ແຜນປິດບ່ອນລ້ຽງເສືອ ປະຕິບັດ ບໍ່ໄດ້

ສິດນີ
2018.01.05
F-tiger ເສືອໂຄ່ງ ໃນ ສປປລາວ ທີ່ ກໍາລັງສູນພັນ
IMAGE SOURCE: wanderlust New road threatens tiger breeding area in Laos

ທາງການລາວໄດ້ໃຫ້ຄຳສັນຍາ ເມື່ອປີກາຍວ່າ ຈະປິດສວນລ້ຽງເສືອ ໃນທົ່ວປະເທດ ເຮັດໃຫ້ຫລາຍປະເທດ ແລະອົງການປົກປ້ອງ ເສືອ ຈາກການສູນພັນໄປ ໃນໂລກ ຮ່ວມທັງ ເຈົ້າຊາຍ WILLIAM ແຫ່ງ ປະເທດອັງກິດ ສັລເສີນການຕັດສີນໃຈດັ່ງກ່າວ ຂອງທາງການລາວ.

ແຕ່ຫນັງສືພີມ The Mail on Sunday ຂອງອັງກິດ ລາຍງານວ່າ ຈາກການສືບສວນ ພົບວ່າຍັງມີ ຟາມລ້ຽງເສືອເພື່ອການຄ້າຫຼາຍຢູ່ ໃນລາວ ນອກຈາກນັ້ນ ຍັງພົບເຫັນ ແຫລ່ງທ່ອງທ່ຽວ ໃນລາວ ເປັນຕົ້ນ ບ່ອນຫລີ້ນ ກາຊີໂນ ທີ່ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຍັງບໍຣິການ ລູກຄ້າ ດ້ວຍອາຫານທີ່ປຸງ ດ້ວຍສັດ ຊິ້ນສ່ວນສັດປ່າ ແລະເສືອຢູ່.

ຊິ້ນສ່ວນເສືອ ທີ່ລ້ຽງໃນລາວ ສ່ວນໃຫຍ່ຈະສົ່ງໄປຂາຍ ເປັນສີນຄ້າ ທີ່ປະເທດຈີນແລະວຽດນາມ ເປັນຕົ້ນກະດູກເສືອ ຕັບໄຕແລະອື່ນໆ ຊຶ່ງ ສອງປະເທດ ດັ່ງກ່າວຖືວ່າ ເປັນຢາອາຍຸວັທນະ ໃນການປຸງເປັນອາຫານ. ຣາຄາເສືອ ທີ່ຍັງມີຊີວິດ ຈະຢູ່ປະມານ 3 ແສນ 4 ມື່ນໂດລາ ຫລັງຈາກຊື້ແລ້ວ ກໍຂ້າເສືອໂຕນັ້ນ ເພື່ອເອົາສິ້ນສ່ວນ ມາປຸງເປັນອາຫານ ໃຫ້ແກ່ ຜູ້ຮັ່ງມີ ນັກທ່ອງທ່ຽວ ຊາວຈີນ.

ຫລັງຈາກການປະກາດດັ່ງກ່າວ ຫນັງສືພິມ The Mail on Sunday ຂອງປະເທດອັງກິດ ກໍໄດ້ ສົ່ງນັກຂ່າວ ເຂົ້າໄປສືບສວນ ການຄ້າ ສິ້ນສ່ວນ ສັດປ່າ ທີ່ຮ່ວມດ້ວຍສິ້ນສ່ວນເສືອ ໃນລາວພົບວ່າ ຍັງມີການຄ້າ ສີ້ນສ່ວນເສືອຫຼາຍຢູ່ໃນລາວ ໂດຍສເພາະ ໃນແຫຼ່ງທ່ອງທ່ຽວ ທີ່ ສຳຄັນບ່ອນຫລິ້ນກາຊີໂນ ຊຶ່ງທາງການລາວ ກໍບໍ່ສາມາດຫ້າມປາມໄດ້ ຍ້ອນເປັນເຂດເສຖກິດພິເສດ. ດັ່ງເຈົ້າຫນ້າທີ່ລາວ ທ່ານນຶ່ງເວົ້າວ່າ:

"ບາດນີ້ສິນຄ້າ ມັນຜ່ານເຮົາບໍ່ສາມາດ ເຣື່ອງກໍາຈັດຂອງການເຮັດຂໍ້ກົດໝາຍ ໃນບ້ານເຮົາກໍຄືວ່າ ເຂດເສຖກິດພິເສດ ເສຖກິດພິເສດແມ່ນ Golden Triangle Special Zone ນີ້ແຫລະເນາະ ບາດນີ້ມັນກໍຈະເປັນຂໍ້ກໍາຈັດ ເຈົ້າໜ້າທີ່ເນາະ ເຂົ້າໄປ ກ້າວກ່າຍຢູ່ໃນ ພື້ນທີ່ດັ່ງກ່າວ ມັນກະເປັນ ຊ່ອງຫວ່າງນຶ່ງ ທີ່ການຂົນສົ່ງ ການລັກລອບ ຂົນສົ່ງ ຍັງເຮັດໄດ້ ຢູ່ຫັ້ນນະ."

ພຶດຕິກັມດັ່ງກ່າວ ຂອງທາງການລາວ ເກີດຂຶ້ນທ້າມກາງ ການໄດ້ຮັບການຊ່ອຍເຫລືອ ຈາກຕ່າງປະເທດ ໃນແຕ່ລະປີ ຫລາຍຮ້ອຍ ລ້ານ ໂດລາ ທີ່ຮ່ວມດ້ວຍ ການຊ່ອຍເຫລືອ ຈາກປະເທດອັງກິດ ແລະ ສະຫະພາບຢູໂຣບ ໃຫ້ປາບປາມ ກຸ່ມອາຊຍາກອນ ຄ້າສັດປ່າປະເພດ ຕ່າງໆທີ່ຮ່ວມດ້ວຍການຄ້າເສືອ ຊຶ່ງໃນປັດຈຸບັນ ຍັງເຫລືອເສືອໂຄ່ງ ບໍ່ຮອດ 3 ພັນ 9 ໂຕໃນໂລກ ອາດຈະສູນພັນ ໄປໃນອານາຄົດ ອັນໃກ້ໆນີ້ ຖ້າບໍ່ມີການ ປາບປາມ ກຸ່ມດັ່ງກ່າວ.

ສຳນັກຂ່າວ The Mail on Sunday ຈາກປະເທດອັງກິດ ລາຍງານຕໍ່ໄປວ່າ ລາວ ກາຍເປັນສູນກາງ ການຄ້າສັດປ່າ ທີ່ຫວງຫ້າມ ລາຍໃຫຍ່ ໂດຍສະເພາະໃນເຂດຊາຍແດນ ທີ່ຕິດັບຈີນ ຍ້ອນພົບວ່າ

1- ຍັງມີການຂ້າເສືອ ເພື່ອເອົາສິ້ນສ່ວນໄປຂາຍ ໃຫ້ນັກທ່ອງທ່ຽວຢູ່ ຊຶ່ງຈຳນວນເສືອໃນບາງ farm ເພີ້ມຂື້ນສອງເທົ່າ ຕົວຫລັງຈາກ ທີ່ຣັຖບານປະກາດ ຫ້າມລ້ຽງເສືອ ເພື່ອຂາຍເປັນສີນຄ້າ.

