈົ່ມເລື່ອງຄ່າໄຟຟ້າ ທີ່ຍັງບໍ່ຫຼຸດລົງ ແລະຮຽກຮ້ອງໃຫ້ມີການກວດສອບຊັບສິນ ຜູ້ບໍຣິຫານ ລະດັບສູງຂອງຣັັຖວິສາຫະກິດໄຟຟ້າລາວ ກ່ອນທີ່ຈະເຂົ້າມາຮັບ ຕຳແໜ່ງ ແລະ ຫຼັງຈາກພົ້ນຕຳແໜ່ງໄປ. ປະຊາຊົນຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ ການກວດສອບຊັບສິນຜູ້ບໍຣິຫານ ຣັຖວິສາຫະກິດໄຟຟ້າລາວ ເປັນເລື່ອງທີ່ດີ ເພື່ອໃຫ້ເກີດຄວາມໂປ່ງໃສ.

ປະຊາຊົນ1: ກະບໍ່ວ່າແຕ່ໄຟຟ້າລາວ ຄວາມຈິງກະຢາກໃຫ້ກວດໝົດຍ່ອມຫຍ້າ ທັງຣັຖວິສາຫະກິດ ທັງຂອງພັກຂອງຣັຖ ຫັ້ນແຫຼະ ສ່ວນ ບຸກຄົນຂອງພັກຂອງຣັຖ ຜູ້ທີ່ບໍລິຫານ ເນາະ ຄັນຊິເວົ້າແລ້ວລະກະດາຍເນາະ.ຂັ້ນກວດມັນກະດີຫັ້ນແຫຼ້ວ ຊົມເຊີຍທັສນະສ່ວນຕົວເນາະ ຖ້າເຮັດແທ້ມັນກະດີແຫຼະ ເພື່ອໃຫ້ໂປ່ງໃສເນາະ.

ນັກຂ່າວ: ແຕ່ວ່າ ທີ່ຜ່ານມາ ເພິ່ນກະຄືວ່າມີການວ່າປະກາດວ່າ ຕ້ອງແຈ້ງຊັບສອກຊັບສິນ ອີ່ຫຍັງໄປລະເດ້ ເພິ່ນວ່າຈັ່ງຊັ້ນ?

ປະຊາຊົນ1: ເພິ່ນເວົ້າຢູ່ ແຕ່ວ່າຄວາມເປັນຈິງນັ້ນ ເຮົາກະບໍ່ຮູ້ຄືກັນແຫຼະໂຕນີ້ ເນາະ ແທ້ໆ ກະຢາກໃຫ້ເພິ່ນເຮັດຫັ້ນແຫຼະ ມັນດີ.

ນັກຂ່າວ: ມັນດີຈັ່ງໃດ?

ປະຊາຊົນ1: ກະດີ ເຮັດໃຫ້ປະເທດຊາດບ້ານເມືອງ ມັນຈະເຣີນເນາະ ມັນຈັ່ງຄ່ອຍສະເໝີພາບກັນ. ການພັທນາກະກ້າວໄກເນາະ ບໍ່ວ່າເປັນ ໜີ້ເປັນສິນຫຍັງເນາະຖ້າເຈົ້າໜ້າທີ່ຫຼືວ່າ ເຈົ້າໜ້າທີ່ວິສາກະກິດ ມີແຕ່ສໍ້ໂກງມັນກະເຮັດໃຫ້ປະເທດຊາດເປັນໜີ້. ຕ່າງປະເທດຫຼາຍຫັ້ນແຫຼະ ເນາະ ກະເປັນຫ່ວງຢູ່ຈຸດນີ້ຫັ້ນແຫຼະ.

ນັກຂ່າວ: ແຕ່ເພິ່ນກະວ່າ ຄວນໃຫ້ມີການກວດສອບວ່າຊັ້ນເດ້, ໂຕນີ້ ເຮົາເຫັນດີນຳເພິ່ນບໍ່?

ປະຊາຊົນ1: ກະດີ ກະໂຕຜູ້ເວົ້າເອງກະຢາກໃຫ້ກວດສອບຄືກັນໝົດແຫຼະວ່າ ມີດິນຈັກຕອນເນາະ, ກະໂຕພວກເພິ່ນທີ່ເປັນຜູ້ແທນຫັ້ນເນາະ ຈັ່ງຊັ້ນຊະ ມັນບໍ່ແມ່ນເຮົາເວົ້າໃຫ້ແຕ່ຜູ້ອື່ນໄດ໋ ກະຄວາມເປັນຈິງ ຫັ້ນແຫຼະ. ຢາກໃຫ້ກວດສອບຢາກໃຫ້ຊັດເຈນ ນຳກັນຫັ້ນແຫຼະເພື່ອຄວາມ ໂປ່ງໃສ ຄືເຂົາເຈົ້າເວົ້ານຳກັນຫັ້ນແຫຼະເນາະ ໃນຖານະຂອງ ປະຊາຊົນເນາະ.

ນັກຂ່າວ: ເພື່ອໃຫ້ມີການກວດສອບລະອຽດແມ່ນບໍ່?

