ຊາວວັງວຽງຮຽກ​ຮ້ອງ​ ຢຸດ​ເກັບ​ຄ່າ ​ຂ້າມຂົວ ​ນ້ຳ​ຊອງ

ພູວົງສ໌
2019.04.09
f-vangvieng ເມືອງວັງວຽງ ແຂວງວຽງຈັນ
RFA/AS

ປະ​ຊາ​ຊົນ​ເມືອງວັງ​ວຽງ ແຂວງວຽງ​ຈັນ ໄດ້​ຂຽນ​ໜັງ​ສື​ໄປ​ຫາ​ທາງ​ການ​ເມືອງວັງ​ວຽງ ເພື່ອ​ໃຫ້​ເຂົ້າ​ມາ​ຊ່ອຍ​ແກ້​ໄຂ ຫຼຸດ​ຜ່ອນ​ການ​ເກັບ​ຄ່າ​ຜ່ານ​ຂົວ​ຂ້າມ​ນ້ຳ​ຊອງ ຣະ​ຫວ່າງ​ບ້ານ​ຫ້ວຍ​ແຍ້ ຫາ​ບ້ານ​ວຽງ​ແກ້ວ, ເຊິ່ງ​ຜູ້​ສັມ​ປະ​ທານຂົວ ຍັງ​ເກັບ​ເງິນ​ຕ​າມ​ອັດ​ຕ​ຣາ​ປົກ​ກະ​ຕິ ໃນ​ຂ​ນະ​ທີ່​ການ​ໃຫ້​ບໍ​ຣິ​ການ ບໍ່​ໄດ້​ມາ​ຕ​ຖານ ແລະ ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຣົດ​ຕິດ​ເທິງ​ຂົວ​ ໃນ​ເວ​ລາ​ມີ​ນັກ​ທ່ອງ​ທ່ຽວຫຼາຍ. ດັ່ງ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ຜູ້​ສື່​ຂ່າວ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 08 ເມສາ ນີ້ວ່າ:

“ຕາມ​ປະ​ຊາ​ຊົນ​ສ​ເນີຫຼາຍ​ຄົນ​ຫັ້ນ ຢາກ​ໃຫ້​ຜ່ອນ​ເຣື້ອງ​ເກັບ​ເງິນ​ເກັບ​ຄຳ​ຫັ້ນ. ຣົດ​ໃຫ​ຍ່ 20 ພັນ ກະ​ຢາກ​ໃຫ້​ລົງ​ມາ​ເປັນ 10 ພັນ, ຫັ້ນ​ນ່າ. ຄົນ​ຍ່າງ​, ຣົດ​ຖີບ ກະ​ບໍ່ເກັບ​ສາ. ອັນ​ນີ້​ຣົດ​ຖີບ​ກໍ​ເກັບ ຄົນ​ຍ່າງ​ກໍ​ເກັບ​ຊີ້​ນ່າ. ຊິ​ແມ່ນ​ຕ່າງ​ປະ​ເທ​ສ ມັນ​ກະ​ເສັຽ​ພາບ​ພົດ​ ໃນ​ການ​ເຮັດວຽກ​ງານ​ການ​ທ່ອງ​ທ່ຽວ​ ໃນ​ເມືອງວັງ​ວຽງ​ເຮົາ​ເນາະ.”

ທ່ານກ່າວ​ຕື່​ມ​ວ່າ ດຽວນີ້, ພະ​ນັກ​ງານ​ທີ່​ເກັບ​ຄ່າ​ບໍ​ຣິ​ການ​ຢູ່​ຂົວ​ດັ່ງ​ກ່າວ ກໍ​ເວົ້າ​ຈາບໍ່​ສຸ​ພາບ ​ກັບ​ຄົນ​ທີ່​ມາໃຊ້​ບໍ​ຣິ​ການ, ຫຼາຍ​ເທື່ອ​ກໍ​ມີ​ການ​ຜິດ​ຖຽງ​ກັນ ​ຈົນ​ເຖິງ​ຂັ້ນ​ລົງ​ມື​ຕີ​ກັນກໍ​ມື​ມາ​ແລ້ວ. ຫຼ້າ​ສຸດນີ້, ກໍ​ເກີດ​ມີ​ການ​ຕີ​ກັນໃນ​ວັນ​ທີ 03 ເມ​ສາ ທີ່​ຜ່ານ​ມາ ແລະ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ກໍ​ໄດ້​ເອີ້ນ​ຄູ່​ກໍ​ຣະ​ນີໄປ​ສຶກ​ສາ​ອົບ​ຮົມ ແລະ ປັບໃໝ​ຕາມ​ຣະ​ບຽບ​ການ​ແລ້​ວ.

