ສປປ ລາວ ປະສົບບັນຫາ ການສົ່ງຄົນງານ ໄປເກົາຫລີໃຕ້

ຈຳປາທອງ
2022.08.02
ສປປ ລາວ ປະສົບບັນຫາ ການສົ່ງຄົນງານ ໄປເກົາຫລີໃຕ້ ແຜນທີ່ ປະເທດເກົາຫລີໃຕ້.
ຮູບພາບ: OpenStreetMap contributors/Datawrapper

ເກົາຫລີໃຕ້ ຕ້ອງການຄົນງານລາວໄປເຮັດວຽກ ໃນຂແນງກະສິກັມຕາມຣະດູການ ໄລຍະສັ້ນ 5-6 ເດືອນ ປະມານ 1,000 ຄົນ ໃນຂະນະທີ່ ການຈັດສົ່ງຄົນງານລາວ ໄປເຮັດວຽກດັ່ງກ່າວ ຍັງພົບຄວາມຫຍຸ້ງຍາກ ຍ້ອນຄົນງານລາວ ທີ່ໄປເຮັດວຽກນັ້ນ ບໍ່ປະຕິບັດຕາມຂໍ້ຕົກລົງ ແລະລັກໜີໄປຢູ່ບ່ອນອື່ນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກຈັດຫາງານໄປຕ່າງປະເທດ ຢູ່ແຂວງສວັນ ນະເຂດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ສິງຫານີ້.

70-80 ຄົນພຸ້ນແຫລະ. ໂຈະແລ້ວກໍບໍ່ໄດ້ມີໃຜມາລົງທະບຽນ ຕື່ມຫັ້ນແຫລະ. ກະສິກັມວຽກຣະດູການ ແບບ 5 ເດືອນນີ້ນ່າ. ວຽກໄລຍະສັ້ນ ເຂົາໂຕນໜີຫັ້ນນ່າ. ໂຈະແລ້ວເໝືອນກັນ ດຽວນີ້ກໍາລັງດໍາເນີນການ ປະມານ 9 ຄົນພຸ້ນແຫລະ ມັນມີສ່ອງຫວ່າງຫລາຍກ່ອນ. ເພິ່ນໂຈະ ຕາມເພິ່ນແຈ້ງມາກໍ ລະບຸມາກໍໂດຍພື້ນຖານຕໍ່ຄົນກໍມີ 1,500 ກວ່າຄົນ. ທຽບໃສ່ບ້ານເຮົາກໍຫລາຍຢູ່ ແຕ່ວ່າທຽບໃສ່ກັບຄ່າໃຊ້ຈ່າຍ ກໍບໍ່ຢາກຄຸ້ມກັນດອກ ກິນກໍ 10%, ຢູ່ກໍ 10% ຂອງເງິນເດືອນຫັນ. ເພິ່ນຫັກເອົາເລີຍ ຫາກໍມີປີນີ້ແຫລະ ໂຕໄລຍະສັ້ນ.

ກ່ຽວກັບເຣື່ອງນີ້ ພາກສ່ວນກ່ຽວຂ້ອງ ຂອງລາວ ແລະເກົາຫລີໃຕ້ ຍັງຢູ່ໃນລະຫວ່າງການພິຈາຣະນາ ຫາແນວທາງແກ້ໄຂບັນຫາ ຄືທີີ່ວ່ານັ້ນ.

ດັ່ງເຈົ້າໜ້າທີ່ກົມຈັດຫາງານ ທີ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:

ອັນສໍາລັບແຮງງານຣະດູການຫັ້ນ. ໂຕ 5 ເດືອນຫັ້ນໝູ່ເຮົາໄດ້ໂຈະແລ້ວ ແລ້ວເຮົາມີແຕ່ໄດ້ສົ່ງໂຕອີ່ເກົ່ານີ້. ເອີ 3 ຫາ 5 ປີ ເຈົ້າ ຄືມັນຂ້ອນຂ້າງມີບັນຫາໜ້ອຍນຶ່ງເນາະ. ເຮົາ ທາງເບື້ອງເຮົາ ຍັງບໍ່ສາມາດຄວບຄຸມໄດ້ຫັ້ນນ່າ ກໍເລີຍວ່າໂຈະໄວ້ກ່ອນ ເພື່ອແກ້ບັນຫາເກົ່າກ່ອນຫັ້ນນ່າ ເຈົ້າ

