ແຮງງານຕ່າງດ້າວຈະມາອີກ 20 ພັນຄົນປີນີ້


2013.08.16
F-vietnamese-workers ພວກຜູ້ຊາຍ ວ້າງງານ ຊາວວຽດນາມ ເຫລົ່ານີ້ ພາກັນນັ່ງຢູ່ ຕາມແຄມ ຫົນທາງ ໃນຕົວເມືອງ ຮ່າໂໜ້ຍ ຄອງຖ້າວ່າ ຈະມີຄົນ ມາຈ້າງ ໄປເຮັດວຽກ. ຄົນງານ ວຽດນາມ ທີ່ຜິດກົດໝາຍ ໃນສປປລາວ ກໍແມ່ນຄົນ ຈໍາພວກ ປະເພດ ດຽວກັນນີ້ ທີ່ພາກັນ ລັກລອບ ເຂົ້າມາ ປະເທດລາວ ເພື່ອຊອກວຽກເຮັດ ບໍ່ເວັ້ນ ແຕ່ລະວັນ.
AFP PHOTO/HOANG DINH NAM

 

ໃນປີນີ້ ຣັຖບານລາວ ຈະ ອະນຸຍາດ ໃຫ້ໂຄງການ ລົງທຶນຕ່າງໆ ສາມາດນຳເຂົ້າ ແຮງງານ ຕ່າງດ້າວ ໃນທົ່ວປະເທດ ໄດ້ເຖິງ 20 ພັນຄົນ. ເຈົ້າຫນ້າທີ່ຈັດຫາງານ ໃຫ້ຄົນງານລາວເວົ້າວ່າ ແຜນການ ດັ່ງກ່າວ ອາດສົ່ງຜົລກະທົບ ຕໍ່ແຮງງານລາວ ຫລາຍຂື້ນ ຊື່ງໃນ ປັດຈຸບັນ ການຫາວຽກງານ ໃຫ້ຄົນງານລາວ ກໍຍາກຢູ່ແລ້ວ. ດັ່ງທ່ານກ່າວວ່າ:

"ຊູ່ມື້ນີ້ ແຮງງານ ກໍຈຳກັດ ຢູ່ແລ້ວ ມັນກໍເປັນ ຄວາມຫຍຸ້ງຍາກ ໃນການ ຫາແຮງງານ ຄົນວ່າງງານ ມັນກໍຊອກ ບໍ່ໄດ້ ເພາະວ່າ ລາວສູງ ຂະເຈົ້າ ບໍ່ມີໄຮ່ມີນາ ບໍ່ມີພື້ນຖານ ພວກນີ້ ຂະເຈົ້າ ມີ ແຜນການ ທີ່ຈະເອົາ ຂະເຈົ້າ ມາຈາກພູພຽງ".

ທ່ານວ່າ ຊູ່ມື້ນີ້ ມີໂຄງການ ການລົງທຶນ ເກີດຂື້ນຫລາຍ ໃນທົ່ວ ປະເທດ ສ່ວນຫລາຍ ແລ້ວ ໂຄງການ ຕ່າງປະເທດ ມັກຈະເອົາ ແຮງງານ ຈາກປະເທດ ຂອງຕົນ ມາເຮັດວຽກ ໃນລາວ ເຮັດໃຫ້ ແຮງງານລາວ ຊື່ງເປັນແຮງງານທີ່ບໍ່ມີຝີມືໃນໜ້າວຽກ ມີໂອກາດ ນ້ອຍ ໃນການທີ່ຈະໄດ້ ວຽກເຮັດ ທັ້ງໆທີ່ ມີບ່ອນວ່າງ ເກີດຂື້ນ ຫລາຍໆແຫ່ງ.

ເຈົ້າຫນ້າທີ່ລາວ ອີກນາງນື່ງ ເວົ້າວ່າ ການອະນຸຍາດ ໃຫ້ແຮງງານ ຕ່າງດ້າວເຂົ້າມາເຮັດວຽກ ໃນລາວຫລາຍ ອາດເຮັດໃຫ້ ແຮງງານ ລາວ ຫນີໄປເຮັດວຽກຢູ່ປະເທດເພື່ອນບ້ານຫລາຍຂື້ນ ບ່ອນທີ່ໄດ້ ຄ່າຈ້າງ ແລະ ຄວາມສ່ຽງສູງ ກວ່າເຮັດວຽກ ໃນລາວ. ດັ່ງນາງ ກ່າວວ່າ:

"ບໍ່ທັນໄດ້ ມີວຽກໃຫ້ເຮັດ ສ່ວນຫລາຍ ກໍມີແຕ່ຕລາດຂອງໄທເຂົ້າ ມາເອົາ ແຮງງານ ມີແຕ່ຕລາດ ຂອງໄທ ແບບແຮງງານ ເຂົາໄປ ເຮັດວຽກ ຢູ່ໄທ ເຮົາຍັງວ່າມີ ຕລາດແບບ ແຮງງານຕ່າງຊາດ ພວກວຽດພວກຈີນ ເຂົາກໍແບບ ມີກິຈກັມ ກິຈການ ຂອງເຂົາເອງ ເຂົາກໍມາ ລົງທະບຽນ ເປີດທຸຣະກິດ ຢູ່ນີ້ ເຂົາກໍມີ ແຮງງານ ເຂົາເອງ".

ນາງກ່າວ ຕໍ່ໄປວ່າ ການຈັດຫາງານ ໃນປະເທດ ສ່ວນຫລາຍ ບໍຣິສັດ ໃດຢາກໄດ້ ແຮງງານ ກໍເຮັດ ໂຄຊະນາ ຕາມວິທຍຸ ຫລື ໂທລະທັດ ເອົາເອງ ຍັງບໍ່ທັນ ມີຣະບົບ ຈັດຫາງານ ເທື່ອ. ຢູ່ ສປປລາວ ຕ່າງຈາກຢູ່ໄທທີ່ຕ້ອງການແຮງງານລາວເຂົາກໍເປີດໃຫ້ຄົນລາວ ເຂົ້າໄປສມັກ ໂລດ ຈື່ງເຮັດໃຫ້ ແຮງງານລາວ ຫລາຍຄົນ ໄດ້ເຮັດວຽກ ຢູ່ໄທ ເພາະຢູ່ລາວ ຫາວຽກບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.