2- ພື້ນທີ່ ທີ່ບໍ່ມີກົດຫມາຍ ເປັນຕົ້ນສະຖານທີ່ ຫລີ້ນການພນັນ ໃນເຂດພາກເຫນືອຂອງລາວ ທີ່ເອິ້ນວ່າ sin city ນັກທ່ອງທ່ຽວ ຈາກຈີນ ສາມາດ ຮັບປະທານ ອາຫານທີ່ເຮັດດ້ວຍ ສີ້ນສ່ວນເສືອ ດື່ມເຫລົ້າວາຍ ຫລື ເຫລົ້າບອງຢາ ທີ່ມີສີ້ນສ່ວນເສືອ ແຊ່ຢູ່ນຳ ດັ່ງກະດູກເສືອ ແລະການຊື້ເສືອ ທີ່ຍັງມີຊິວິດ ຢູ່ມາຂ້າເອົາສີ້ນສ່ວນ ປຸງເປັນອາຫານ ໃນຣາຄາ ຫລາຍແສນໂດລາ ໄດ້ຢ່າງງ່າຍດາຍ

3- ໂຮງແຮມ 5 ດາວໃນໃຈກາງນະຄອນຫລວງວຽງຈັນ ຂາຍເຫລົ້າບອງຢາ ຈາກກະດູກເສືອ ຂາຍງາຊ້າງ ບີຫມີ ພາຍໃຕ້ ສາຍຕາ ຂອງເຈົ້າຫນ້າທີ່ ລາວ ແລະນັກທ່ອງທ່ຽວ ຕ່າງຊາດ ຜູ້ທີ່ຮັ່ງມີ ຄົນຈີນ.

4-  ຜູ້ຄ້າສັດປ່າ ທີ່ມີຊື່ສຽງໃນລາວ ຍັງລອຍນວນຢູ່ ເຖີງແມ່ນວ່າ ສະຫະຣັດຈະໃຫ້ເງິນຄ່າຫົວ ໃນການຈັບກຸມຄົນ ດັ່ງກ່າວ ປະມານ 1 ລ້ານໂດລາ ກໍຕາມ ເທົ່າເຖີງປັດຈຸບັນ ກໍຍັງບໍ່ສາມາດ ຈັບກຸມໄດ້.

ຈາກຂໍ້ມູນຮູບພາບ ທາງດາວທຽມ ພົບວ່າຍັງເຫັນ ຟາມລ້ຽງເສືອ ເພື່ອການຄ້າຫລາຍຢູ່ ຕາມແນວຊາຍແດນ ລາວ-ວຽດນາມ farm ບາງແຫ່ງ ມີເສືອໂຄ່ງ ຫລາຍກວ່າ 100 ໂຕ ໃນທີ່ກັກຂັງ.

ໃນຣະຍະທີ່ຜ່ານມາ ສປປລາວ ມີຟາມລ້ຽງເສືອຫລາຍແຫ່ງ ບາງແຫ່ງມີເສືອເຖີງ 700 ໂຕ ແລະອີກເສືອ ຫລາຍຮ້ອຍໂຕ ຖືກນຳເຂົ້າ ມາຈາກ ປະເທດໄທ ແລະ ປະເທດອ້ອມຂ້າງ ເພື່ອຂ້າເອົາສີ້ນສ່ວນ ສົ່ງໄປຂາຍ ໃຫ້ຈີນ ຊື່ງເປັນຕລາດຊື້ສີ້ນສ່ວນ ແລະອະວັຍວະເສືອ ໃຫຍ່ກວ່າຫມູ່ໃນໂລກ ຍ້ອນຊາວຈີນ ກາຍເປັນຄົນຮັ່ງມີ ຫລາຍຂື້ນ ໃນຣະຍະປີ ຫລັງໆມານີ້ ກຸ່ມດັ່ງກ່າວ ຕ້ອງການ ຄວາມສຳຣານ ໃນການຮັບປະທານ ອາຫານ ທີ່ຕົນມັກ ນື່ງໃນນັ້ນ ແມ່ນການຮັບປະທານ ສີ້ນສ່ວນເສືອ ຍ້ອນເຊື່ອວ່າ ເປັນຢາຊູກຳລັງ ຫລື ຢາເຮັດໃຫ້ ອາຍຸ ຍາວນານ.