ທ່ານເວົ້າຕື່ມວ່າ ການຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ຢູ່ເກົາຫລີໃຕ້ນີ້ ເປັນໂຄງການທົດລອງ ແລະພາຍຫລັງພວກເຂົາ ເຈົ້າເຮັດວຽກຄົບເວລາກໍານົດແລ້ວ ທາງການຂອງທັງ 2 ປະເທດ ກໍຈະພິຈາຣະນາຄືນວ່າ ມີຂໍ້ສະດວກ ຫລືພົບຄວາມຫຍູ້ງຍາກແນວໃດ ເພື່ອໃຊ້ເປັນບ່ອນອີງ ໃນການຊອກຫາວິທີປ້ອງກັນ ບໍ່ໃຫ້ເກີດບັນຫາ ຄົນງານລາວບໍ່ປະຕິບັດຕາມຂໍ້ຕົກລົງ ແລະລັກໜີໄປຢູ່ບ່ອນອື່ນ.

ກ່ຽວກັບເຣື່ອງຄົນງານລາວ ຢູ່ເກົາຫລີໃຕ້ ບໍ່ປະຕິບັດຕາມຂໍ້ຕົກລົງນັ້ນ ພະນັກງານບໍຣິສັດຈັດຫາງານ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ ທາງກາລາວຈະຕິດຕໍ່ໄປ ຍັງບໍຣິສັດຈັດຫາງານທີ່ຮັບຜິດຊອບ ໃຫ້ຊ່ອຍຕິດຕາມຕົວ ແລະນໍາສົ່ງກັບຄືນລາວ.

ສົ່ງໄປ 5 ເດືອນ ຫລືວ່າເຂົາເອີ້ນວ່າເປັນຣະດູການ 5 ເດືອນຫາ 6 ເດືອນ ປະມານນີ້ ເຫັນທາງພຸ້ນເວົ້າມາ ສົ່ງໄປເຮັດວຽກຢູ່ຫັ້ນ ເຂົາໂຕນໜີ ແລ້ວຈະມີວິທີການຮັບຜິດຊອບແບບໃດ ໂຕນີ້ຫັ້ນ ເຂົາຈະມາແຈ້ງທາງບໍຣິສັດທີ່ວ່າ ... ສົ່ງຄົນໄປຫັ້ນແຫລະທີ່ວ່າ ຄົນລັກໜີເດີ ແມ່ນໃຫ້ຕິດຕໍ່ແລະໃຫ້ເຂົາສົ່ງກັບປະເທດໂດຍດ່ວນ ອັນນີ້ຈະມີເນາະ.

ພ້ອມດຽວກັນນັ້ນ ພະນັກງານບໍຣິສັດຈັດຫາງານ ອີກທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ທີ່ຜ່ານມາ ເຖິງແມ່ນ ເກົາຫລີໃຕ້ ຈະໄດ້ປະກາດວ່າ ຕ້ອງການຄົນງານລາວໄປເຮັດວຽກ ໃນຂແນງກະສິກັມນັ້ນຫລາຍ, ແຕ່ທາງບໍຣິສັດຈັດຫາງານ ທີ່ໄດ້ຮັບອະນຸຍາດຈາກທາງການລາວ ສາມາດຄັດເລືອກເອົາຄົນໄປເຮັດວຽກໄດ້ພຽງປະມານ 240 ຄົນ.​ ໃນນັ້ນ ສ່ວນຫລາຍເປັນຄົນງານ ຈາກແຂວງວຽງຈັນ ແລະນະຄອນຫລວງວຽງຈັນ.

