ບາງແຂວງຍັງລັກຂົນໄມ້ ອອກຂາຍ

ສິດນີ
2017.01.17
f-logs ໄມ້ ໃນປ່າ ຂອງປະເທດລາວ ທີ່ຖືກຕັດລົງ ຜົນສຸດທ້າຍ ກໍກາຍເປັນສິນຄ້າ ໃຫ້ກຸ່ມຄ້າໄມ້
RFA/NY

ໃນຕົ້ນເດືອນ ມົກກະຣາ 2017 ເຈົ້າຫນ້າທີ່ ປ່າໄມ້ ແຂວງຊຽງຂວາງ ຮ່ວມກັບ ເຈົ້າຫນ້າທີ່ ສະເພາະກິດ ສາມາດ ຍຶດໄມ້ເຖື່ອນ ໄດ້ 5 ແມັດກ້ອນປາຍ ຈາກ ຣົດບັນທຸກ 12 ລໍ້ ປ້າຍທະບຽນ ນະຄອນຫຼວງ ວຽງຈັນ ຢູ່ບ້ານໂພນສວັນ ເມືອງແປກ ພ້ອມກັບ ຈັບຜູ້ຂັບຣົດ ໄວ້. ຈາກ ການສືບສວນ ເບື້ອງຕົ້ນ ພົບວ່າ ຣົດຄັນດັ່ງກ່າວ ກຳລັງ ມຸ້ງຫນ້າໄປ ນະຄອນຫຼວງ ວຽງຈັນ ແຕ່ຖືກ ເຈົ້າຫນ້າທີ່ ຈັບກ່ອນ. ດັ່ງ ເຈົ້າຫນ້າທີ່ ປ່າໄມ້ ແຂວງຊຽງຂວາງ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 13 ມົກກະຣາ 2017 ນີ້ວ່າ:

"ພົບເຫັນການຊຸກເຊື່ອງ ໄມ້ໄວ້ 5 ແມັດກ້ອນປາຍ ຫັ້ນນະ ຢູ່ໂພນສວັນ ເນາະ ສິເອົາໄປ ວຽງຈັນ ສິເອົາໄປ ປຸກເຮືອນ ຢູ່ວຽງຈັນ ເຈົ້າຂອງ ທາງເຮົາ ກໍດຳເນີນ ການສືບສວນ ສອບສວນ ຢູ່ເນາະ".

ທ່ານກ່າວຕື່ມວ່າ ເຈົ້າຂອງຣົດ ທີ່ຂົນໄມ້ ເຖື່ອນນັ້ນ ເປັນຄົນ ເມືອງແປກ ແຂວງຊຽງຂວາງ ຊຶ່ງ ໃນປັດຈຸບັນ ເຈົ້າຫນ້າທີ່ ກຳລັງສືບສວນ ຜູ້ກ່ຽວຢູ່ ແລະ ເຈົ້າຫນ້າທີ່ ສົງໃສວ່າ ເຂົາອາດຊຸກເຊື່ອງໄມ້ ໄວ້ໃນບ່ອນອື່ນອີກ ສ່ວນໄມ້ ທີ່ຍຶດໄດ້ນັ້ນ ເຈົ້າຫນ້າທີ່ ກໍກັກໄວ້ ເພື່ອເປັນ ຫຼັກຖານ.

ເມື່ອເດືອນຜ່ານມາ ເຈົ້າຫນ້າທີ່ ດ່ານ ນາພາວ-ຈາຫລາວ ຣະຫວ່າງ ແຂວງຄຳມ່ວນ ກັບ ວຽດນາມ ກໍກວດພົບເຫັນ ການຊຸກເຊື່ອງ ໄມ້ທ່ອນ ໃນຖັງ ຣົດແກ່ນ້ຳ ຈຳນວນ 410 ທ່ອນ ເພື່ອສົ່ງໄປ ວຽດນາມ ເປັນໄມ້ ຣາຄາແພງ ແລະ ຫາຍາກ ເປັນຕົ້ນໄມ້ດູ່ ໄມ້ຂະຍຸງ ແລະ ໄມ້ເນື້ອແຂງ ອື່ນໆຫຼາຍຊນິດ. ທາງການ ແຂວງຄາດວ່າ ຄົນວຽດນາມ ຈ້າງຄົນລາວ ຕັດແລ້ວເອົາໃສ່ ຖັງຣົດນ້ຳ ເພື່ອຂ້າມໄປ ວຽດນາມ ແລະ ແຂວງອື່ນໆ ກໍອາດຍັງມີຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.