ແຜນປູກຕົ້ນໄມ້ປົກຫຸ້ມ ປະເທດ 70 ສ່ວນຮ້ອຍ

ຈໍາປາທອງ
2019.06.04
F-tree ຜູ້ນຳພັກ-ຣັດ ຮ່ວມປູກຕົ້ນໄມ້ ໂອກາດວັນປູກຕົ້ນໄມ້ແຫ່ງຊາດ
ຮູບພາບຈາກ : ປະເທດລາວ

ກອງປະຊຸມຣັຖບານ ສປປລາວ ປະຈຳເດືອນພຶສພາ 2019 ໃນມື້ວັນທີ 22 ແລະ 23 ພຶສພາ ທີ່ຫາກໍຜ່ານມານີ້ ໄດ້ຮັບຮອງເອົາ 7 ບົດຣາຍງານ ເພື່ອນຳສເນີຕໍ່ກອງປະຊຸມ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ຊຶ່ງຈະຖືກຈັດຂຶ້ນ ແຕ່ວັນທີ 5 ຫາ 25 ມິຖຸນາ ນີ້. ບົດຣາຍງານທີ່ວ່ານັ້ນ ອັນທີນຶ່ງແມ່ນບົດລາຍງານ ກ່ຽວກັບການຟື້ນຟູ ແລະປູກໄມ້ ເພື່ອບັນລຸຄາດໝາຍ ໃຫ້ເນື້ອທີ່ປ່າ 70% ປົກຫຸ້ມເນື້ອທີ່ ທົ່ວປະເທດ ໃນປີ 2020 ໃນຂນະທີ່ ທ່ານ ສົມເຫວີຍ ທຳມະໂຄດ ຫົວໜ້າຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຫາດຊາຍຟອງ ກ່າວວ່າ:

"ໃນຜ່ານມາ ເນື້ອທີ່ປົກຫຸ້ມປ່າໄມ້ຢູ່ລາວ ແມ່ນຫລຸດໜ້ອຍຖອຍລົງເຫລືອພຽງ 40% ຂອງເນື້ອທີ່ທັງໝົດ ຂອງປະເທດ, ຕາມຣາຍງານຂອງ ໜັງສືພິມ ທາງການລາວ ໃນມື້ວັນທີ 29 ພຶສພາ 2019 ນີ້."

ແຕ່ຕາມຂ່າວຂອງໜັງສືພິມ The Guardian ຂອງອັງກິດຣາຍງານວ່າ ປ່າໄມ້ໃນລາວຫລຸດລົງຫລາຍກວ່ານັ້ນ ຄືເມື່ອປີ 2013 ສປປລາວ ຍັງມີປ່າໄມ້ປົກຫຸ້ມເຫລືອພຽງປະມານ 24% ຂອງເນື້ອທີ່ທັງໝົດຂອງປະເທດ. ໃນນັ້ນຍັງເຫລືອເປັນປ່າຕຶບດົງໜາພຽງ 4% ເທົ່ານັ້ນ.

ເຖິງຢ່າງໃດກໍຕາມ ໃນມື້ວັນທີ 28 ພຶສພາ ທີ່ຫາກໍຜ່ານມານີ້ ກະຊວງກະສິກa, ແລະປ່າໄມ້ ກໍໄດ້ປະກາດວ່າ ໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດປີນີ້ ໄດ້ວາງຄາດໝາຍໄວ້ວ່າ ທົ່ວປະເທດຈະປູກໄມ້ ໄດ້ທັງໝົດ 10 ພັນເຮັກຕາ ແລະຈະຟື້ນຟູປ່າທັມຊາດ ໃຫ້ໄດ້ 5 ແສນ ເຮັກຕາ ໂດຍກຽມເບັ້ຽໄມ້ໄວ້ 22 ລ້ານປາຍເບັ້ຽ.

ແຕ່ເມື່ອເວົ້າເຖິງການປົກປັກຮັກສາຕົ້ນໄມ້ ພາຍຫລັງປູກແລ້ວ ຫົວໜ້າກົມປ່າ ໄມ້ກະຊວງດັ່ງກ່າວ ກໍຍອມຮັບວ່າ ການປູກໄມ້ ໃນຣະຍະ ຜ່ານມາ ຍັງບໍ່ມີປະສິດທິພາບ ເທົ່າທີ່ຄວນ ຍ້ອນງົບປະງານມີຈໍາກັດ ປູກແລ້ວບໍ່ໄດ້ບົວຣະບັດຮັກສາ.

