ການເກັບຣາຍຮັບເຂົ້າຣັຖ ຕ້ອງ ມາກ່ອນ

ມະນີຈັນ
2017.12.28
F-Bounnhang ປະທານປະເທດ ທ່ານ ບຸນຍັງ ວໍຣະຈິດ ກ່າວເນັ້ນເຖິງ ການເກັບຣາຍຮັບ ແລະບັນຫາໜີ້ສິນ ຂອງຣັຖບານ
Public Domain

ປະທານ ປະເທດ ສປປລາວ ທ່ານ ບຸນຍັງ ວໍຣະຈິດ ກ່າວຕໍ່ກອງປະຊຸມ ຊຶ່ງກະຊວງການເງິນ, ກະຊວງແຜນການ ແລະການລົງທຶນເປັນ ເຈົ້າພາບຮ່ວມກັນຈັດຂຶ້ນ ນັ້ນໂດຍເນັ້ນເຖິງເຣື່ອງການເກັບຣາຍຮັບ ແລະບັນຫາໜີ້ສິນ ຂອງຣັຖບານວ່າທັງ 2 ກະຊວງ ມີຄວາມພໍໃຈນໍາ ແຜນການ ທີ່ໄດ້ປະຕິບັດຜ່ານມາ ແຕ່ບັນຫາ ທີ່ຍັງບໍ່ໄດ້ແກ້ໄຂນັ້ນ ກໍຄວນໃຫ້ຄວາມສໍາຄັນ ແກ້ໄຂຕໍ່ໄປ.

ທ່ານກ່າວວ່າ ບັນຫາການເງິນ ເປັນບັນຫາທີ່ໜ້າເປັນຫ່ວງ ຫລາຍທີ່ສຸດ ສໍາລັບການພັທນາ ເສຖກິດ-ສັງຄົມ ໃນປີ 2018 ຍ້ອນການເກັບ ຣາຍຮັບບໍ່ໄດ້ຕາມເປົ້າໝາຍ ໃນປີນີ້ ຊຶ່ງບໍ່ພຽງແຕ່ ເປັນບັນຫາທ້າທາຍ ສໍາລັບ ການພັທນາເສຖກິດ ໃນປີ 2018 ເທົ່ານັ້ນ, ແຕ່ຫາກຍັງ ເປັນບັນຫາ ສໍາລັບຜູ້ພັທນາ ໂຄງການຕ່າງໆ ທີ່ລົງທຶນໂດຍ ງົບປະມານ ຂອງຣັຖບານ ນັ້ນນໍາດ້ວຍ.

ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ ຄືໃນມື້ເປີດກອງປະຊຸມ ສະພາແຫ່ງຊາດ ວັນທີ 16 ຕຸລາ 2017 ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ສປປລາວ ກໍໄດ້ກ່າວເຖິງ ບັນຫາໜີ້ສິນ ທີ່ວ່ານັ້ນຕອນນຶ່ງວ່າ:

"ການແກ້ໄຂໜີ້ສິນ ຂອງການລົງທຶນຂອງຣັຖ ດ້ວຍການຈັດສັນ ງົບປະມານ ໃນແຜນແຕ່ລະປີ ຍັງບໍ່ຕອບສນອງໄດ້ ຕາມຄວາມຮຽກຮ້ອງ ຕ້ອງການຕົວຈິງ ຍ້ອນມີໜີ້ສິນ ທີ່ສະສົມຫລາຍ."

ແລະໃນກອງປະຊຸມກະຊວງການເງິນ ແລະກະຊວງແຜນການແລະການລົງທຶນ ຄັ້ງນີ້ ທ່ານ ບຸນຍັງ ວໍຣະຈິດ ກໍຍັງໄດ້ແນະນໍາ ໃຫ້ທັງ 2 ກະຊວງດັ່ງກ່າວນັ້ນ ປະຕິບັດແຜນພັທນາ ເສຖກິດ-ສັງຄົມຢ່າງເຂັ້ມງວດ ໂດຍໃຫ້ສອດຄ່ອງກັບແຜນ ທີ່ທາງສະພາ ແຫ່ງຊາດໄດ້ຮັບຜ່ານ. ແລະວ່າທາງຣັຖບານ ກໍຍັງເພິ່ງພາແຫລ່ງຣາຍຮັບ ທີ່ບໍ່ແນ່ນອນ ອັນມີຮວມທັງຈາກ ຊັພຍາກອນທັມມະຊາດ, ເງິນຊ່ວຍເຫລືອຈາກຕ່າງ ປະເທດ ແລະເງິນກູ້ຢືມຕ່າງໆ ຊຶ່ງທ່ານເວົ້າວ່າ ທຸກແຫລ່ງຣາຍຮັບ ແມ່ນຄາດ ກະລ່ວງໜ້າບໍ່ໄດ້.

ໃນປີຕໍ່ໄປນີ້ຣັຖບານສປປລາວ ຈະພຍາຍາມ ເກັບຣາຍຮັບໃຫ້ໄດ້ 25 ພັນ 452 ລ້ານກີບຊຶ່ງໃນນັ້ນ 22 ພັນ 700 ລ້ານກີບ ຈະເປັນແຫຼ່ງ ຣາຍຮັບພາຍໃນປະເທດ ຂະນະທີ່ຣາຍຈ່າຍ ຄາດວ່າຈະມີຢ່າງໜ້ອຍ 32 ພັນ 809 ລ້ານກີບ. ການຂາດດູນ ງົບປະມານ ບໍ່ຄວນໃຫ້ເກີນ 7 ພັນ 357 ລ້ານກີບ ຫລືເທົ່າກັບ 4 ຈຸດ 92 ເປີເຊັນ ຂອງຮວມຍອດມູນຄ່າຜລິຕພັນ ພາຍໃນ ຫລື GDP -ຕາມຂໍ້ມູນກະຊວງການເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.