ຜູ້ໃຊ້ອໍານາດຍຶດຄອງ ທີ່ດິນ ຢູ່ລາວ ຍັງສືບຕໍ່

ອຸ່ນແກ້ວ ສຸກສະຫວັນ
2021.06.12
ຜູ້ໃຊ້ອໍານາດຍຶດຄອງ ທີ່ດິນ ຢູ່ລາວ ຍັງສືບຕໍ່ ໂຮງແຮມຫຼູ ຢູ່ໃນເຂດວັດ ຫໍພະແກ້ວ ທີ່ຕິດກັບເສັ້ນທາງແຄມຂອງ ຊຶ່ງໂຮງແຮມ ດັ່ງກ່າວ ແມ່ນ ທ່ານ ຈູມມາລີ ໄຊຍະສອນ ອະດີດ ປະທານ ປະເທດ ມອບໃຫ້ບໍຣິສັດ ພອນສັກ ສັມປະທານ ປຸກສ້າງ ແຕ່ຫຼັງຈາກຣັຖບານ ທ່ານ ທອງລຸນ ເຂົ້າມາ ໄດ້ສັ່ງໂຈະ ບໍ່ໃຫ້ມີການ ດຳເນີນການ ຈົນກວ່າ ຈະມີຄວາມແຈ່ມແຈ້ງ ໃນຫຼັກການຮ່ວມມື ການບໍຣິຫານ ໂຮງແຮມດັ່ງກ່າວ, ອີງຕາມຂໍ້ມູນຈາກ ຜູ້ທີ່ຮູ້ເຣື່ອງນີ້. ຕາມຫຼັກການແລ້ວ ສະຖານທີ່ດັ່ງກ່າວ ເປັນເຂດປວັດສາດ ຈະບໍ່ອະນຸຍາດ ໃຫ້ຫົວໜ່ວຍທຸຣະກິຈໃດ ເຂົ້າມາປຸກສ້າງ.
Photo: Google map

ບັນຫາທີ່ດິນ ຍັງເປັນບັນຫາ ທີ່ຍັງແກ້ໄຂບໍ່ຕົກ ຍ້ອນວ່າ ຍັງມີຜູ້ມີຖານະຕຳແໜ່ງ ໄປຈັບຈອງເອົາທີ່ດິນຕາມທີ່ຕ້ອງການ.

ມີຜູ້ນຳລາວທີ່ເປັນອະດີດ ກົມການເມືອງບາງທ່ານ ໄດ້ໄປຈັບຈອງເອົາທີ່ດິນໃນເຂດ ໃກ້ເຮືອນຊາວບ້ານ ແລ້ວໃຫ້ທະຫານ ແລະ ຕຳຣວດ ເຝົ້າໄວ້ ບໍ່ໃຫ້ຊາວບ້ານເຂົ້າໄປທີ່ດິນຕອນ ດັ່ງກ່າວ ຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ. ປະຊາຊົນ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ກ່າວຕໍ່ເອເຊັຽເສຣີ ວ່າ:

"ຢູ່ໃກ້ກະແຫ່ງຫຼາຍຫັ້ນແຫຼະ ບ່ອນໃດກະດິນເພິ່ນ ກະຫຼາຍຫັ້ນແຫຼະ ຂັ້ນຊິເວົ້າ 2,000 - 3,000 ເຮັກຕາ ບ່ອນໃດກະດິນເພິ່ນ ຫຼາຍບ່ອນຫັ້ນນ່າ ບໍ່ຈັກ ເພາະວ່າ ໃຜກະຢ້ານນ່າ ບໍ່ກ້າເວົ້າດອກ ຂັ້ນດິນເພິ່ນຜູ້ໃດກະບໍ່ກ້າ ເຂົ້າໃກ້ກະບໍ່ໄດ້."