ປ່າໄມ້ໃນລາວຫລຸດລົງຫລາຍ ຍ້ອນທາງການ ສປປລາວ ອະນຸມັດໃຫ້ນັກທຸຣະກິດຕັດໄມ້ອອກໄປ ເປັນຈໍານວນຫລວງຫຼາຍ ແລະ ມີທັງ ການຕັດໄມ້ເຖື່ອນ ຢູ່ໃນທົ່ວປະເທດ ທີ່ທາງການບໍ່ສາມາດສະກັດກັ້ນໄດ້. ພ້ອມກັນນັ້ນ ກໍໃຫ້ພວກນັກທຸຣະກິດ ຕ່າງປະເທດ ສໍາປະທານ ຂຸດຄົ້ນບໍ່ແຮ່, ປູກຢາງພາຣາ, ຕົ້ນວິກ ແລະປູກພືດຊນິດອື່ນໆ ເປັນຕົ້ນແມ່ນອະນຸມັດ ໃຫ້ສ້າງເຂື່ອນໄຟຟ້າ ທັງເຂື່ອນໃຫຍ່ ເຂື່ອນນ້ອຍ 60 ປາຍແຫ່ງ ໃນທົ່ວປະເທດ ທີ່ມີການຕັດໄມ້ທໍາລາຍປ່າ ຢ່າງມະຫາສານ.

ເພື່ອເຮັດໃຫ້ບັນລຸໄດ້ຕາມຄາດໝາຍທີ່ວ່າ ໃນປີ 2020 ຈະຟື້ນຟູ ແລະປູກໄມ້ຕົ້ນໄມ້ໃຫ້ໄດ້ເນື້ອທີ່ປົກຫຸ້ມ 70% ຂອງເນື້ອທີ່ທັງໝົດ ປະເທດ ທີ່ມີ 236,800 ກິໂລແມັດມົນທົນ ຊຶ່ງໃນນັ້ນເປັນເນື້ອທີ່ດິນ 230,800 ກິໂລແມັດມົນທົນນັ້ນ ຜູ້ນຳພັກປະຊາຊົນ ປະຕິວັດລາວ ໃຫ້ຣັຖບານ ຂອງຕົນສຸມໃສ່ ປະຕິບັດຈຸດສຸມຕົ້ນຕໍ ຈຳນວນນຶ່ງ ຊຶ່ງໃນນັ້ນໃຫ້ສືບຕໍ່ສ້າງ ຈິດສຳນຶກຂອງທົ່ວປວງຊົນ ເພື່ອຊຸກຍູ້ຂະບວນການປູກຕົ້ນໄມ້ ແຫ່ງຊາດ ຊຶ່ງເມື່ອປີກາຍ ໄດ້ປູກເບັ້ຽຕົ້ນໄມ້ປະມານ 14 ລ້ານຕົ້ນ ແຕ່ທາງການ ບໍ່ບອກໃຫ້ຮູ້ວ່າ ໄດ້ປູກໃນເນື້ອທີ່ເທົ່າໃດ.

ສໍາລັບປີນີ້ ສະເພາະແຂວງຈໍາປາສັກ ມີແຜນທີ່ຈະປູກຕົ້ນໄມ້ໃຫ້ໄດ້ເກືອບ 1 ພັນເຮັກຕາ. ທ່ານ ກັນຫາ ແກ້ວບົວລະພາ ຮອງຫົວໜ້າຜແນກ ກະສິກັມ ແລະປ່າໄມ້ແຂວງ ກ່າວກ່ອນໜ້າວັນປູກຕົ້ນໄມ້ແຫ່ງຊາດ ວ່າ ທາງຜແນກຂອງພວກທ່ານ ແລະ ຂແນງການອື່ນໆກໍາລັງກະກຽມ ປູກຕົ້ນໄມ້ຢູ່ເມືອງຕ່າງໆ ໃນເນື້ອທີ່ 950 ເຮັກຕາ ໃນນັ້ນຈະປູກຢູ່ນະຄອນປາກເຊ 30 ເຮັກຕາ, ຢູ່ເມືອງບາຈຽງຈະເລີນສຸກ 125 ເຮັກຕາ ເມືອງປາກຊ່ອງ 200 ເຮັກຕາ, ເມືອງປະທຸມພອນ 125 ເຮັກ ຕາ, ເມືອງໂຂງ 100 ເຮັກຕາ ແລະຢູ່ເມືອງອື່ນໆອີກ.