ທ່ານ​ກ່າວ​ເພີ້ມ​ວ່າ ການ​ທີ່​ຈະ​ສັ່ງ​ໃຫ້​ຜູ້​ສັມ​ປະ​ທານ​ຂົວ​ດັ່ງ​ກ່າວ ຍົກ​ເລີກ​ການ​ເກັບ​ຄ່າ​ຜ່ານ​ຂົວ​ນັ້ນ ເປັນ​ເຣື້ອງ​ທີ່​ຍາກຫຼາຍ. ສິ່ງ​ທີ່ປະ​ຊາ​ຊົນ​ຈະ​ຮຽກ​ຮ້ອງ​ໄດ້, ກໍ​ເປັນພຽງແຕ່​ການ​ຮຽກ​ຮ້ອງ​ໃຫ້ເຈົ້າ​ຂອງ​ຜູ້​ໄດ້​ຮັບ​ສັ​ມ​ປະ​ທານ ຫຼຸດ​ຜ່ອນ​ອັດ​ຕ​ຣາ​ຄ່າ​ບໍ​ຣິ​ການ​ລົງ ແລະ ຈັດ​ການ​ຣົດ​ທີ່​ແລ່ນ​ຜ່ານ​ຂົວ ໃຫ້​ເປັນ​ຣະ​ບຽບ ບໍ່​ໃຫ້​ເກີດ​ຣົດ​ຕິດ​ອີກ ແລະ ທີ່​ສຳ​ຄັນ ຕ້ອງ​ອົບ​ຮົມ​ໃຫ້​ພ​ນັກ​ງານ​ເວົ້າ​ຈາ​ສຸ​ພາບ.

ຜູ້​ສື່​ຂ່າວ​ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຫາອຳ​ນາດ​ການ​ປົກ​ຄອງ​ເມືອງວັງ​ວຽງ​ໃນ​ມື້​ດຽວ​ກັນ, ແຕ່​ເຈົ້າ​ໜ້າ​ທີ່​ຜູ້ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ ໄດ້​ຮັບ​ຄຳ​ສ​ເນີ​ຈາກ​ປະ​ຊາ​ຊົນ​ແລ້ວ ແລະ ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ປຶກ​ສາ​ຫາ​ລື​ ກັບ​ຜູ້​ສັ​ມ​ປະ​ທານ​ຂົວ​ຂ້າມ​ນ້ຳ​ຊອງ ວ່າ​ຈະ​ເຮັດ​ແນວ​ໃດ​ຕໍ່​ໄປ.

ອີງ​ຕາມ​ຂໍ້​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຊົນ​ຊາວ​ເມືອງວັງ​ວຽງ ທີ່​ເຜີຍ​ແຜ່​ຜ່ານ​ເຟ​ສ​ບຸກ​ແລ້ວ​ແມ່ນ​ວ່າ ໃນ​ເວ​ລາ​ທີ່​ເກີດ​ມີ​ອຸ​ບັ​ດ​ຕິ​ເຫດຕ​ເທິງ​ຂົວ​ຂ້າມ​ນ້ຳ​ຊອງ​ແຫ່ງນີ້ ກໍ​ຈະ​ໃຊ້​ເວ​ລາ​ດົນ​ ໃນ​ການ​ໄກ່​ເກັ່ຽບັນ​ຫາ​ຕ່າງໆ. ຖ້າ​ຂົວ​ເກີດ​ເປ່​ເພ ກໍ​ຈະ​ໃຊ້​ເວ​ລາ​ດົນ​ໃນ​ການ​ສ້ອມ​ແປງ, ເຊິ່ງ​ຜູ້​ສ້ອມ​ແປງ​ກໍ​ແມ່ນ​ພະນັກ​ງານເກັບ​ຄ່າ​ຜ່ານຂົວ ບໍ່​ແມ່ນ​ບໍ​ຣິ​ສັດ​ຜູ້​ຮັບ​ເໝົາ. ດັ່ງ​ນັ້ນ, ເພື່ອ​ຄວາມ​ປອດ​ພັຍ ຈຶ່ງ​ຢາກ​ໃຫ້​ປັບ​ປຸງ​ຂົວ​ດັ່ງ​ກ່າວ ເປັນ​ຂົວ​ຊີ​ເມັນ ແລະ ຍົກ​ເລີ​ກ​ເກັບ​ຄ່າ​ບໍ​ຣິ​ການ​ສຳ​ລັບ​ຄົນ​ທີ່​ຍ່າງ​ຂ້າມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.