ທີ່ດິນຕອນດັ່ງກ່າວ ຖືກລ້ອມຮົ້ວເອົາໄວ້ ແລະ ມີທະຫານ, ຕຳຣວດ ຍາມຢູ່ທັງບໍ່ອະນຸຍາດ ໃຫ້ປະຊາຊົນເຂົ້າໄປເກັບເຄື່ອງປ່າ ຂອງດົງ. ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ:

"ກະມີຫັ້ນແຫຼະ ມີທະຫານມີຫຍັງ ຄືເຈົ້າຮູ້ຫັ້ນແຫຼະ ຄືເຈົ້າຮູ້ຫັ້ນແຫຼະຜ່ານມາ ຄືວ່າ ຢູ່ເຂດເໜືອນີ້ກະມີດິນ ຢູ່ໃກ້ນີ້ກະມີຫຼາຍເວົ້າ ເຣື່ອງດິນເຣື່ອງດອນ."

ທີ່ດິນຫຼາຍບ່ອນ ຖືກຜູ້ທີ່ມີຖານະຕຳແໜ່ງ ໄປຈັບຈອງເອົາ ແລະ ລ້ອມຮົ້ວເອົາໄວ້. ປະຊາຊົນເມືອງປາກຊ່ອງ ອີກທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ວ່າ:

"ບໍ່ແມ່ນ 3,000 ເຮັກຕາ ເບາະ ເພິ່ນວ່າ ເຂົາຂຶ້ນໄປ ເຂົາຂຶ້ນໄປເຮັດທາງລະໄດ໋ ທະຫານ ຕຳຣວດເຂົາ ໝົດລະເດ້ ແມ່ນລະ ລ້ອມຮົ້ວລະໜາມໝາກຈັບ ຫັ້ນແຫຼະ ເພິ່ນລ້ອມ ບ່ອນໃດ ເພິ່ນໄດ້ເອົາ ບ່ອນໃດ ເພິ່ນໄດ້ຈອງລະ ໄດ້ລ້ອມໝົດຫັ້ນຕິ ມີທະຫານ ມີຕຳຣວດຍາມຄັກແນ່ ທະຫານລາວ ຕຳຣວດລາວ ຫັ້ນແຫຼະ."

ມີການລ້ອມຮົ້ວໜາມໝາກຈັບ ອ້ອມທີ່ດິນ ແລະ ເອົາຕຳຣວດ ທະຫານ ໄປຍາມເອົາໄວ້ ໂດຍບໍ່ມີປະຊາຊົນເຂົ້າໄປຈັບຈອງ. ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ:

"ກະຄືກລູກຮູ້ແຕ່ກ່ອນຫັ້ນລະ ເຂົາເອົາຫັ້ນແຫຼະ ບ່ອນໃດ ກະມີແຕ່ຂອງເພິ່ນ ບ່ອນໃດກະມີແຕ່ຂອງເພິ່ນ ສວນເພິ່ນ ຢູ່ແຖວ ເຊກະຕາມມີແຕ່ຂອງເພິ່ນ."

ການລັກໂລບເອົາດິນແບບນີ້ ເປັນການສວຍໃຊ້ອຳນາດ ເພື່ອເອົາຜົລປໂຍດເຂົ້າຕົນເອງ ແລະບັນຫາແບບນີ້ເກີດຂຶ້ນໃນປະເທດລາວ.

ນັກກົດໝາຍ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເຮົາຄິດວ່າ ມັນເປັນການສວຍໂອກາດ ໃນການໃຊ້ໜ້າທີ່ ແລະ ຕຳແໜ່ງເພື່ອສ້າງຜົລປໂຍດໃຫ້ກັບຕົນເອງແລະພວກພ້ອງ ເຊິ່ງ ກຳລັງແຜ່ຫຼາຍ ໃນປັດຈຸບັນ ໃນຂອບເຂດທົ່ວ ປະເທດ ອັນເນື່ອງມາຈາກການເອື້ອອຳນວຍ ໃນຂອດຂອງນິຕິກັມ, ກົດໝາຍ ແລະ ນະໂຍບາຍຂອງພາກຣັດເອງ, ແຕ່ ກໍຍັງບໍ່ສາມາດແກ້ໄຂໄດ້ ຫຼາຍຊຸດຣັຖບານ ພຍາຍາມໃຫ້ມີ ການປະຕິຮູບແກ້ໄຂ ແລະ ປາບປາມ ບັນຫາດັ່ງກ່າວ ແຕ່ ກໍຍັງບໍ່ສາມາດແກ້ໄຂໄດ້."