ຢູ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອທີ່ທັງໝົດ 392,000 ເຮັກຕາ ທີ່ກໍາລັງຈັດຕັ້ງປະຕິບັດນະໂຍບາຍ 6 ສ ຢູ່ໃນຂນະນີ້, ໃນວັນປູກຕົ້ນໄມ້ ແຫ່ງຊາດປີນີ້ ກໍມີແຜນທີ່ຈະປູກໃນເນື້ອທີ່ 300 ເຮັກຕາ ເພື່ອໃຫ້ເປັນປ່າປົກຫຸ້ມເນື້ອທີ່ 70% ໃນປີ 2020, ໃຫ້ມີເນື້ອທີ່ ປົກຫຸ້ມສີຂຽວ ຂອງ ປ່າທຳມະຊາດ, ປ່າສະຫງວນ, ປ່າປ້ອງກັນ ແລະປ່າຊົມໃຊ້ຂອງບ້ານສີຂຽວ.

ປັດຈຸບັນ ນະຄອນຫຼວງວຽງຈັນມີເນື້ອທີ່ປ່າໄມ້ປົກຫຸ້ມ 122,500 ປາຍເຮັກຕາ ເທົ່າກັບ 31,25% ຂອງເນື້ອທີ່ທັງໝົດ. ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າຜແນກກະສິກັມ ແລະ ປ່າໄມ້ ນະຄອນຫຼວງ ໃຫ້ສຳພາດກ່ຽວກັບ ການກະກຽມສະເຫຼີມສະຫຼອງ ວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ໃນມື້ວັນທີ 9 ພຶສພາ ທີ່ຜ່ານມາ ຊຶ່ງມີເນື້ອໃນບາງຕອນວ່າ:

"ໄດ້ມີແຜນ ການກະກຽມ ແລະຜລິດເບັ້ຽໄມ້, ມາຮອດປັດຈຸບັນ ຜລິດເບັ້ຍໄມ້ໄດ້ 1 ລ້ານ 3 ແສນປາຍເບັ້ຽ ແລະຈະປູກຕົ້ນໄມ້ໃນເນື້ອທີ່ ທັງໝົດ ປະມານ 300 ເຮັກຕາ ຄືຢູ່ເມືອງສັງທອງ 120 ເຮັກຕາ, ເມືອງໄຊທານີ 100 ເຮັກຕາ, ເມືອງປາກງື່ມ 40 ເຮັກຕາ ແລະ ຢູ່ ເມືອງອື່ນໆອີກ."

ສຳລັບເມືອງພູວົງ ແຂວງອັດຕະປື ກໍເວົ້າວ່າ ປີ 2019 ນີ້ຈະປູກຕົ້ນໄມ້ ໃຫ້ໄດ້ໃນເນື້ອທີ່ 160 ເຮັກຕາ ເພື່ອຟື້ນຟູປ່າທຳມະຊາດ ໃຫ້ໄດ້ 500 ເຮັກຕາ.

