ນໍ້າມັນຂຶ້ນລາຄາກະທົບ ຜູ້ຂັບຣົດ ຮັບຈ້າງ

ໄຊຍາ
2018.02.09
f-fuel ຣົດຂົນສົ່ງນໍ້າມັນ ເຂົ້າ-ອອກ ສປປລາວ ທາງການໄດ້ອອກຄໍາສັ່ງ ໃຫ້ຜ່ານດ່ານສາກົນ ເທົ່ານັ້ນ
RFA/PN

ເມື່ອກາງເດືອນ ມົກຣາ 2018 ຜ່ານມາ ໄດ້ມີແຈ້ງການປັບຂຶ້ນລາຄານໍ້າມັນສະເລັ່ຽ 1 ພັນກວ່າກີບຕໍ່ 1 ລິດ ໃນແຕ່ລະປະເພດ ນໍ້າມັນ ຊຶ່ງສົ່ງຜົນກະທົບ ຕໍ່ຜູ້ທີ່ປະກອບອາຊີບ ຂັບຣົດຮັບຈ້າງ ທົ່ວໄປເນື່ອງຈາກລາຍໄດ້ ຈາກການຂັບຣົດ ຍັງເທົ່າເດີມ ແຕ່ຄ່າໃຊ້ຈ່າຍໃນການ ຕື່ມນໍ້າມັນ ຕ້ອງເພີ້ມຫລາຍຂຶ້ນ.

ໂດຍປະຊາຊົນທ່ານນຶ່ງ ໄດ້ເລົ່າວ່າຣາຍໄດ້ ສະເລັ່ຽຂອງຕົນເອງ ແມ່ນຢູ່ປະມານ 3 ລ້ານກີບຕໍ່ເດືອນ ຕ້ອງເສັຽຄ່າຕື່ມນໍ້າມັນ ໄປແລ້ວກວ່າ 2 ແສນກີບ ຊຶ່ງໝາຍຄວາມວ່າ ຈະເຫລືອເງິນໃນແຕ່ລະເດີືອນພຽງ 1 ລ້ານກີບ ທີ່ຈະມາໃຊ້ຈ່າຍ ໃນຊີວິດປະຈຳວັນ ເທົ່ານັ້ນ. ດັ່ງທ່ານກ່າວ ໃນມື້ວັນທີ 9 ກຸມພາ ນີ້ວ່າ:

"ເດືອນນຶ່ງກໍ່ປະມານ 3 ລ້ານກີບ ຣາຍຈ່າຍມັນໂອ້ຍ ບໍ່ເວົ້າດອກໂຕນັ້ນ ຄ່ານໍ້າ ຄ່າໄຟ ຄ່າທຸກຢ່າງ ຄັນມາໄລ່ໃສ່ ເບິ່ງໄກ່ໂຕນຶ່ງ ແຕ່ກ່ອນ ປະມານ 40 ຫາ 50 ພັນເນາະ ດຽວນີ້ມັນຂຶ້ນຮອດ 70 ຫາ 80 ພັນ ຂຶ້ນທຸກຢ່າງວ່າຊັ້ນສະ ເຣື້ອງເສຖກິດນີ້."

ໃນຂນະທີ່ ເຈົ້າໜ້າທີ່ກົມການຄ້າພາຍໃນ ອະທິບາຍວ່າ ການປັບຂຶ້ນລາຄານໍ້າມັນ ນັ້ນຂຶ້ນຢູ່ກັບຕລາດໂລກ ໃນປັດຈຸບັນ ໄດ້ມີການປ່ຽນແປງ ແລະເພື່ອໃຫ້ສອດຄ່ອງ ກັບກົນໄກ ຕລາດເທົ່ານັ້ນ ສ່ວນເຣື້ອງທີ່ວ່າຈະສົ່ງ ຜົນກະທົບຕໍ່ຄ່າເຄື່ອງ ຂອງກິນ ຂອງໃຊ້ ຫລືບໍ່ນັ້ນ ຕົນເຫັນວ່າ ຍັງບໍ່ມີຜູ້ປະກອບ ການຄ້າຂາຍ ລັກຂື້ນລາຄາ ທີ່ບໍ່ສົມເຫດສົມຜົນ ຂໍໃຫ້ປະຊາຊົນຢ່າຟ້າວ ຕື່ນຕົກໃຈ ດັ່ງທ່ານກ່າວ:

"ມັນກໍ່ເປັນປົກກະຕິ ຄືເກົ່າເນາະ ຖືວ່າລາຄາປັບເລັກນ້ອຍເທົ່ານັ້ນແຫລະ ແຕ່ມັນກໍ່ປັບຂຶ້ນໆ ລົງໆ ຕາມນັ້ນແຫລະຖືວ່າ ໂດຍລວມກໍ່ ປົກກະຕິຢູ່ ກະມີແຕ່ວ່າປະຊາຊົນທົ່ວໄປ ເວົ້າເລື່ອງຈັບຈ່າຍຊື້ຂາຍ ນໍາໃຊ້ນໍ້າມັນນີ້ ໃຫ້ມີການປະຢັດ ມັທຍັດບໍ່ຟຸມເຟືອຍ ສິນຄ້າປະເພດ ດັ່ງກ່າວ ເພາະລາວເຮົາ ຜລິດບໍ່ໄດ້ ແຕ່ມີການນໍາເຂົ້າເທົ່ານັ້ນ ແຕ່ວ່າໃຊ້ຢ່າງ ມີເຫດມີຜົນ ລະກາຢ່າຕື່ນ ຜູ້ໃດກໍ່ດີ ຊາວຄ້າຂາຍກໍ່ດີ ກໍ່ຕ້ອງໄດ້ວ່າກັນຕາມເຫດຕາມຜົນ."

ຢ່າງໃດກໍ່ຕາມ ການປັບລາຄານໍໍ້າມັນໃນໄລຍະປິ 2017 ທີ່ຜ່ານມາໄດ້ມີການປັບຂຶ້ນລາຄາຢ່າງຕໍ່ເນື່ອງ ຊຶ່ງໃນເດືອນກັນຍາ 2017 ລາຄາ ນໍ້າມັນ ແອັດຊັງພິເສດ ລາຄາລິດລະ 8,920 ກີບ ແອັດຊັງທໍາມະດາ ລາຄາລິດລະ 7,920 ກີບ ກາຊວນ 6,980 ກີບ ແລະ ການປັບ ລາຄາຂຶ້ນ ຄັ້ງຫລ້າສຸດ ເມື່ອວັນທີ 15 ມົກຣາ ຜ່ານມາ ລາຄາແອັດຊັງພິເສດ ລິດລະ 9,820 ກີບ  ແອັດຊັງທຳມະດາ 8,820 ກີບ  ກາຊວນ 7,760 ກີບ ທັງນີ້ລາຄາ ດັ່ງກ່າວ ອີງໃສ່ສະເພາະລາຄານໍ້າມັນ ໃນເຂດ ນະຄອນຫຼວງວຽງຈັນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.