ຍ້ອນການກົດດັນ ຈາກນານນາຊາດ ໃນເດືອນກັນຍາ ປີ 2016 ທາງການລາວ ໄດ້ອອກຄຳສັ່ງ ປິດ farm ລ້ຽງເສືອ ຫລາຍແຫ່ງ ໃນທົ່ວປະເທດ ແຕ່ຍັງມີຫລາຍແຫ່ງ ຍັງບໍ່ປະຕິບັດ ຕາມຄຳສັ່ງ ຂອງທາງການ. ປະຊາຊົນລາວ ຜູ້ທີ່ບໍ່ປະສົງອອກຊື່ ທ່ານນຶ່ງ ເວົ້າວ່າ ຖ້າຂັບຣົດ ປະມານ ສອງຊົ່ວໂມງ ຈາກນະຄອນຫລວງວຽງຈັນ ລົງໄປທາງໃຕ້ ຕາມຖນົນເລກທີ 13 ທ່ານຈະພົບເຫັນ farm ລ້ຽງເສືອ ຂນາດໃຫຍ່ ແຫ່ງນຶ່ງ ທີ່ຍັງດຳເນີນ ກິຈການຢູ່ ແຕ່ເອົາຜ້າຢາງ ຂນາດໃຫຍ່ຫຸ້ມໄວ້ ເພື່ອບຳພາງ ເຈົ້າຫນ້າທີ່ ກວດກາ ໃຫ້ສົງສັຍວ່າ ປິດກິຈການ ໄປແລ້ວ.

ຊາວບ້ານທ່ານນັ້ນເວົ້າວ່າ ທຸຣະກິດການລ້ຽງເສືອໃນ farm ນັ້ນ ຍັງສືບຕໍ່ໄປເຫມືອນເດີມ ຈະມີເສືອຫລາຍກວ່າເກົ່າ ຍ້ອນວ່າເອົາ ມາຈາກ ຟາມ ອື່ນ ທີ່ຖືກກວດກາ ແລະ ສັ່ງໃຫ້ປິດ. ບາງຄືນໄດ້ຍີນສຽງ ເສືອຮ້ອງ ຈາກຟາມດັ່ງກ່າວ ຊື່ງນາຂອງລາວ ໄກຈາກທີ່ນັ້ນ ປະມານ 200 ຢາດ ແລະຟາມດັ່ງກ່າວ ກໍມີຊື່ວ່າ ສຸວັນນະແສງ ຢູ່ແຂວງບໍຣີຄຳໄຊ.

ອິງຕາມຕົວເລກທີ່ທາງການລາວເອົາໃຫ້ ຫນ່ວຍງານສືບສວນສາກົນ ໃນເດືອນ ກໍຣະກະດາ ປີ 2016  ຣະບຸວ່າ ຈຳນວນເສືອໂຄ່ງ ຢູ່ ສວນລ້ຽງເສືອ ວັນນະແສງ ເພິ້ມຂຶ້ນ ສອງເທົ່າຕົວ ຄືຈາກ 102 ໂຕ ມາເປັນ 235 ໂຕ ຫລັງຈາກ ຖືກສັ່ງຫ້າມ;ສາກົນ ຍັງຕາມຫາຜູ້ຄ້າ ສັດປ່າລາຍໃຫຍ່ ໃນລາວ ທ້າວ ວິໄຊ ແກ້ວສະວ່າງ ຜູ້ທີ່ສົ່ງເສືອໂຄ່ງ ຫລາຍພັນໂຕ ຈາກລາວໄປຂາຍ ໃຫ້ຈີນ ແລະ ວຽດນາມ ຮ່ວມທັງ ນໍແຮດ ແລະງາຊ້າງ ຈາກ ອາຟຣິກກາ ໃນປີ 2013 ທາງການ ສະຫະຣັດ ໄດ້ໃຫ້ລາງວັນ ຄ່າຫົວ ທ້າວວິໄຊ ເຖີງ 1 ລ້ານໂດລາ ສະຫະຣັດ ຖ້າຜູ້ໃດຈັບໄດ້ ເທົ່າເຖີງປັດຈຸບັນ ຍັງລອຍນວນຢູ່ ແລະບໍ່ຮູ້ວ່າ ໄປຢູ່ໃນແລ້ວ.

