ການຂຸດຄົ້ນການສົ່ງອອກ ຫີນ ປະເສີດ ຖືກໂຈະ

ໄຊຍາ
2018.10.24
ປະເພດຫີນປະເສີດ ທີ່ມີການຂຸດຄົ້ນ ຢູ່ແຂວງອັດຕະປື ຊຶ່ງ ບໍຣິສັດຈີນ ໄດ້ຮັບສັມປະທານ ແລະ ກໍາລັງຖືກສັ່ງໃຫ້ໂຈະ ການຂຸດຄົ້ນ/ສົ່ງອອກ
RFA/NY

ຣັຖບານລາວ ໄດ້ສັ່ງໂຈະການຂຸດຄົ້ນ ຫີນປະເສີດ ຢູ່ເຂດພູກາງໂຮງ ເມືອງພູວົງ ແຂວງອັດຕະປື ແບບບໍ່ມີກຳນົດ ຍ້ອນຕ້ອງການປຽບທຽບ ຣາຄາປະມູນ ກັບມູນຄ່າການສົ່ງອອກ ໃນຣະຍະຜ່ານມາ. ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງອັດຕະປື ກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ຕຸລາ ນີ້ວ່າ:

"ຣະຍະກາງປີມານີ້ ເພີ່ນກາມີແຈ້ງການຂອງຂັ້ນເທິງ ທາງພາກຣັຖເຮົາຢາກສົມທຽບ ເຣື່ອງຣາຄາການຕະຫຼາດ ຣະວ່າງການປະມູນ ກັບການ ໃຫ້ບໍຣິສັດ ເປັນຜູ້ນຳສົ່ງອອກ ທຽບເຣື່ອງຣາຄານະ ລັກສນະແບບນັ້ນແຫຼະ ບໍ່ມີແຜນໄດ້ນຳສົ່ງອອກ ເຂົາອີງໃສ່ ແຈ້ງການໂຕນັ້ນ."

ທ່ານກ່າວຕື່ມວ່າ ສຳລັບຫີນປະເສີດ ທີ່ຖືກຂຸດຄົ້ນໄວ້ກ່ອນໜ້ານີ້ ປະມານ 800 ຕັນ ກໍ່ຍັງເກັບໄວ້ຢູ່ ບໍ່ໄດ້ອະນຸຍາດ ໃຫ້ບໍຣິສັດ ພັທນາ ຫີນປະເສີດ ລາວ-ຈີນ ຈຳກັດ ສົ່ງອອກໄປຈີນ ລໍຖ້າຈົນກວ່າທາງຣັຖບານ ຈະປະຊຸມກັນສຳເຣັດ ຈຶ່ງຈະແຈ້ງການ ໃຫ້ຮູ້ວ່າຈະອະນຸຍາດ ໃຫ້ສົ່ງອອກຕື່ມ. ແຕ່ປັດຈຸບັນ ຢູ່ໃນເນື້ອທີ່ຂຸດຄົ້ນ ກໍ່ຍັງມີເຈົ້າໜ້າທີ່ ເຝົ້າຍາມ ເພື່ອບໍ່ໃຫ້ປະຊາຊົນ ໄປລັກຂຸດຄົ້ນ.

ຕາມແຜນການປີນີ້ການຂຸດຄົ້ນຫີນປະເສີດ ຢູ່ເຂດດັ່ງກ່າວ ຄາດວ່າຈະຂຸດຄົ້ນໄດ້ ທັງໝົດ 5 ພັນຕັນ ແຕ່ຕົວຈິງຍັງບໍ່ທັນໄດ້ຮອດ ເປົ້າໝາຍ ຖືກໂຈະ ການຂຸດຄົ້ນກ່ອນ ຈາກນັ້ນຈະເພີ່ມກຳລັງ ການຂຸດຄົ້ນເປັນ 10 ພັນຕັນ ໃນປີ 2019 ກ່ອນທີ່ຈະເພີ່ມເປັນ 15 ພັນຕັນໃນປີ 2020 ແລະນັບຕັ້ງແຕ່ປີ 2021 ເປັນຕົ້ນໄປ ບໍຣິສັດຈະຂຸດຄົ້ນໃຫ້ໄດ້ 20 ພັນຕັນ ຕໍ່ປີ ໄປຈົນໝົດສັນຍາ ໃນປີ 2035, ສຳຣັບຣາຄາຊື້ຂາຍ ຫີນປະເສີດ ປັດຈຸບັນຢູ່ ທີ່ 3 ພັນໂດລາ ສະຫະຣັຖ ຕໍ່ 1 ຕັນ .

ບໍຣິສັດ ພັທນາຫີນປະເສີດ ລາວ-ຈີນ ຈຳກັດ ເຊິ່ງເປັນຜູ້ສັມປະທານ ຂຸດຄົ້ນຫີນປະເສີດຢູ່ ແຂວງອັດຕະປື ໃນນັ້ນເປັນການຮ່ວມລົງທຶນ ຣັຖບານລາວຖືຫຸ້ນ 40% ສ່ວນບໍຣິສັດ Poly Mining Development company ຈາກ HongKong ຖືຫຸ້ນ 60% ເຣີ້ມກໍ່ຕັ້ງມາຕັ້ງແຕ່ ເດືອນກຸມພາ ປີ 2015. ຫີນປະເສີດ ສ່ວນຫຼາຍແມ່ນ ສົ່ງອອກໄປຈີນ ເພື່ອນໍາໄປແກະສລັກ ເຮັດເຄື່ອງປະດັບ ຫຼືແກະສລັກ ພຣະພຸທຮູບ ມີຣາຄາແພງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.