
ການທ່ອງທ່ຽວລາວ ຍັງມີຂໍ້ຫຍຸ້ງຍາກຫຼາຍຢ່າງ ທີ່ເຮັດໃຫ້ນັກທ່ອງທ່ຽວຫຼຸດລົງ ໂດຍສະເພາະ ໃນຣະຍະຕົ້ນປີ ມານີ້ ຍ້ອນການເກັບຄ່າ ບໍຣິການ ເຂົ້າແຫຼ່ງທ່ອງທ່ຽວຕາມໃຈມັກ ບໍ່ອີງໃສ່ຣະບຽບການ, ເສັ້ນທາງໄປຫາແຫຼ່ງທ່ອງທ່ຽວຍັງເປ່ເພເຂົ້າເຖິງຍາກ, ອີງຕາມຄໍາເວົ້າ ຂອງທ່ານ ບໍ່ແສງຄໍາ ວົງດາລາ ຣັຖມົນຕຣີ ກະຊວງຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ໃນມື້ເປີດກອງປະຊຸມສມັຍສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 5 ມິຖຸນານີ້:
“ແລະຍັງພົບຂໍ້ຫຍຸ້ງຍາກຫຼາຍຢ່າງ ເຊັ່ນການເກັບຄ່າບໍຣິການ, ຄ່າທໍານຽມ ຍັງບໍ່ເປັນເອກກະພາບ, ການເອື້ອອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ໃນການເຂົ້າ-ອອກຜ່ານດ່ານ ການເດີນທາງໄປຫາແຫຼ່ງທ່ອງທ່ຽວ ແລະການເຂົ້າທ່ຽວຊົມແຫຼ່ງ ທ່ອງທ່ຽວຕ່າງໆ ຍັງມີຄວາມຫຍຸ້ງເຍິງ ແລະບໍ່ທັນໄດ້ຮັບການປັບປຸງໄວເທົ່າທີ່ຄວນ.”
ສາເຫດ ທີ່ຍັງແກ້ໄຂບັນຫາການທ່ອງທ່ຽວ ບໍ່ບັນລຸເປົ້າໝາຍນັ້ນ ແມ່ນຍ້ອນບັນຫາ ດ້ານບຸຄລາກອນ ທີ່ມີຄວາມຮູ້ຄວາມສາມາດ ດ້ານ ການທ່ອງທ່ຽວ ແລະດ້ານໂຄສະນານັ້ນມີໜ້ອຍ ແລະຍັງມີບັນຫາດ້ານງົບປະມານທີ່ຈໍາກັດ ເຮັດໃຫ້ການແກ້ໄຂ ວຽກງານການທ່ອງທ່ຽວ ໃນລາວ ເກີດຄວາມລ້າຊ້າຫຼາຍ.
ເຖິງຢ່າງໃດກໍຕາມ ກະຊວງຖແລງຂ່າວວັທນະທັມແລະທ່ອງທ່ຽວ ຈະສືບຕໍ່ແກ້ໄຂບັນຫາ ທີ່ຍັງເປັນສິ່ງທ້າທ້າຍນີ້ໃຫ້ຫຼຸດໜ້ອຍລົງ ເພື່ອ ເປົ້າໝາຍໃຫ້ມີນັກທ່ອງທ່ຽວຕ່າງປະເທດ ມາທ່ຽວລາວໃນປີນີ້ ໃຫ້ໄດ້ ຢ່າງໜ້ອຍ 4 ລ້ານ 5 ແສນຄົນ ແລະ ສ້າງຣາຍຮັບເຂົ້າປະເທດ ຫຼາຍກວ່າ 700 ລ້ານໂດລາສະຫະຣັດ:
“ສ່ວນແຜນການວຽກງານຈຸດສຸມຄືໃນປີ 2019 ນີ້ ຈະສືບຕໍ່ສູ້ຊົນເຮັດໃຫ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວປະເທດເຮົາ ບໍ່ຕໍ່າກວ່າຈໍານວນ 4,5 ລ້ານເທື່ອຄົນ ແລະສ້າງຣາຍຮັບໃຫ້ໄດ້ຫຼາຍກວ່າ 700 ລ້ານໂດລາ ສະຫະຣັດ ຈະສືບຕໍ່ສ້າງ ແລະປັບປຸງແຫຼ່ງ ທ່ອງທ່ຽວຢ່າງມີຈຸດສຸມ ໃຫ້ໄດ້ແຂວງລະ 5 ແຫ່ງ.”
ທ່ານກ່າວຕື່ມວ່າ ຈະເພີ້ມການໂຄສະນາ ປີການທ່ອງທ່ຽວລາວໃນຫຼາຍປະເທດຕື່ມອີກ ໂດຍສະເພາະ ທາງສື່ສັງຄົມອອນລາຍ ເພື່ອໃຫ້ມີ ນັກທ່ອງທ່ຽວມາຕາມເປົ້າໝາຍ, ແຕ່ຕົ້ນປີມານີ້ ທາງການລາວ ປະເຊີນກັບບັນຫາ ນັກທ່ອງທ່ຽວຕ່າງປະເທດ ທີ່ມາທ່ອງທ່ຽວເມືອງວັງວຽງ ແຂວງວຽງຈັນ ຫຼຸດລົງເກືອບ 50% ຕາມການຣາຍງານ ຂອງທາງການລາວ ເຮັດໃຫ້ເຮືອນພັກ ແລະໂຮງແຮມ ຫຼາຍແຫ່ງໄດ້ຮັບຜົນກະທົບ.
ໃນປີ 2018 ທີ່ຜ່ານມາ ນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາທ່ຽວລາວ ສ່ວນຫຼາຍຈະເປັນຄົນໄທ ແລະຈີນ ມີທັງໝົດປະມານ 4 ລ້ານ 2 ແສນຄົນ ຫຼຸດເປົ້າໝາຍທີ່ຕັ້ງໄວ້ 5 ລ້ານຄົນ.