ເຂື່ອນນ້ຳອູ 3 ກະທົບ ທ່ອງທ່ຽວ

ອຸ່ນແກ້ວ ສຸກສະຫວັນ
2018.08.13
F-Nam_ou1 ການກໍ່ສ້າງ ເຂື່ອນນໍ້າອູ1 ເມືອງປາກອູ ແຂວງຫຼວງພຣະບາງ
RFA/LB

ນັກທ່ອງທ່ຽວທີ່ມາທ່ຽວເມືອງງອຍແຂວງຫຼວງພຣະບາງ ມີຈຳນວນຫຼຸດລົງເຮັດໃຫ້ທຸຣະກິດ ເຮືອໂດຍສານ-ນຳທ່ຽວ, ທຸຣະກິດ ຮ້ານອາຫານ ແລະບ້ານພັກມີຜົນກະທົບ.

ນັບແຕ່ເລີ້ມມີການກໍ່ສ້າງເຂື່ອນນ້ຳອູ ເຮືອນຳທ່ຽວກໍບໍ່ສາມາດແລ່ນ ໃຫ້ບໍຣິການລູກຄ້າໄດ້, ດັ່ງຜູ້ປະກອບການຂັບເຮືອໂດຍສານແລະເຮືອ ນຳທ່ຽວ ຢູ່ເມືອງງອຍໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

“ຖອຍຫລາຍ ຄັນບໍ່ມີເຂື່ອນ ທາງນີ້ທາງເມືອງຂົວ ແຕ່ນີ້ ຮອດຫຼວງພະບາງ ໂອ້ຍຫຼາຍເຂົາທຽວຖາມແຕ່ເຮືອ, ອັນນີ້ ມາຕັນເຂື່ອນໃສ່ ກະຕັດໄປເຄິ່ງນຶ່ງພຸ້ນລະ ແຂກບາໂລ ແຂກທົວ.”

ຜູ້ປະກອບການທ່ານນີ້ກ່າວວ່າ ແຕ່ກ່ອນຢູ່ໃນເມືອງງອຍມີເຮືອໂດຍສານທັງໝົດເກືອບ 50 ລຳແລະມີການໃຫ້ບໍຣິການ ນັກທ່ອງທ່ຽວ ເກືອບ ທຸກມື້ ແຕ່ວ່າຫລັງຈາກທີ່ມີການສ້າງເຂື່ອນນ້ຳອູ 2 ແລະ ນ້ຳອູ 3 ຢູ່ຕອນເທິງແມ່ນໍ້າຂອງ ເຮັດໃຫ້ການເດີນເຮືອ ໄປບໍ່ໄດ້ແລະຈຳນວນ ນັກທ່ອງທ່ຽວຫຼຸດລົງເປັນເຄິ່ງ ຍ້ອນວ່າເຂົາເຈົ້າເລືອກທີ່ຈະເດີນທາງດ້ວຍທາງລົດ. ດັ່ງ ເຈົ້າຂອງເຮືອ ອີກທ່ານນຶ່ງໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ:

"ດຽວນີ້ ນັກທ່ອງທ່ຽວຕ່າງປະເທດ ບໍ່ມັກຂີ່ເຮືອແລ້ວເພາະວ່າຕ້ອງໄດ້ຢຸດຫຼາຍບ່ອນ ແຕ່ກ່ອນຫັ້ນເຂົາເຈົ້າ ສາມາດຂີ່ເຮືອ ຈາກ ຫຼວງພຣະບາງ ໄປຫາໜອງຂຽວ ຫຼືເມືອງງອຍເກົ່າໄດ້ ແບບບໍ່ຕ້ອງຕໍ່ເຮືອ ແຕ່ພາຍຫຼັງທີ່ມີ ການສ້າງເຂື່ອນ ຮອດສາມບ່ອນ ນັກທ່ອງທ່ຽວແມ່ນບໍ່ຢາກຂີ່ເຮືອ ແຕ່ຫັນໄປນັ່ງລົດແທນ ແຕ່ດຽວນີ້ ນັກທ່ອງທ່ຽວກາຫຼຸດລົງ ເພາະສິ່ງທີ່ເຂົາເຈົ້າ ມັກແມ່ນການ ຂີ່ເຮືອຊົມທິວທັດ ທຳມະຊາດ."