ປະຊາຊົນ1: ເຈົ້າແມ່ນລະ ເພື່ອຄວາມພັທນາສ້າງປະເທດຊາດເດ້ ເຮົາກິນເງິນເດືອນນຳປະຊາຊົນ ກະຢາກໃຫ້ຊີ້ແຈງນຳປະຊາຊົນ ນັບຕັ້ງແຕ່ ຕົນເອງດຳຣົງຕຳແໜ່ງນີ້ ມີຫຍັງແດ່, ຣົດຈັກຄັນ. ຈະເປັນໄຟຟ້າ ຈະເປັນຕຳຣວດ ຈະເປັນທະຫານ ເປັນໝໍ ເປັນຫຍັງຂອງ ປະຊາຊົນຫັ້ນນ່າ ໂດຍສ່ວນຕົວດອກເນາະ ວ່າຊັ້ນຊະ ເພາະວ່າ ເຮົາເຫັນວ່າ ຜູ້ໃດ ຖ້າໄດ້ຢູ່ຂັ້ນສູງແດ່ ກະມີນັ້ນມີນີ້ ເຮົາກະບໍ່ຮູ້ວ່າ ເພິ່ນເອົາມາແຕ່ໃສເນາະ ວ່າຊັ້ນຊະ. ເປັນດິນ ເປັນເຮືອນ ເປັນຣົດຈັ່ງຊີ້ເນາະ ທັສນະສ່ວນຕົວເນາະ ແຕ່ວ່າ ເຮົາກະບໍ່ໄດ້ເວົ້າວ່າ ທ່ານໃດໂກງ ທ່ານໃດບໍ່ໂກງ, ແຕ່ວ່າຖ້າເຮັດຄື ສສ ສາຍທອງ ວ່າມັນກະດີ ຫັ້ນແຫຼ້ວ ຄັນເພິ່ນພ້ອມຮ່ວມໄມ້ຮ່ວມມືກັນເຮັດແມ່ນເບາະ.

ປະຊາຊົນອີກທ່ານນຶ່ງກ່າວວ່າ ລາວຍັງເສັຍຄ່າໄຟຟ້າແພງຄືເກົ່າ ແລະ ບໍ່ມີຫຍັງປ່ຽນແປງເລື່ອງຄ່າໄຟຟ້າ.

ປະຊາຊົນ2: ເອີເພິ່ນຍັງບໍ່ມີນະໂຍບາຍຫຍັງເວົ້າລ້າໆ ບໍ່ໄດ້ມີປ່ຽນແປງຫຍັງລາຄາຄືເກົ່າ.

ນັກຂ່າວ: ດຽວນີ້ເຮົາຍັງເສັຽເທົ່າໃດ?

ປະຊາຊົນ2: ໂອ້ ສາມແສນປາຍໂອ

ນັກຂ່າວ: ຍັງບໍ່ຕ່າງເກົ່າເນາະ

ປະຊາຊົນ 2: ຄືເກົ່າເພິ່ນຍັງບໍ່ໄດ້ມີການປ່ຽນແປງຫຍັງເທື່ອ ແຕ່ວ່າເຮົາຍັງເສຍສາມແສນປາຍຄືເກົ່າເນາະ.

ນັກຂ່າວ: ອັນທີ່ວ່າ ໄດ້ຍິນຜູ້ແທນເວົ້າວ່າ ຢາກໃຫ້ມີການກວດສອບ ຜູ້ທີ່ວ່າ ມາເປັນຫົວໜ້າ ຫຼືພະນັກງານໄຟຟ້າເດ້ເປັນແນວໃດ?

ປະຊາຊົນ2: ໂອ້ຍເວົ້າລ້າດອກ ມັນຮ່ວມຫົວກັນ ເວົ້າຫຼາຍກະບໍ່ຢາກເວົ້າອັນນີ້ນະ ຢູ່ໃສຄືກັນນະ ແມ່ນຫຍັງຄືກັນນະ ຄ່ານ້ຳຄ່າໄຟຄືເກົ່າ.

ຢູ່ໃນກອງປະຊຸມສະພາແຫ່ງຊາດ ໃນເດືອນມິຖຸນາ ທີ່ຜ່ານມາ, ທ່ານສະມາຊິກສະພາແຫ່ງຊາດ ໄດ້ຮຽນຮ້ອງໃຫ້ມີການກວດສອບຊັບ ສົມບັດ ຫຼື ຊັບສິນ ຜູ້ທີ່ຈະເຂົ້າມາເປັນຫົວໜ້າ ຣັຖວິສາຫະກິດ ໄຟຟ້າລາວ ແລະ ຫຼັງຈາກອອກຈາກຕຳແໜ່ງໄປ. ທ່ານ ສາຍທອງ ແກ້ວດວງດີ ສະມາຊິກສະພາແຫ່ງຊາດ ໄດ້ກ່າວຕອນນຶ່ງວ່າ:

“ເລື່ອງຄະນະບໍຣິສັດໄຟຟ້າລາວ ຖ້າມີການເໜງຕິງລາຄາປັບ ຕ້ອງປັບຄະນະ ປົດຫົວໜ້າໄຟຟ້າລາວ ຂໍຖາມອີກວ່າ ຜູ້ທີ່ຈະເປັນຫົວໜ້າ ຣັຖວິສາຫະກິດໄຟຟ້າລາວ ເຄີຍກວດລາຍງານຊັບສົມບັດເຂົາເຈົ້າບໍ່ ກ່ອນຊິເຂົ້າມາຮັບຫົວໜ້າ ແລະປົດໄປແລ້ວ ກວດກໍຣະນີຊັບສົມບັດ ເທົ່າໃດບໍ່ ຄວນກວດໄດ໋.”