ນັກກົດໝາຍທ່ານນີ້ ກ່າວຕື່ມອີກວ່າ:

"ໄລຍະຜ່ານມາ ໂດຍສະເພາະ ຄະນະຣັຖບານ ທ່ານ ທອງລຸນ ໄດ້ມີການລົງວິນັຍ ບັນດາເຈົ້າໜ້າທີ່ຣັຖ ທີ່ສວຍໂອກາດໃນການ ກອບໂກຍ ເອົາຜົລປໂຍດຂອງຣັດ ມາເປັນຂອງຕົນ ເອງ, ແຕ່ກໍ່ເປັນພຽງບາງທ້ອງຖິ່ນ ຍັງບໍ່ມີການໃຊ້ມາຕການ ທີ່ເດັດຂາດເທື່ອ ສະນັ້ນຈຶ່ງບໍ່ສາມາດ ຄາດເດົາໄດ້ວ່າ ບັນຫາດັ່ງກ່າວຈະໄດ້ຮັບການແກ້ໄຂ ດ້ວຍວິທີການແບບໃດ ທັງນີ້ກໍຕ້ອງໄດ້ອີງໃສ່ ຄະນະ ຣັຖບານຊຸດໃໝ່ ໂດຍສະເພາະແມ່ນ ຄະນະກວດກາສູນກາງພັກ ຈະປຕິບັດບົດບາດ ຂອງຕົນເອງໄດ້ດີສ່ຳໃດ."

ນອກຈາກນີ້ ຍັງມີພະນັກງານຂອງຣັຖ ເຂົ້າໄປພົວພັນ ສົມຮູ້ຮ່ວມຄິດກັບ ນັກທຸຣະກິດ ເພື່ອຈັບຈອງເອົາທີ່ດິນ ໂດຍອາໃສຊ່ອງວ່າງ ຂອງກົດໝາຍ. ເຈົ້າໜ້າທີ່ຂແນງ ຊັພຍາກອນ ທັມຊາດ ທ່ານນຶ່ງ ຜູ້ທີ່ບໍ່ປສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ບາງເທື່ອກະມີການສົມຮູ້ຮ່ວມຄິດນຳກັນ ຈຶ່ງເຮັດໃຫ້ສະພາບທີ່ດິນແກ້ບໍ່ຢາກຕົກ ທີ່ຜ່ານມາມັນກະມີຄືກັນ ບໍ່ແມ່ນວ່າມັນບໍ່ມີ ອັນໜ້າຕາມທີ່ສັງເກດກວດເຫັນ."

ນອກຈາກນີ້ ພະນັກງານຂແນງຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ຈຳນວນນຶ່ງ ກໍເປັນນາຍໜ້າໃຫ້ນັກທຸຣະກິດ ໃນການ ຈັບຈອງທີ່ດິນ ໂດຍສະເພາະ ການອຳນວຍຄວາມ ສະດວກໃນການສ້າງເອກສານ ແລະ ນິຕິກັມຕ່າງໆ. ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

"ມັນກະເວົ້າຍາກ ແຕ່ວ່າໃນເມື່ອສັງເກດວ່າ ໂດຍລວມໆ ທຸກມື້ນີ້ເນາະ ຫຼືວ່າ ຜ່ານມາກະຄືກັນ ຜ່ານມາກະມີ ບາງເທື່ອພະນັກງານ ເຮົາເປັນນາຍໜ້າໃຫ້ແກ່ເຂົາເຈົ້າ."

ເຈົ້າໜ້າທີ່ຂແນງຊັພຍາກອນທໍັມຊາດ ແລະ ສິ່ງແວດລ້ອມ ຈຳນວນນຶ່ງໄດ້ເຂົ້າພົວພັນ ກັບການຈັບຈອງທີ່ດິນ ໂດຍການສົມຮູ້ຮ່ວມຄິດ ກັບນັກທຸຣະກິດ ແລະ ເປັນສິ່ງທ້າທາຍສຳລັບ ກະຊວງຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ໃນການແກ້ໄຂ ບັນຫານີ້.

