ການປະມົງຢູ່ເຂດສ້າງ ເຂື່ອນ

ຈໍາປາທອງ
2017.06.18
F-Fishing ການຫາປາພຽງເພື່ອລ້ຽງຄອບຄົວ ຂອງຊາວລາວ ຕາມລໍາແມ່ນໍ້າຂອງ
RFA

ການຫາປາຢູ່ເຂດໜ້າເຂື່ອນນໍ້າຄານ 2  ເມືອງຊຽງເງິນ ແຂວງຫຼວງພຣະບາງ ປະຊາຊົນ ເວົ້າໃນມື້ວັນທີ 7 ມິຖຸນາ 2017 ນີ້ວ່າຫາໄດ້ ໜ້ອຍລົງ ຊຶ່ງ ອາດເປັນໄປໄດ້ທີ່ວ່າ ຍ້ອນປາ ໃນນໍ້າຄານ ມີຈໍານວນ ຫລຸດລົງ ຢູ່ນໍ້າອູ ກໍເຊັ່ນດຽວກັນ. ປະຊາຊົນ ບ້ານພູຊາງ ເມືອງ ຊຽງເງິນ ທີ່ຢູ່ບໍຣິເວນ ເຂື່ອນນໍ້າຄານ 2 ກ່າວຕໍ່ ວິທຍຸເອເຊັຍ ເມື່ອວັນທີ 7 ມິຖຸນານີ້ວ່າ:

"ຂ້ອນຂ້າງວ່າຫລຸດລົງຫຼາຍ ໃນນັ້ນມັນກໍມີ ບາງຣະດູນີ້ ກໍຫລາຍ ແຕ່ວ່າບາງຣະດູ ກໍບໍ່ມີ ຫາປະຊຸມ ກັບມານີ້ ກໍອະນຸລັກ ອັນມໍ່ໆກັນ ລະແມ່ນ ຕັ້ງແຕ່ເຂື່ອນຂຶ້ນໄປ 3 ກິໂລແມັຕ ອະນຸລັກໄວ້".

ຫລືເປັນຍ້ອນວ່າ ເຖິງຈະມີເຂດ ອະນຸລັກປາ ຢູ່ບໍຣິເວນໜ້າເຂື່ອນ ແຕ່ກໍມີຄົນໄປ ລັກລອບຫາ ດັ່ງນັ້ນຈຶ່ງເຮັດໃຫ້ ມີປາໜ້ອຍລົງ, ຫາປາ ຍາກ ແລະໄດ້ໜ້ອຍກວ່າ ແຕ່ກ່ອນ.

ກ່ຽວກັບເຣື່ອງທີ່ວ່ານີ້ ເພື່ອຄວາມກະຈ່າງແຈ້ງ ວ່າເປັນຄືແນວໃດ ກັນແທ້ນັ້ນ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງ ເຈົ້າໜ້າທີ່ ຊັພຍາກອນ ທັມຊາດ ແລະສິ່ງແວດລ້ອມ ເມືອງຊຽງເງິນ, ໄດ້ຮັບຄໍາຕອບວ່າ ທາງໂຄງການ ເຂື່ອນນໍ້າຄານ ແລະພາກຣັຖ ໄດ້ປ່ອຍພັນປາລົງໃນໜ້າ ເຂື່ອນນັ້ນ ເປັນປະຈໍາ ທຸກປີ ເຮັດໃຫ້ ຈໍານວນປາເພີ່ມຂຶ້ນ:

"ປາຂະເຈົ້າ ເວລາຕັນເຂື່ອນແລ້ວ ກໍບໍ່ມີຄົນທໍາລາຍ ມັນກໍເພາະພັນ ໄດ້ແບບວ່ອງໄວ ມັນກໍເພາະພັນໄດ້ຫລາຍ ມັນກໍມີ ການປ່ອຍປາເດ໊ ທາງໂຄງການ ຂະເຈົ້າ ກໍເອົາປາ ມາປ່ອຍເປັນແສນໆ ພຸ້ນແຫລະ".

