16 ຄອບຄົວຕ້ອງຍ້າຍຈາກ ເຂື່ອນ ນໍ້າງື່ມ 4

ໄຊຍາ
2018.06.25
F-Nam-Ngum ວັນທີ 25 ມົກຣາ 2018 ທາງການລາວ ມີພິທີວາງສີລາລຶກ ໂຄງການສ້າງເຂື່ອນນໍ້າງື່ມ 4 ທີ່ ເມືອງພູກູດ ແຂວງຊຽງຂວາງ
Screen captured : https://mem.gov.la/

ປະຊາຊົນ 16 ຄອບຄົວ ຢູ່ບ້ານຊຽງຫຼວງ ເມືອງພູກູດ ແຂວງຊຽງຂວາງ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນນໍ້າງື່ມ 4 ນັ້ນ ບໍ່ຢາກຍ້າຍໄປຢູ່ ບ່ອນໃໝ່ ຕາມທີ່ທາງການຈັດສັນໃຫ້ ຍ້ອນບໍ່ຢາກປະລະອາຊີບຫາປາ. ເຂົາເຈົ້າຍັງກັງວົນວ່າ ຖ້າຫາກຍ້າຍໄປແທ້ ກໍຢາກໃຫ້ຄນະຈັດສັນ ເຂື່ອນ ແບ່ງເນື້ອທີ່ດິນເຮັດການຜລິດໃຫ້ກ່ອນ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ເມືອງພູກູດ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 22 ມິຖຸນາ ນີ້ວ່າ:

“ຜົນກະທົບຂອງປະຊາຊົນນັ້ນ ມີຫຼາຍມີໜ້ອຍເນາະ ບ້້ານທີ່ກະທົບທີ່ຢູ່ອາໃສມີ 16 ຄອບຄົວ ບ້ານຊຽງຫຼວງ ແລ້ວກໍ່ພື້ນທີ່ ທຳການຜລິດຫັ້ນ ໂຍກຍ້າຍໄປຢູ່ຊຽງຫຼວງ ໂຍກຍ້າຍຂຶ້ນບ່ອນໂນນຊື່ໆ ແຕ່ວ່າຢູ່ໃນບ້ານດຽວກັນ ເປັນການຂຍັບຂຍາຍບໍ່ຫຼາຍ 16 ຄອບຄົວ ແຕ່ວ່າຂະເຈົ້າ ບໍ່ໄດ້ເຫັນດີ ເຣື້ອງຊົດເຊີຍນະ ດຽວນີ້ກະລໍຢູ່ ຣັຖບານເພິ່ນຍັງຊອກ ວິທີແກ້ໄຂ ວ່າເຮັດແນວໃດ.”

ທ່ານກ່າວວ່າ ຜູ້ໄດ້ຮັບຜົລກະທົບ ຈາກເຂື່ອນນີ້ມີທັງໝົດ 136 ຄອບຄົວໃນຈຳນວນນີ້ມີ 120 ຄອບຄົວຈະບໍ່ໄດ້ຍ້າຍຍ້ອນວ່ານໍ້າຈະຖ້ວມ ແຕ່ເນື້ອທີ່ເຮັດການຜລິດຊື່ືໆ ແຕ່ອີກ 16 ຄອບຄົວຈະຖືກນໍ້າຖ້ວມເຮືອນ, ດັ່ງນັ້ນຈຶ່ງຈຳເປັນ ຕ້ອງໄດ້ຍ້າຍໄປຢູ່ ບ່ອນສູງ.

ທ່ານກ່າວເພີ້ມວ່າ ທາງການຕ້ອງການຍ້າຍ ເຂົາເຈົ້າໄປຢູ່ບ່ອນໃໝ່ ໃນເຂດບ້ານເກົ່າ ໃຫ້ແລ້ວພາຍໃນທ້າຍເດືອນສິງຫານີ້ ແລະ ເມື່ອ ເດືອນ ພຶສພາ ຜ່ານມານີ້ ເຈົ້າໜ້າທີ່ ໄດ້ໄປໂອ້ລົມກັບຊາວບ້ານ. ແລ້ວເຂົາເຈົ້າບໍ່ຢາກຍ້າຍ ຍ້ອນວ່າຢາກໃຫ້ທາງການ ຊົດເຊີຍເນື້ອທີ່ ເຮັດການຜລິດ ແລະຈ່າຍເງິນຊົດເຊີຍ ໃຫ້ເຂົາເຈົ້າຢ່າງສົມເຫດສົມຜົນ ກ່ອນຈຶ່ງຈະຍ້າຍ.

ກ່ຽວກັບເຣື້ອງນີ້ເຈົ້າໜ້າທີ່ອະທິບາຍວ່າ ເຣື່ອງການຊົດເຊີຍນັ້ນ ບໍ່ຮູ້ວ່າຈະຕອບສນອງຕາມທີ່ ຊາວບ້ານຕ້ອງການໄດ້ຫຼືບໍ່ ຍ້ອນມັນຂຶ້ນກັບ ສະພາແຂວງ ເປັນຜູ້ພິຈາຣະນາ ແຕ່ຈະບໍ່ໄດ້ຊົດເຊີຍໃນໄວນີ້ໆ ເນື່ອງຈາກຍັງຢູ່ໃນຂັ້ນຕອນ ການເກັບກຳຂໍ້ມູນ ຜູ້ທີ່ໄດ້ຮັບຜົລກະທົບ ແນວອື່ນໆອີກຢູ່. ດັ່ງທີ່ທ່ານກ່າວວ່າ:

“ນໍ້າງື່ມ 4 ດຽວນີ້ຫັ້ນ ຂັ້ນຕອນກໍ່ແມ່ນ ເຮັດທາງເຂົ້າບ່ອນທີ່ຈະເຂົ້າສູ່ບ່ອນສ້າງເຂື່ອນຫັ້ນເນາະ ຜົນກະທົບ 16 ຄອບຄົວ ກັບຜົນກະທົບ ນາ ຈຳນວນນຶ່ງກັບສວນ ສ່ວນຫຼາຍກໍ່ເປັນພື້ນທີ່ການຜລິດເນາະ ດຽວນີ້ເພີ່ນຍັງເກັບກຳຂໍ້ມູນແລ້ວກໍ່ປຶກສາຫາລື ທາງດ້ານຜູ້ໃຫຍ່ສເນີນຳແຂວງ ເພື່ອສເນີນຳສະພາເນາະ ຜ່ານສະພາ ດຽວນີ້ກໍ່ລໍຟື້ນຟູຊີວິດ ການເປັນຢູ່ຂອງເຂົາເຈົ້າ ດຽວນີ້ເພິ່ນກໍຍັງລໍຖ້າປຶກສາຫາລືຢູ່.”

ທ່ານກ່າວຕື່ມວ່າ ເຂື່ອນນໍ້າງື່ມ 4 ເປັນເຂື່ອນຂອງຣັຖວິສາຫະກິຈໄຟຟ້າລາວ ເປັນເຂື່ອນຂນາດກາງ ສ້າງເມື່ອເດືອນ 11 ປີ 2017 ຕາມແຜນຈະເປີດຜລິດກະແສໄຟຟ້າ ໃນປີ 2022 ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.