ກ່ອນການຢ້ຽມາລາວ ຂອງ ທ່ານ ຊີຊີງປີງ ປະທານປະເທດຈີນ ໃນເດືອນພຶສ ຈິກາປີ 2017 ກຸ່ມນັກຂ່າວ ຍັງພົບເຫັນ ເຫລົ້າບອງຢາ ຈາກກະດູກເສືອ ວາງຂາຍໃນ ໂຮງແຮມດາວ ໃນລາວຢູ່ ໃນຣາຄາກວດນື່ງ ປະມານ 185 ຢູໂຣ ແລະສາຍແຂນ ທີ່ເຮັດດ້ວຍງາຊ້າງ ຣາຄາ 45 ຢູໂຣ ຢ່າງເປີດແປນ.

ກຸ່ມປົກປ້ອງສັດປ່າ ຜູ້ທີ່ບອກຂໍ້ມູນ ກ່ຽວກັບ ທ້າວ ວິໄຊ ແລະເຄືອຄ່າຍ ກຸ່ມຄ້າສັດປ່າ ຂອງເຂົາ ເວົ້າວ່າ ທຸຣະກິດ ການຄ້າສັດປ່າ ໃນລາວ ອອກດອກອອກຜົລ ດີ ຍ້ອນບໍ່ມີ ຄວາມສ່ຽງ ແລະໄດ້ຮັບຜົລກຳໄຣ ອັນມະຫາສານ.

ແຕ່ເຖີງຢ່າງໃດກໍຕາມ ທາງການລາວ ກໍພຍາຍາມ ໃນການປາບປາມ ກຸ່ມດັ່ງກ່າວ ແຕ່ບໍ່ສາມາດປາບປາມ ໃຫ້ຫມົດໄດ້ ຍ້ອນວ່າ ຟາມລ້ຽງ ເສືອໂຄ່ງ ໃນລາວ ຫລາຍແຫ່ງ ຕັ້ງຢູ່ໃນເຂດ ຕິດຈອດກັບ ຊາຍແດນ ວຽດນາມ ແລະຈີນ ຊຶ່ງເປັນພື້ນທີ່ປອດ ຈາກການກວດກາ ຈາກ ເຈົ້າຫນ້າທີ່ລາວ. ບັນຫາດັ່ງກ່າວ ຈື່ງຊຳເຮື້ອ ມາຮອດທຸກມື້ນີ້ ສ່ວນຟາມທີ່ຕັ້ງຢູ່ ໃນເຂດແດນ ຂອງລາວ ຫລາຍບ່ອນ ກໍປິດໄປຫລາຍແລ້ວ. ກຸ່ມດັ່ງກ່າວ ບາງຄົນ ກໍຍ້າຍໄປຕັ້ງ ຢູ່ບ່ອນໃຫມ່  ບ່ອນທີ່ເຈົ້າຫນ້າທີ່ ເຂົາໄປຫາ ບໍ່ເຖິງ.

ການຄ້າສັດປ່າໃນລາວ ບໍ່ແມ່ນສະເພາະ ແຕ່ເສືອ ຍັງມີສັດປ່າຊນິດອື່ນໆ ທີ່ຍັງຄ້າຂາຍກັນ ຢູ່ໃນລາວ ຍ້ອນຄົນລາວ ມັກກິນສັດປ່າເປັນ ອາຫານ ແລະ ກໍເປັນການສ້າງລາຍໄດ້ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.