ອີກຢ່າງນຶ່ງ ບໍຣິເວນໜ້າເຂື່ອນນໍ້າຄານ 2 ນີ້ ທາງໂຄງການ ເຂື່ອນນໍ້າຄານ ແລະທາງແຂວງຫລວງພຣະບາງ ກໍໄດ້ຈັດສັນ ໃຫ້ເປັນເຂດ ປະມົງ ທີ່ປະຊາຊົນ ສາມາດ ຫາປາໄດ້ ຊຶ່ງປັດຈຸບັນ ທາງແຂວງ ໄດ້ຈັດເປັນ ກຸ່ມປະມົງ ປະຊາຊົນ  ແລະຈັດໃຫ້ ມີການຮັບຊື້ປາ ຈາກ ປະຊາຊົນ. ແຕ່ບັນຫາ ມີຢູ່ວ່າ ຜູ້ຮັບຊື້ປາ ຈາກປະຊາຊົນ ນັ້ນ ໃຫ້ຣາຄາບໍ່ດີ, ຕໍ່າເກີນໄປ:

"ຣາຄານີ້ກໍຂ້ອນຂ້າງບໍ່ດີປານໃດ ຕໍ່າຫຼາຍ ໂລ 8 ພັນ ໂລ 10 ພັນຂຶ້ນໄປ ຫາ 15 ພັນບໍ່ເກີນນັ້ນ ອີງຕາມປາຕົວນ້ອຍຕົວໃຫຍ່ ກໍໄດ້ ຕໍ່າຫລາຍ. ມື້ວານນີ້ ພວກເຮົາ ກໍໄດ້ປະຊຸມ ຮຽກຮ້ອງ ໃຫ້ທາງເມືອງ ແລະ ພາກສ່ວນ ທີ່ເກັບຊື້ປານັ້ນ ຮຽກຮ້ອງໃຫ້ ເອົາຣາຄາ ນີ້ຂຶ້ນຕື່ມ. ຖ້າຣາຄາແນວນີ້ ກໍຄືວ່າກິນ ເອົາລັດເອົາປຽບ ຂອງຝ່າຍ ປະຊາຊົນຫລາຍ".

ປະຊາຊົນ ເວົ້າຕື່ມວ່າ ກຸ່ມທີ່ມາຮັບຊື້ປາ ຈາກປະຊາຊົນ ເປັນກຸ່ມພາກ ເອກຊົນ ທີ່ໄດ້ສັມປະທານ ຈາກທາງແຂວງ ແລະເປັນກຸ່ມທີ່ ຮັບຊື້ປາ ຂອງປະຊາຊົນ ຢູ່ ທີ່ເຂື່ອນນໍ້າງື່ມ ມາກ່ອນ. ປັດຈຸບັນ ກຸ່ມປະມົງ ຢູ່ເຂື່ອນນໍ້າຄານ 2 ມີທັງໝົດ 6 ໜ່ວຍ ແຕ່ລະໜ່ວຍ ຈະມີປະຊາຊົນ ຮວມກຸ່ມກັນ ໜ່ວຍລະ 10 ຄອບຄົວ. ທີ່ວ່າມານັ້ນ ແມ່ນສະພາບຂອງການຫາປາ ຂອງປະຊາຊົນ ທີ່ໄດ້ໜ້ອຍລົງ ແລະ ຣາຄາປາກໍຖືກ ແລະການຈັດ ກຸ່ມຫາປາ, ກຸ່ມຊື້ປາ ຢູ່ເຂື່ອນນໍ້າຄານ 2 ແຂວງຫລວງພຣະບາງ

ໃນຂນະທີ່ ປະຊາຊົນ ຢູ່ທາງເຂື່ອນ ດອນສະໂຮງ ໃນເຂດ ເມືອງໂຂງ ແຂວງ ຈໍາປາສັກ ເວົ້າວ່າ ຫາປາບໍ່ໄດ້ ຍ້ອນທາງການ ສປປລາວ ຫ້າມບໍ່ ໃຫ້ຫາ ເຮັດໃຫ້ ປະຊາຊົນ ທີ່ມີອາຊີບຫາປາ ແມ່ນໍ້າຂອງ ໃນເຂດນັ້ນ ໄດ້ຮັບຜົນກະທົບ ໜັກໜ່ວງ ດັ່ງ ປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ຈາກການສ້າງ ເຂື່ອນ ດອນສະໂຮງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ມິຖຸນານີ້ວ່າ:

"ສໍາລັບເມືອງໂຂງ ເຮົານີ້ ຫ້າມໝົດເລີຍເດັດຂາດ ແລ້ວຂາດ ການທໍາມາຫາກິນ ເຄີຍຫາປູຫາປາ ເຂົາກໍບໍ່ໃຫ້ເອົາ ເຂົາບໍ່ໃຫ້ເອົາ ເດັດຂາດ ດຽວນີ້ ແຕ່ກ່ອນ ກໍຍັງພໍໄດ້ ດຽວນີ້ເດັດຂາດ ບໍ່ໃຫ້ເອົາ ໃສ່ລອບໃສ່ຈັ່ນ ກໍບໍ່ໄດ້ ປະຊາຊົນ ຖືກຜົລກະທົບ ໜັກໜ່ວງ".

ທ່ານກ່າວຕື່ມອີກວ່າ ຜົລກະທົບ ທີ່ວ່ານັ້ນ ເຮັດໃຫ້ຊາວຫາປາ ໃນເຂດ ດອນສະໂຮງ ນີ້ຈໍາປັນຕ້ອງໄດ້ ຫັນໄປ ປະກອບ ອາຊີບອື່ນ ຊຶ່ງເມື່ອກ່ອນ ສ່ວນຫລາຍໄປເປັນ ກໍາມະກອນ ຮັບຈ້າງ ໃນໂຄງການ ສ້າງ ເຂື່ອນນັ້ນ ແຕ່ມາໃນ ປັດຈຸບັນ ໄດ້ລາອອກ ເປັນສ່ວນໃຫຍ່ ຍ້ອນທາງໂຄງການ ຊຶ່ງແມ່ນ ມາເລເຊັຍ ເປັນເຈົ້າຂອງ ຈ້າງ ກໍາມະກອນ ຈີນ ແລະ ວຽດນາມ ຫລາຍ.

ແຕ່ເຈົ້າໜ້າທີ່ ເມືອງໂຂງ ເວົ້າວ່າ ທາງເມືອງມີພື້ນທີ່ ສງວນໄວ້ສໍາລັບ ອະນຸຮັກພັນປາ ໃນບໍຣິເວນ ກໍ່ສ້າງເຂື່ຶອນ ແລະ ທາງຫລືຮູ ສໍາລັບປາຂຶ້ນ ທີ່ຫ້າມ ບໍ່ໃຫ້ຫາປາ. ແຕ່ເຂດອື່ນ ແມ່ນຍັງອະນຸຍາດ ໃຫ້ຫາໄດ້ ເປັນປົກກະຕິຢູ່ ແລະທັງວ່າ ປັດຈຸບັນ ທາງເມືອງ ໄດ້ສົມທົບກັບ ທາງໂຄງການ ເຂື່ອນດອນສະໂຮງ ສ້າງຮູປາຂຶ້ນໃໝ່ ສອງສາມຮູ ດັ່ງທີ່ທ່ານກ່າວວ່າ:

"ມັນບໍ່ອຶດແຕ່ທາງຮູປາຂຶ້ນ ມັນເປັນສ່ວນນຶ່ງ ຂອງຄົນທີ່ເພີ່ນອັນນັ້ນດອກ ນີ້ເດ ປາເຂົາກອງເອ້ລ້າ ກັນຢູ່ແຕ່ລະມື້ ແຕ່ລະມື້ນີ້ ດຽວນີ້ຮູປາຂຶ້ນ ກະເຮັດໃຫ້ ປາຂຶ້ນ ສອງມາຮູພຸ້ນ ແຮງສະບາຍ ດຽວນີ້".