ຜູ້ປະກອບການເຮືອຂົນສົ່ງ ແລະເຮືອນຳທ່ຽວກ່າວວ່າ ແຕ່ກ່ອນທີ່ບໍ່ທັນມີການສ້າງເຂື່ອນ ຣາຍຮັບຂອງເຂົາເຈົ້າ ປະມານ 500,000 ກີບຕໍ່ມື້, ແຕ່ປັດຈະບັນໄດ້ພຽງແຕ່ມື້ລະ 100,000 ກີບ ຫາ 200,000 ກີບ ເທົ່ານັ້ນ ອັນນັ້ນແມ່ນການຢືນຢັນ ຂອງຜູ້ຂັບເຮືອໂດຍສານ.

ສະເພາະການເດີນທາງແຕ່ແຂວງຫລວງພະບາງ ໄປຫາແຫລ່ງທ່ອງທ່ຽວເມືອງງອຍ ນັກທ່ອງທ່ຽວຈະບໍ່ນິຍົມຂີເຮືອອີກຕໍ່ໄປ ເພາະມັນໃຊ້ ເວລາດົນ ສະນັ້ນ ເຂົາເຈົ້າຈຶ່ງເລືອກ ທີ່ຈະຂີ່ລົດແທນ, ດັ່ງຜູ້ປະກອບການ ບໍຣິສັດທ່ອງທ່ຽວ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ:

“ເອີລະຊິໃຫ້ມັນຄືເກົ່າ ມັນກະບໍ່ຄືເກົ່າແຫຼະ ຄືແຕ່ກ່ອນບໍ່ມີເຂື່ອນນ້ຳອູ 1 ທີ່ຕັ້ງຢູ່ລະຫວ່າງ ທາງທິດເໜືອຂອງແຂວງຫຼວງພຣະບາງ ປະມານ 40 ກິໂມແມັດ ໂດຍສະເພາະຕອນບໍ່ມີເຂື່ອນນັ້ນ ການທ່ອງທ່ຽວໄປທາງນ້ຳທາງເຮືອ ໂດຍສະເພາະຈາກ ຫຼວງພະບາງໄປໜອງຂຽວຫັ້ນ  ແມ່ນຂີ່ເຮືອໄປ ມັນມີສອງແບບ ຂາກັບເຂົາກັບທາງລົດມາ.”

ແລະ ທຸຣະກິດຮ້ານອາຫານ ກໍຍັງໄດ້ຮັບຜົນກະທົບຈາກ ການສ້າງເຂື່ອນ ຍ້ອນວ່ານັກທ່ອງທ່ຽວ ເຂົ້າມາໃຊ້ບໍຣິການບໍ່ຫລາຍ, ດັ່ງຜູ້ ປະກອບການ ບ້ານພັກ ຢູ່ເມືອງງອຍເກົ່າ ແຂວງຫລາຍພະບາງ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

“ແຕ່ກີ້ບໍ່ມີຮອດຫ້ອງຊິພັກ ຄືລູກ [ແຂກ] ມາມາຖາມຈັ່ງຊີ້ນ່າ ຊິຢູ່ບໍ່ດຽວນີ້ ລາຄາທໍ່ນັ້ນ ທໍ່ນີ້ ຈັ່ງຊິ ລູກວ່າເອີ ຂໍເບິ່ງກ່ອນຈັ່ງຊິ ອອກມາລະ ຄົນເຂົ້າລະ ບໍ່ຢູ່ລະ.”   