ມັນຈະຢູ່ໃນເວັບໄຊທ໌ນຶ່ງ ຂອງເກົາຫລີ ແຕ່ວ່າເຣື່ອງໂຄຕ້າທີ່ວ່າເປັນ 1,000 ຄົນນີ້ນ່າ ຈະໄດ້ຂໍ້ມູນມາຈາກໂຕເລກໂຕນີ້ ແຕ່ວ່າເຮົາຫັ້ນ ຈະບໍ່ໄດ້ໝາຍຄວາມວ່າຈະເອົາໄປ 1,000 ບາດດຽວ. ເອົາ ຈະເອົາໄປແບບວ່າເປັນລັອດ, ລັອດລະ 100-200. ຈະມີວຽກຂອງອັນ ວຽກໄລຍະຍາວ ຂອງອັນ EPS (Employment Permission System) ລະບົບໄລຍະຍາວ 3-5 ປີ ແມ່ນວຽກໃນຂແນງອຸດສາຫະກັມ ຂນາດນ້ອຍ ແລະຂນາດກາງຫັ້ນນໍາ ບ່ອນນັ້ນຈະເປັນພາກຣັຖ ຂະເຈົ້າເຮັດໂຕນັ້ນ.

ປັດຈຸບັນ ຄົນງານລາວ ຕ້ອງການໄປເຮັດວຽກຢູ່ເກົາຫລີໃຕ້ ນັບມື້ນັບເພີ່ມຂຶ້ນ ໂດຍສະເພາະຄົນງານ ອາຍຸລະຫວ່າງ 30 ຫາ 35 ປີ ເນື່ອງຈາກວ່າຢູ່ລາວ ບໍ່ມີວຽກໃຫ້ເຮັດຫລາຍພໍເທົ່າໃດ ແລະອີກຢ່າງນຶ່ງ ການໄປເຮັດວຽກ ຢູ່ເກົາຫລີໃຕ້ ກໍມີລາຍໄດ້ຫລາຍກວ່າຢູ່ລາວ ແລະໄທຍ.

ດັ່ງຄົນງານລາວຢູ່ເມືອງເງິນ ແຂວງໄຊຍະບູຣີ ຜູ້ນຶ່ງເວົ້າວ່າ:

ສົນໃຈຢາກໄປເຮັດຢູ່ ແຕ່ວ່າຕອນນີ້ ເຂົາຍັງບໍ່ທັນໄດ້ເປີດຮັບຄົນງານນ່າ ເຈົ້າ ລໍຖ້າຢູ່ ເຈົ້າ ສາເຫດຫລັກໆຫັ້ນນ່າ ຢູ່ ແບບວ່າຢູ່ເກົາຫລີມັນໄດ້ເງິນເດືອນດີນ່າ ຢູ່ປະເທດລາວເຮົານີ້ບໍ່ໄດ້ສໍ່ານັ້ນນ່າ ບໍຣິສັດອອກໃຫ້ກ່ອນເມິດຄ່າໃຊ້ຈ່າຍຫັ້ນນ່າ ໄປນໍາບໍຣິສັດແບບວ່າເຮົາໄປເຮັດວຽກແລ້ວ ບໍຣິສັດຫັກເງິນເຮົາແຕ່ລະເດືອນຫັ້ນນ່າ ກູ້ຢືນ ອັນ ເງິນບໍຣິສັດໄປ.

ທີ່ຜ່ານມາ ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ລົງນາມໃນບົດບັນ ທຶກຄວາມເຂົ້າໃຈກັນ ກັບຫົວໜ່ວຍແຮງງານໃນເມືອງຕ່າງໆ ຂອງເກົາຫລີໃຕ້ ວ່າດ້ວຍການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ ຕາມຣະດູການ ຊຶ່ງຜູ້ອອກແຮງງານ ບໍ່ຈໍາເປັນຕ້ອງຮູ້ພາສາເກົາຫລີ, ແຕ່ຕ້ອງມີສຸຂພາບດີ ມີອາຍຸ ລະຫວ່າງ 25 ຫາ 45 ປີ ແລະຕ້ອງການຢາກເຮັດວຽກແທ້.