ເວົ້າເຖິງເນື້ອທີ່ປ່າໄມ້ຫລຸດໜ້ອຍລົງ ແລະການປູກຕົ້ນໄມ້ທົດແທນ ບໍ່ບັນລຸໄດ້ຕາມແຜນນັ້ນ ຂ່າວວ່າ ປັດຈຸບັນ ທາງການ ສປປລາວ ກຳລັງເລັ່ງແກ້ໄຂ ໂດຍການຟື້ນຟູ ແລະປູກປ່າເພິ່ມຂຶ້ນ ເພື່ອໃຫ້ບັນລຸໄດ້ເປົ້າໝາຍ ປ່າປົກຫຸ້ມເນື້ອທີ່ 70% ຂອງປະເທດ ໃນປີ 2020 ໃນຂນະທີ່ ເຈົ້າໜ້າທີ່ກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ພຶສພາ ທີ່ຫາກໍຜ່ານມານີ້ວ່າ ການປູກປ່າໃຫ້ໄດ້ຕາມແຜນການ ທີ່ຣັຖບານຄາດໝາຍ ເອົາໄວ້ນັ້ນ ອາດຈະບໍ່ບັນລຸໄດ້ ຍ້ອນວ່າບໍ່ມີ ງົບປະມານພຽງພໍ ເພາະການປູກປ່າ ນີ້ຕ້ອງໄດ້ໃຊ້ທຶນຮອນຫລາຍ ດັ່ງທີ່ທ່ານກ່າວວ່າ:

"ມັນມີບັນຫາເຣຶ່ອງການປູກ ມັນຕ້ອງໃຊ້ທຶນຫຼາຍ ແລະຮັກສາກວດກາ ລາດຕະເວນນໍ໋ ດຽວນີ້ກໍາລັງຮວມເອົາ ສາມປະເພດປ່າ ເຂົ້ານໍາກັນ ເບິດເດ້ ກະຊວງກະສິກັມ ມັນອາດສິຫຼາຍຂຶ້ນ ປ່າຜລິດນໍ ຢູ່ກົມຊັບທີ່ວ່າກໍາລັງສິມາເຂົ້າກັນ ມີປ່າປ້ອງກັນ ແລະປ່າສະຫງວນ."

ໃນຣະຫວ່າງປີ 2016 ຫາປີ 2020 ທ່ານເວົ້າວ່າ ງົບປະມານໃຊ້ຈ່າຍ ໃນການປູກປ່າຢູ່ລາວ ມີປະມານ 30 ລ້ານໂດລາ ສະຫະຣັຖ. ໃນຈໍານວນເງິນ ທີ່ວ່ານີ້ ໄດ້ແບ່ງໄປໃຊ້ໃນວຽກງານ ຟື້ນຟູ, ຮັກສາ ກວດກາ ແລະລາດຕະເວນປ່າໄມ້ ນໍາດ້ວຍ. ທ່ານເວົ້າວ່າ ເພື່ອເຮັດ ໃຫ້ປ່າໄມ້ ປົກຫຸ້ມເນື້ອທີ່ຂອງປະເທດ ໄດ້ຕາມເປົ້າໝາຍທີ່ວ່ານັ້ນ ຕ້ອງມີທຶນຮອນຢູ່ປະມານ 50 ລ້ານໂດລາ ຈຶ່ງຈະສໍາເຣັດໄດ້.

ເຖິງແມ່ນຈະມີຂ່າວວ່າ ປັດຈຸບັນ ຢູ່ລາວ ແຂວງທີ່ມີພື້ນທີ່ປ່າໄມ້ປົກຫຸ້ມເນື້ອທີ່ ຫລາຍກວ່າໝູ່ ແມ່ນແຂວງຜົ້ງສາລີ, ຮອງລົງມາກໍແມ່ນ ແຂວງຫລວງພຣະບາງ, ໄຊສົມບູນ, ຫົວພັນ ແລະແຂວງອຸດົມໄຊ ໃນຂນະທີ່ ແຂວງພາກໃຕ້ ພື້ນທີ່ປ່າໄມ້ ຫຼຸດລົງຫຼາຍ ໂດຍສະເພາະ ແຂວງສະຫວັນນະເຂດ, ຄໍາມ່ວນ, ເຊກອງ ແລະ ອັດຕະປື.

