ນໍ້າມັນຂຶ້ນ ນໍ້າກະຖ້ວມ ປະຊາຊົນ ອົດກັ້ນ

ອຸ່ນແກ້ວ ສຸກສະຫວັນ
2018.09.06
f-gasoline ປໍ້າຂາຍນໍ້າມັນ ຢູ່ ສປປ ລາວ
RFA/PN

ຣັຖບານປະກາດຂຶ້ນ ລາຄານ້ຳມັນ ເຖິງວ່າຈະເປັນຊ້ວງ ທີ່ປະຊາຊົນລາວທົ່ວປະເທດ ກຳລັງປະສົບກັບພັຍນ້ຳຖ້ວມ ຢ່າງໜັກໜ່ວງ, ທີ່ ກໍາລັງສົ່ງຜົນກະທົບ ຕໍ່ຈິດໃຈຂອງປະຊາຊົນ ຢູ່ແລ້ວກໍຕາມ.

ປັດຈະບັນ ປະຊາຊົນລາວ ທົ່ວປະເທດ ບໍ່ພຽງແຕ່ປະສົບກັບພັຍນ້ຳຖ້ວມເທົ່ານັ້ນ, ແຕ່ຍັງຈະຕ້ອງສົບກັບບັນຫາລາຄານ້ຳມັນແພງນໍາອີກ. ຫລ້າສຸດເມື່ອວັນທີ 5 ກັນຍາ ທີ່ຜ່ານມາ ຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ກໍໄດ້ປະກາດຂຶ້ນ ລາຄານ້ຳມັນ ຊຶ່ງຈະມີຜົນບັງໃຊ້ ໃນວັນທີ 6 ກັນຍາ ນັບແຕ່ເວລາ 16 ໂມງ ເປັນຕົ້ນໄປ. ອີງຕາມແຈ້ງການດັ່ງກ່າວ, ລາຄານ້ຳມັນມີການປັບຂຶ້ນຄື:

1. ນ້ຳມັນແອັດຊັງພິເສດ ປັບຂຶ້ນ 230 ກີບຕໍ່ລິດ ຈາກຄາລາ 10,400 ກີບ ມາເປັນ 10,630 ກີບ.

2. ນ້ຳມັນແອັດຊັງທໍາມະດາ ປັບຂຶ້ນ 190 ກີບ ຕໍ່ລິດ ຈາກລາຄາ 9,270 ກີບ ມາເປັນ 9,460 ກີບ.

3. ນ້ຳມັນກາຊວນປັບຂຶ້ນ 190 ກີບ ຈາກລາຄາ 8,300 ກີບ ມາເປັນ 8,490 ກີບ.

ໃນການຂຶ້ນລາຄາດັ່ງກ່າວ ນັ້ນຈະສົ່ງຜົນກະທົບ ຕໍ່ປະຊາຊົນຊົນ ຢ່າງຫລີກລ້ຽງບໍ່ໄດ້ ຍ້ອນວ່າ ເຂົາເຈົ້າກຳລັງປະສົບກັບພັຍທຳມະຊາດ. ໃຫ້ທ່ານໄປຟັງ ຄຳເຫັນ ຂອງ ປະຊາຊົນເບິ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.