ແຕ່ການໄປເກົາຫລີໃຕ້ນັ້ນ ຈໍາເປັນຕ້ອງໄດ້ລໍຖ້າດົນ ແລະມີຄ່າໃຊ້ຈ່າຍຫລາຍສົມຄວນ.

ດັ່ງຄົນງານລາວ ທີ່ລໍຖ້າໄປເຮັດວຽກຢູ່ເກົາຫລີໃຕ້ ຜູ້ນຶ່ງ ຢູ່ເມືອງກາສີ ແຂວງວຽງຈັນ ເວົ້າວ່າ:

ເປັນກະແສຫັ້ນແຫລະ ເພາະວ່າໃຜກະຕ້ອງການໄປຫັ້ນນ່າ ສ່ວນຫລານີ້ ຄ່າເງິນນີ້ ຄ່າເງິນນີ້ມັນອ່ອນນີ້ເອົາໄປພຸ້ນນີ້ມັນຍາກໂພດຫັ້ນນ່າ ແຕ່ວ່າຖ້າໄປພຸ້ມ ຕ້ອງໄດ້ໃຊ້ເງິນປະມານ 30-40 ລ້ານພຸ້ນແຫລະຈຶ່ງຈະໄດ້ໄປ.”

ອີງຕາມແຈ້ງການ ຂອງກະຊວງການຈ້າງງານ ແລະແຮງງານຂອງເກົາຫລີໃຕ້, ໃນປີ 2022 ນີ້ ເກົາຫລີໃຕ້ ຕ້ອງການຄົນງານລາວຕາມຣະດູການ ແຕ່ 3-6 ​ເດືອນ ໃນຂແນງກະສິກັມຕື່ມ, ຜູ້ອອກແຮງງານ ຈະໄດ້ຮັບເງິນປະມານ 1,570 ໂດລ້າຣ໌ສະຫະຣັຖຕໍ່ເດືອນ, ບໍ່ຮວມຄ່າເຮັດວຽກເພິ່ມໂມງ. ສ່ວນຄ່າໃຊ້ຈ່າຍໃນການເດີນທາງໄປເກົາຫລີໃຕ້ ແມ່ນຄົນງານ ເປັນຜູ້ຮັບຜິດຊອບເອົາເອງ, ເປັນເງິນປະມານ 2,780 ໂດລ້າຣ໌ສະຫະຣັຖ. ໃນນັ້ນກໍມີຄ່າປີ້ເຮືອບິນ,​ ຄ່າຝຶກອົບຮົມກ່ອນການຈັດສົ່ງ ຮວມທັງທີ່ພັກ ແລະອາຫານ, ຄ່າກວດສຸຂພາບກ່ອນການເດີນທາງ, ກວດໂຄວິດ-19, ວີຊ້າແຮງງານ, ປະກັນພັຍ ແລະຄ່າເອກ ສານອື່ນໆ.

ພ້ອມດຽວກັນນັ້ນ ຄົນງານ ຍັງຕ້ອງໄດ້ວາງເງິນມັດຈໍາ 3,000 ໂດລ້າຣ໌ສະຫະຣັຖ ຫລືໃບຕາດິນ ເພື່ອຢັ້ງຢືນວ່າ ຈະບໍ່ມີການລັກໜີຈາກນາຍຈ້າງ ຊຶ່ງເປັນເຫດການ ທີ່ອາຈເຮັດໃຫ້ລາວ ຖືກໂຈະ ແລະຢຸດການຈັດສົ່ງ ຄົນງານໄປເຮັດວຽກຢູ່ເກົາຫລີໃຕ້ໄດ້ ໃນກໍຣະນີທີ່ມີຄົນງານລາວ ລັກໜີຈາກນາຍຈ້າງ ແລະບໍ່ກັບຄືນປະເທດລາວ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.