ເວົ້າເຖິງແຂວງເຊກອງ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງດັ່ງກ່າວ ເວົ້າວ່າ, ໃນປີນີ້ ທາງແຂວງຄາດໝາຍເອົາໄວ້ວ່າຈະປູກ ໃຫ້ໄດ້ 2,700 ເຮັກຕາ ແຕ່ງົບປະມານ ທີ່ຣັຖບານຈັດສັນໃຫ້ພຽງ 30 ລ້ານກີບເທົ່ານັ້ນ ແລະທັງວ່າ ເມື່ອປີກາຍ ທາງແຂວງບໍ່ສາມາດ ປູກຕົ້ນໄມ້ ໄດ້ຕາມເປົ້າໝາຍ ດັ່ງທີ່ທ່ານກ່າວວ່າ:

"ປູກໄມ້ນີ້ໄດ້ 853 ເຮັກຕາ ສະເພາະປູກ ຄາດຄະເນແມ່ນ 875 ເຮັກຕາ. ສ່ວນຫຼາຍມັນບໍຣິສັດເຂົາເຈົ້າມາລົງທຶນປູກໄມ້ ບໍແມ່ນຫຍັງ ເອົາຕົວເລກໂຕນັ້ນໃສ່ແດ່ ແມ່ນຫຍັງຫັ້ນ ແຕ່ສະເພາະຣັຖແທ້ໆ ມັນກໍບໍ່ຫລາຍ."

ແຕ່ເຖິງຢ່າງໃດກໍຕາມ ໃນກອງປະຊຸມປະຈຳເດືອນພຶສພາ 2019 ຂອງຣັຖບານ ສປປລາວ ຄືທີ່ວ່າມານັ້ນ ກໍໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງກະສິກັມ ແລະປ່າໄມ້ ເອົາໃຈໃສ່ຄຸ້ມຄອງ, ຟື້ນຟູ ແລະປູກປ່າທົດແທນປ່າໄມ້ ທີ່ຖືກຕັດໄປ ເພື່ອໃຫ້ ບັນລຸໄດ້ ຕາມແຜນການ ຄືເຮັດໃຫ້ປ່າໄມ້ປົກຫຸ້ມ 70% ຂອງເນື້ອທີ່ ທົ່ວປະເທດ ໃນປີ 2020.

ຊຶ່ງ ສປປລາວ ກໍໄດ້ຮັບການຊ່ອຍເຫລືອ ຈາກຕ່າງປະເທດ ແລະ ອົງການການເງິນສາກົນ ຊຶ່ງໃນທ້າຍເດືອນພຶສພາ ທີ່ຜ່ານມາ ທະນາຄານໂລກ ກໍໄດ້ະນຸມັດສິນເຊື່ອ ໃຫ້ ສປປລາວ ມູນຄ່າ 40 ລ້ານໂດລາ ສະຫະຣັຖ ຫລື ປະມານ 335 ຕື້ກີບ ເພື່ອພັທນາ ການເຕີບໂຕສີຂຽວ ແຫ່ງຊາດ ຣະຍະ 2.

ຊຶ່ງ ໃນນັ້ນຈະໄດ້ໃຊ້ຈ່າຍເຂົ້າຮວມທັງ ການປັບປຸງ ການຄຸ້ມຄອງ ປ່າໄມ້ ແລະ ເຂດ ປ່າສະຫງວນ, ປ້ອງກັນບໍ່ໃຫ້ມີການຕັດໄມ້ທໍາລາຍປ່າ ແລະ ອົງການ JIKA ຂອງຍີ່ປຸ່ນ ກໍໄດ້ຂຍາຍການຊ່ອຍເຫລືອ ເພື່ອຫລຸດຜ່ອນບໍ່ໃຫ້ມີການຕັດໄມ້ທໍາລາຍປ່າ ຢູ່ແຂວງຫຼວງພຣະບາງ ແລະ ແຂວງອຸດົມໄຊ ໄປເຖິງປີ 2020.

ເພື່ອເຮັດໃຫ້ບັນລຸໄດ້ຕາມຄາດໝາຍທີ່ວ່າ ໃນປີ 2020 ຈະເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸ່ມ 70% ຂອງເນື້ອທີ່ທັງໝົດຂອງປະເທດລາວນັ້ນ ຕ້ອງໄດ້ເຮັດໃຫ້ມີປ່າ ໄມ້ໃນເນື້ອທີ່ 16,5 ລ້ານເຮັກຕາ ຊຶ່ງໃນນັ້ນຮວມທັງປ່າສະຫງວນ 4,7 ລ້ານເຮັກຕາ, ປ່າປ້ອງກັນ 8,2 ລ້ານເຮັກຕາ ແລະປ່າຜລິດ 3,1 ລ້ານເຮັກຕາ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.