ທ່ານ ສາຍທອງ ຍັງກ່າວອີກວ່າ ໃນປີ 2025 ຫາ 2030 ເຂື່ອນທີ່ໝົດອາຍຸສຳປະທານ ແລ້ວ ໂອນຄືນໃຫ້ຣັຖ ປະຊາຊົນຍັງຈະເສັຍຄ່າ ໄຟຟ້າໃນລາຄາຖືກລົງຫຼືບໍ່.

ສາຍທອງ1: “ຂ້າພະເຈົ້າຂໍຖາມ ທ່ານ ນາຍົກ ວ່າດຽວນີ້ ເຮົາມີເຂື່ອນໄຟຟ້າ 60 ກ່ວາ ເຂື່ອນຮອດປີ 2025 ແລະ 2030 ມີຈັກເຂື່ອນ ຊິໝົດອາຍຸ ສຳປະທານ ທີ່ຈະມອບໃຫ້ຣັຖ ພວກຂ້າພະເຈົ້າ ພະນັກງານ ຣັຖກອນ  ຄື ປະຊາຊົນ ດີອົກດີໃຈ ທີ່ເຂື່ອນນັ້ນຈະໄດ້ຕົກ ເປັນຂອງຣັຖ ຈະໄດ້ຈ່າຍເງິນຖືກລົງ ດຽວນີ້ ຍອມຈ່າຍແພງ ເພາະວ່າ ຣັຖຊື້ໄຟຈາກເອກກະຊົນ ໃຊ້ເຮົາອົດທົນ ເພື່ອພັກ ເພື່ອຣັຖ ເພື່ອປະເທດຊາດ ໄດ້ແຕ່ຖ້າວ່າ ໂຮງໄຟຟ້າຕົກມາເປັນ ຂອງຣັຖແລ້ວ ຍັງຈະແພງຄືແນວນີ້ຢູ່ ເບາະ ຮອດປີ 2025 ປີ ໄຟຈະຖືກລົງບໍ່ 2030 ເດ້ ຂໍຖາມ ທ່ານນາຍົກ.”

ໃນວັນທີ 5 ຕຸລາ ທີ່ຜ່ານມາ, ທ່ານ ດາວວົງ ພອນແກ້ວ ຮອງຣັຖມົນຕຼີ ກະຊວງພະລັງງານ ແລະບໍ່ແຮ່ ໄດ້ກ່າວໃນເວທີເສວະນາ ເລື່ອງຄ່າໄຟຟ້າ ແລະ ໄຟຟ້າລາວ ແຕ່ປີ 2021-2025 ຕອນນຶ່ງວ່າ:

ຣັຖບານໄດ້ມີທິດຊີ້ນຳ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບໄຟຟ້າລາວ ໃຫ້ມີການຄົ້ນຄວ້າຮູບແບບຕ່າງໆ ກ່ຽວກັບໂຄງສ້າງ ລາຄາໄຟຟ້າ ແລະ ນຳໄປອະທິບາຍ ທາບທາມຄຳເຫັນ ຈາກປະຊາຊົນ ທຸກຊັ້ນຄົນ ເພື່ອລວມເອົາຂໍ້ສະເໜີຕ່າງໆ ເຫລົ່ານັ້ນມາ ລາຍງານຕໍ່ຣັຖບານ.

ເຖິງຢ່າງໃດກໍຕາມ ທີ່ຜ່ານມາ ເຈົ້າໜ້າທີ່ຣັຖວິສາກະຫະກິດ ໄຟຟ້າລາວ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນວ່າ: ການຊົມໃຊ້ໂຄງສ້າງລາຄາ ໄຟຟ້າໃໝ່ ກໍເປັນລາຄາທີ່ແພງຂຶ້ນ ແລະ ຖືກລົງ ຈາກລາຄາເດີມຂອງ ຜູ້ຊົມໃຊ້ ບາງກຸ່ມຕົວຢ່າງ: ຜູ້ຊົມໃຊ້ໄຟຟ້າ 0-150 kWh ແມ່ນລາຄາ 355 ກີບ/kWh ເຊິ່ງໄດ້ຫລຸດ 50% ຈາກລາຄາ 710 ກີບ/kWh ສ່ວນທີ່ຜູ້ຊົມໃຊ້ 151-461 kWh ແມ່ນລາຄາຈະ ເພີ່ມຂຶ້ນສະເລັ່ຽ 30.000 ເຖິງ 50.000 ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.