ນອກຈາກນີ້, ບັນດາຜູ້ປະກອບການຮ້ານອາຫານຢູ່ເຂດເມືອງງອຍ ກໍໄດ້ຮັບຜົນກະທົບ ເປັນຕ່ອງໂສ້ກັນໄປ ຖ້າວ່ານັກທ່ອງທ່ຽວບໍ່ມາ. ເຈົ້າຂອງຮ້ານອາຫານ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ:

"ນັກທ່ອງທ່ຽວຫຼາຍຄົນທີ່ຖາມວ່າເປັນຫຍັງ ສະພາບການຄືປ່ຽນຫຼາຍແທ້ ມັນບໍ່ໜ້າສົນໃຈຄືແຕ່ກ່ອນ ບໍ່ວ່າເຈົ້າຂອງເຮືອ, ເຈົ້າຂອງບ້ານພັກ ແລະ ຮ້ານອາຫານ ແມ່ນຄືກັນໝົດ ເພາະວ່າ ມັນຕໍ່ເນື່ອງກັນເດ ຄັນບໍ່ມີແຂກກາບໍ່ມີຜູ້ເຂົ້າພັກ ແລະຮ້ານອາຫານ ກໍບໍ່ມີຄົນເຂົ້າມາ."

ກ່ຽວກັບບັນຫາຜົນກະທົບຈາກການສ້າງເຂື່ອນ ຕໍ່ກັບການທ່ອງທ່ອງ, ເຈົ້າໜ້າທີ່ທາງການ ບໍ່ໄດ້ເວົ້າເຖິງເລື້ອງນີ້ ແຕ່ສ່ວນຫລາຍຈະເນັ້ນໃສ່ ການສ້າງເຂື່ອນ ແມ່ນການປະກອບສ່ວນ ຕໍ່ການພັທນາເສຖກິດສັງຄົມ.

ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຼີກະຊວງພລັງງານ ແລະບໍ່ແຮ່ ໄດ້ກ່າວໃນວັນທີ 7 ພຶສຈິກາ 2017 ທີ່ເປັນວັນເຮັດພິທີ ເປີດອວ່າຍນ້ຳ ຂອງໂຄງການນ້ຳອູ 1 ໄດ້ກ່າວຕໍ່ນັກຂ່າວວ່າ:

“ສຳລັບໄລຍະສອງນີ້ ມີຢູ່ 4 ເຂື່ອນ ນ້ຳອູ1, ນ້ຳອູ3, ນ້ຳອູ4 ແລະ ນ້ຳອູ7 ຊຶ່ງມີກຳລັງຕິດຕັ້ງຢູ່ 732 ເມັກກະວັດ ສະນັ້ນ ໂຕນີ້ມັນ ເປັນຄວາມໝາຍ ຄວາມສຳຄັນທີ່ສຸດ ໃນການສ້າງສາພັທນາ ປະເທດຊາດ ຊຶ່ງບັນດາໂຄງການເຫລົ່ານີ້ ມັນລ້ວນແລ້ວແຕ່ ຈັດເຂົ້າຢູ່ໃນ ແຜນພັທນາ ເສຖກິດ-ສັງຄົມ ໂຄງການໄລຍະສອງນີ້ ຈະສຳເຣັດໃນປີ 2020-2021 ແຕ່ວ່າບາງເຂື່ອນຈະໄດ້ພັທນາສຳເຣັດກ່ອນ ໃນປີ 2019 ຈະໄດ້ຜລິດພລັງງານໄຟຟ້າ.”

ບັນດາ ທ່ານ ສິ່ງທີ່ໜ້າຕິດຕາມ ກໍຄື ທຸຣະກິດເຮືອໂດຍສານ ເຮືອນຳທ່ຽວ ລວມທັງຮ້ານອາຫານ ແລະໂຮງແຮມ ຢູ່ເມືອງງອຍ ຈະໄດ້ປິດ ຕົວລົງຫລືບໍ່ ເນື່ອງຈາກຜົນກະທົບ ຂອງການສ້າງເຂື່ອນ ແລະ ເມື່ອເປັນແນວນັ້ນ ເຮົາຈະເອີ້ນວ່າ ໂຄງການເຂື່ອນ ໄຟຟ້າຈະພັທນາ ເສຖກິດ-ສັງຄົມ ໄດ້ແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.