ຫຼ້າສຸດ ຣັຖມົນຕຼີ ກະຊວງຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ກຳນົດ ຫ້າມບໍ່ໃຫ້ພະນັກງານໃນຂແນງການ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ເຂົ້າໄປພົວພັນ ກັບການຈັບຈອງທີ່ດິນ ແບບບໍ່ຖືກຕ້ອງ.

ຢູ່ໃນຂໍ້ທີ 3 ຂອງມາຕຣາ 3 ໄດ້ຣະບຸວ່າ ຫ້າມ: ສ້າງເອກະສານ ຫຼື ສົມຮູ້ຮ່ວມຄິດສ້າງເອກສານ ຣາຍຮັບ-ຣາຍຈ່າຍ, ເອກສານ ການເງິນ, ຈັດຊື້-ຈັດຈ້າງ, ກໍ່ສ້າງ, ສ້ອມແປງ, ການຄຸ້ມຄອງ, ນຳໃຊ້ງົບປະມານ ແຫ່ງຣັຖ, ການຄຸ້ມຄອງນຳໃຊ້ຊັບສິນຂອງຣັຖ ທີ່ບໍ່ຖືກຕ້ອງ ຫຼື ບໍ່ມີມູນຄວາມຈິງ, ຣະເມີດກົດໝາຍ ແລະ ຣະບຽບການເງິນ ລວມທັງການປິດບັງ ການກະທຳຜິດຂອງບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ.

ຂໍ້ທີ 4 ຂອງມາຕຣາ 3 ໄດ້ຣະບຸວ່າ ຫ້າມ: ສວຍໃຊ້ສິດອໍານາດ, ໜ້າທີ່, ຖານະຕໍາແໜ່ງ ຫຼື ແອບອ້າງບຸກຄົນອື່ນເພື່ອຫາຜົລປໂຍດ ໃຫ້ຕົນເອງ, ຍາດພີ່ນ້ອງ, ໝູ່ຄູ່, ພັກພວກດ້ວຍການ ຍັກຍອກ, ສໍ້ໂກງ, ໃຫ້, ຂໍເອົາ, ຮັບຫຼືທວງເອົາສິນບົນ ຈາກເຈົ້າຂອງໂຄງການ ລົງທຶນ, ຜູ້ດໍາເນີນກິຈການຕ່າງໆ ຫຼື ບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ, ຈາກເຈົ້າຂອງສິດນຳໃຊ້ ທີ່ດິນ ແລະ ປຸກຣະດົມການ ອຸປຖັມ ໃນຮູບແບບຕ່າງໆ ເພື່ອເປັນຂອງຂວັນຂອງຕ້ອນ.

ຂໍ້ 10 ຂອງມາຕຣາ 3 ໄດ້ຫ້າມ: ອະນຸຍາດໃຫ້ເຄື່ອນໄຫວ ຫຼື ປ່ຽນແປງສິດນຳໃຊ້ທີ່ດິນ ບໍ່ວ່າໃນກໍຣະນີໃດ ກໍຕາມຍັງມີຂໍ້ຂັດແຍ່ງ. ອອກໃບຕາດິນຊ້ຳຊ້ອນ, ອອກໜັງສືຢັ້ງຢືນກ່ຽວກັບ ການນໍາໃຊ້ທີ່ດິນໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງໂດຍບໍ່ຖືກຕ້ອງ ຕາມກົດໝາຍ ເປັນຕົ້ນທີ່ດິນບໍຣິເວນນ້ຳ, ທີ່ດິນວັທນະທັມ, ທີ່ດິນປ່າປ້ອງກັນ, ທີ່ດິນປ່າສງວນ, ທີ່ດິນປ່າຜລິດ, ທີ່ດິນເຂດຫວງຫ້າມ ຂອງຣັຖ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ມີການຈັບຈອງທີ່ດິນຫຼາຍບ່ອນ ເພື່ອເອົາເປັນຊັບສິນຂອງຕົນເອງ:

1. ອະດີດຜູ້ນຳລາວທ່ານນຶ່ງ ໄດ້ຈັບຈອງເອົາທີ່ດິນເຂດພິພິຕພັນຫໍພຣະແກ້ວ ໃຫ້ບໍຣິສັດ ພອນສັກສ້າງໂຮງແຮມຫຼູ ແຕ່ຈົນມາເຖິງ ປັດຈຸບັນຍັງບໍ່ມີການດຳເນີນການໃດໆ ຍ້ອນວ່າ ບໍຣິສັດພອນສັກຍັງບໍ່ສາມາດຕົກລົງ ກັບຄະນະຣັຖບານຊຸດໃໝ່ກ່ຽວກັບຣາຍຣະອຽດ ຂອງການຮ່ວມມື.

2. ອະດີດຜູ້ນຳລາວ ອີກທ່ານນຶ່ງ ໄດ້ມີການຈັບຈອງທີ່ດິນຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ ໃນເນື້ອທີ່ ຢ່າງໜ້ອຍ 2,000 – 3,000 ເຮັກຕາ ອີງຕາມຂໍ້ມູນຈາກຊາວບ້ານ.

3. ອະດີດຣັຖມົນຕຼີກະຊວງປ້ອງກັນປະເທດ 2 ທ່ານ ໄດ້ຈັບຈອງທີ່ດິນຄ້າຍທະຫານ ຢູ່ບ້ານສາຍນ້ຳເງິນ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ເພື່ອປຸກເປັນເຮືອນພັກ ຂອງ ຕົນເອງ, ແລະ ຈັບຈອງເອົາທີ່ດິນຄ້າຍທະຫານ ລູກສອນໄຟ ຢູ່ບ້ານຄຳຮຸ່ງ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ.

4. ລູກໄພ້ຂອງ ອະດີດນາຍົກຣັຖມົນຕຼີ ທ່ານນຶ່ງ ໄດ້ໄປຈັບຈອງເອົາດິນເຮືອນ ຂອງປະຊາຊົນ ຢູ່ສະພານທອງເໜືອ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ. ທ່ານ ຈະເລີນ ເຢຍປາວເຮີ ໃນສະໄໝທີ່ທ່ານ ຍັງເປັນຣັຖມົນຕຼີກະຊວງຊວງຍຸຕິທັມ ໄດ້ ພຍາຍາມ ແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ດ້ວຍການຂຽນຈົດໝາຍ ຫາ ອະດີດນາຍົກຣັຖມົນຕຼີຄົນດັ່ງກ່າວ ແຕ່ກໍບໍ່ເປັນຜົລ.

5. ອະດີດຮອງເຈົ້າແຂວງເຊກອງ ເອົາເຊັນຂາຍດິນປະມານ 1,000 ເຮັກຕາ ຢູ່ເມືອງທ່າແຕງ ແຂວງເຊກອງ ໃຫ້ບໍຣິສັດ ວຽດນາມ ມາສຳປທານປູກຢາງພາຣາ.

6. ອະດີດເຈົ້າຄອງນະຄອນຫລວງວຽງຈັນ ຮ່ວມມືກັບ ບໍຣິສັດນ້ຳທາ ກໍ່ສ້າງ ໄດ້ອອກໜັງສືຈັບຈອງເອົາທີ່ດິນ ຢູ່ບ້ານນ້ອຍຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເພື່ອເຮັດໂຄງການ ພັທນາ ແຕ່ ມີຂໍ້ຂັດແຍ່ງກັບຊາວບ້ານ ຈົນເຮັດໃຫ້ຊາວບ້ານ 2 ຄົນ ຜູ້ທີ່ເປັນເຈົ້າຂອງທີ່ດິນ ຖືກຈັບຂັງຄຸກ ຍ້ອນວ່າ ເຂົາເຈົ້າໄດ້ຮັບຄ່າຊົດເຊີຍໜ້ອຍ ແລະ ບໍ່ເປັນທັມ ສະນັ້ນ ເຂົາເຈົ້າຕ້ອງບໍ່ຍອມ ມອບດິນໃຫ້ໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.