ແຕ່ເຖິງຢ່າງໃດກໍຕາມ ເຂື່ອນດອນສະໂຮງ ຂນາດ 260 MW ເປັນເຂື່ອນແຫ່ງທີ 2 ທີ່ຖືກສ້າງໃສ່ ແມ່ນໍ້າຂອງ ພາຍຫລັງ ທີ່ໄດ້ມີການ ກໍ່ສ້າງເຂື່ອນ ໄຊຍະບູລີ ເຮັດໃຫ້ ພາກສ່ວນຕ່າງໆ ມີຄວາມກັງວົນ ນໍາຜົລກະທົບ ອັນໃຫຍ່ຫລວງ ທີ່ອາຈເກີດຂຶ້ນ ຕໍ່ສິ່ງແວດລ້ອມ ຮວມທັງພວກໝູ່ປາ, ພືດພັນ ແລະສັດນໍ້າອື່ນໆ ຕລອດເຖິງ ຄຸນນະພາບນໍ້າ ແລະດິນຝຸ່ນ ເພື່ອ ການກະສິກັມ ແລະຕໍ່ປະຊາຊົນ ຫລາຍລ້ານຄົນ ທີ່ຢູ່ເຂດລຸ່ມ ເຂື່ອນລົງມາ ທັງຢູ່ພາຍໃນ ປະເທສລາວ ແລະ ຢູ່ປະເທສໄທ, ກໍາພູຊາ ແລະພາກໃຕ້ ວຽດນາມ ນໍາດ້ວຍ.

ເວົ້າສະເພາະປາຂ່າ ຫລືປາໂລມາ ນໍ້າຈຶດ ທີ່ໃກ້ຈະສູນພັນ ຢູ່ບໍຣິເວນ ດອນສະໂຮງ ນັ້ນ ກໍຄາດວ່າ ຍັງເຫລືອຢູ່ ພຽງ 3 ຕົວ ເທົ່ານັ້ນ. ໃນຂນະດຽວກັນນັ້ນ ປະຊາຊົນ ທີ່ຢູ່ແຄມ ແມ່ນໍ້າຂອງ ໃນເຂດ ທີ່ເມື່ອກ່ອນ ເຄີຍມີປາຫລາຍ ຢູ່ເມືອງຈໍາປາສັກ ພາກໃຕ້ຂອງລາວ ກໍເວົ້າວ່າ ດຽວນີ້ຢູ່ເຂດ ຂອງທ່ານ ບໍ່ມີປາຫລາຍ ຄືເກົ່າແລ້ວ ແຕ່ກໍພໍ ໄດ້ກິນຢູ່: ສຽງ ...

ແຕ່ຢູ່ເຂດອື່ນຍັງມີຫລາຍຢູ່ ດັ່ງທີ່ແມ່ຍິງ ແຂວງຈໍາປາສັກ ເວົ້າວ່າ ຍາມນີ້ມີປາຫລາຍ ທັງຢູ່ແມ່ນໍ້າຂອງ ແລະຢູ່ໜ້າເຂື່ອນ: ສຽງ...

ຢູ່ແຂວງສະຫວັນນະເຂດ ປັດຈຸບັນ ມີປາຫລາຍໃນຍາມນໍ້າຂອງຂຶ້ນ ແລະປະຈໍານວນນຶ່ງ ທີ່ວາງຂາຍຢູ່ ທ້ອງຕລາດ ກໍເອົາໄປ ເຂື່ອນນໍ້າງຶ່ມ ເຖິງວ່າຢູ່ໜ້າເຂື່ອນ ນີ້ບໍ່ມີປາຫລາຍ: ສຽງ...

ສໍາລັບປາໜ້າເຂື່ອນນໍ້າງື່ມ ຊາວນະຄອນຫລວງວຽງຈັນ ເວົ້າວ່າ ບໍ່ມີຫລາຍ, ຄົນກໍບໍ່ນິຍົມຊື້ ກັນຫລາຍ ເພາະປາກຸຍ, ບໍ່ແຊບຄືປາ ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.