ເຂດເສຖກິດພິເສດ ມ.ໂຂງ ຕ້ອງຍ້າຍ 6 ບ້ານ

ຈໍາປາທອງ
2018.06.21
F-waterfalls ມະຫານະທີ ສີທັນດອນ ເມືອງໂຂງ ແຂວງຈໍາປາສັກ
RFA

ປະຊາຊົນ 147 ຄອບຄົວ ໃນ 6 ບ້ານ ຢູ່ເມືອງໂຂງ ແຂວງຈຳປາສັກ ທີ່ຈະໄດ້ຮັບຜົນກະທົບເບື້ອງຕົ້ນ ຈາກໂຄງການເຂດ ເສຖກິດພິເສດ ມະຫານະທີ ສີທັນດອນ ຣະຍະກໍ່ສ້າງ ທີ 1 ບໍ່ຢາກຍ້າຍອອກຈາກບ້ານເດີມ ຂອງພວກເຂົາເຈົ້າ. ດັ່ງ ປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 19 ມິຖຸນາ ນີ້ວ່າ:

"ຢ້ານວ່າ ມັນຖືກຂອງເຂົາເຄີຍເຮັດປ້ຳນ້ຳມັນອີ່ຫຍັງ ຮ້ານຄ້າອີ່ຫຍັງ ບ່ອນເຮັດກິນເຮັດຢາກ ສົມມຸດວ່າ ຊິມາໃຫ້ເງິນໜ້ອຍເຂົາກໍບໍ່ພໍໃຈ ເຮົາກະບໍ່ຢາກໜີໄດ໋ເນາະ ບ່ອນເຮັດກິນເຮັດຢາກເນາະ ບ່ອນຖືກເຮືອນ ຖືກດິນກະມີ ປະຊາຊົນ ກະບໍ່ພໍໃຈເນາະ ຖືກໄຮ່ນາຕາກ້າ ສົມມຸດວ່າຖືກ ຊິໃຫ້ຫລາຍປານໃດ ສົມມຸດວ່າ ເຮົາກະບໍ່ຈັກເນາະ ບາດນີ້ ຄືເຮືອນ ຂ້າພະເຈົ້າ ສົມມຸດວ່າ ຢາກໄດ້ 5 ຕື້ ເຂົາຊິໃຫ້ບໍ່ ມັນເປັນຈັ່ງຊັ້ນໄດ໋ ຂອງເຮົາບໍ່ຢາກໜີ."

ໃນການປະເມີນເບື້ອງຕົ້ນ ມີ 6 ບ້ານ ຈະໄດ້ຮັບຜົນກະທົບ ຄືບ້ານຫີນສິ່ວ ບ້ານແສນໃຕ້ ບ້ານແສນເໜືອ ບ້ານເວີນຂາວ ບ້ານຂະເໝົາ ໂພນຈຳປາ ແລະ ບ້ານທາງຄອນ.

ນອກຈາກນີ້ ທ່ານຍັງເປັນຫ່ວງວ່າ ຊີວິດການເປັນຢູ່ຂອງປະຊາຊົນ ຈະບໍ່ຄືເກົ່າ ຈາກທີ່ເຄີຍເຮັດນາ-ຫາປາ ແລະຢ້ານວ່າຈະເປັນຄືກັນກັບ ປະຊາຊົນຢູ່ພາກເໜືອ ທີ່ໄດ້ຮັບຄ່າຊົດເຊີຍບໍ່ເໝາະສົມ:

"ເພິ່ນກະວ່າ ຊິເອົາປະຊາຊົນຜູ້ຖືກເຄາະ ເອົາໄປເບິ່ງໄປແຍງເພິ່ນວ່າຫັ້ນນ່າ ເຂົາມີເຮືອນມີຊານໃຫ້ຢູ່ ເຂົາຊິພໍໃຈຢູ່ບໍ່ຫັ້ນນ່າ ເຮົາເຄີຍດຳນາ ເຮົາເຄີຍຫາປາ ຊິໄປຢູ່ພູຜາປ່າໄມ້ ມັນຊິເປັນບໍ່ ແຕ່ວ່າ ເຂົາຫາເປັນຈຸ ເປັນຈຸ ມາສຳພາດນ່າ ບ້ານໄດ໋ພໍໃຈ ເວົ້າຈັ່ງຊັ້ນຈັ່ງຊີ້ວ່າ ຄັນວ່າ ເຮັດໃຫ້ມັນຖືກ ກະໃຫ້ພໍຢູ່ພໍກິນ ຄັນວ່າເຮັດຄືຢູ່ໃນຂ່າວ ທາງເໜືອທາງຫຍັງ ມັນກະບໍ່ພໍໃຈແຫລະເວີ່ຍ."

ເຖິງຢ່າງໃດກໍຕາມ, ໃນເຟສບຸກ ຂອງເຂດເສຖກິດພິເສດ ມະຫານະທີສີທັນດອນ ກໍໄດ້ໂຄສະນາວ່າ ທາງໂຄງການ ຈະພຍາຍາມຫລີກລ້ຽງ ການໄປກວມເອົາທີ່ດິນ ຂອງປະຊາຊົນ ແລະຈະຊົດເຊີຍປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃຫ້ຖືກຕ້ອງເໝາະສົມ. ດັ່ງທີ່ເວົ້າວ່າ:

"ໃນເວລາດຽວກັນ ກໍພຍາຍາມຫລີກລ້ຽງທີ່ສຸດ ເພື່ອບໍ່ໃຫ້ໄປກວມ ຫລືຍາດແຍ່ງທີ່ດິນຂອງປະຊາຊົນ ຂອງຊາວກະສິກອນ ດຳເນີນການ ຈັດການໃຫ້ຖືກຕ້ອງ ແລະເໝາະສົມ ກ່ຽວກັບການຊົດເຊີຍ ແລະ ຍົກຍ້າຍສຳລັບ ຊາວກະສິກອນທີ່ໄດ້ຮັບ ຜົນກະທົບ."

ໂຄງການດັ່ງກ່າວ ມີມູນຄ່າປະມານ 9 ຕື້ໂດລາ ສະຫະຣັຖ ໂດຍທີ່ຣັຖບານລາວ ຖືຮຸ້ນ 20 ເປີເຊັນ ແລະເອກກະຊົນຖືຮຸ້ນ 80 ເປີເຊັນ, ອາຍຸສຳປະທານ 99 ປີ, ການກໍ່ສ້າງໂຄງການ ຣະຍະທີ 1 ຈະເລີ້ມ ໃນປີ 2021 ແລະ ຈະສໍາເຣັດໃນປີ 2050.

ບໍຣິສັດທີ່ໄດ້ຮັບສຳປະທານແມ່ນ ບໍຣິສັດມະຫານະທີສີທັນດອນ ຈາກຮົງກົງ ປະເທດຈີນ (Lao Maha Nathi Sithandone Investment Co,. Limited ຈາກຮົງກົງ ສປ ຈີນ) ທີ່ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ກັບທາງການລາວ ໃນມື້ວັນທີ 20 ມິຖຸນາ 2017.

ໃນເບື້ອງຕົ້ນ ຈະມີການກໍ່ສ້າງໂຮງແຮມ ແລະຄາຊິໂນຫລາຍແຫ່ງ, ເສັ້ນທາງເລກ 2 ແລະເລກ 3, ສະຖານທີ່ຖ່າຍລະຄອນ ແລະຊີເນມາ ໃນເຂດນ້ຳຕົກຕາດ ທີ່ມີເນື້ອທີ່ເກືອບເຖິງ 200 ເຮັກຕາ. ຕາມຂໍ້ມູນຈາກຊາວບ້ານ.

ນອກຈາກນີ້ ເຂດເສຖກິດພິເສດ ມະຫານະທີ ສີທັນດອນ ຍັງກວມເອົາທີ່ດິນອີກຫລາຍບ່ອນ ແລະກວມເອົາໂຄງການອື່ນໆ ນຳອີກ, ແຕ່ ທາງການຍັງບໍ່ເປີດເຜີຍ ຣາຍລະອຽດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.