ນະຄອນຫຼວງມີຫຼາຍໜີ້: ປະຊາຊົນ ສົນໃຈ

ພູວົງສ໌
2018.12.13
f-vt ນະຄອນຫລວງວຽງຈັນ
RFA/LX

ປະຊາຊົນຊາວນະຄອນຫລວງວຽງຈັນ ຍັງມີຂໍ້ສົງໃສ ກ່ຽວກັບກໍຣະນີ ທີ່ອົງການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຕິດໜີ້ຄ່າກະແສໄຟຟ້າ ແລະ ຄ່າໃຊ້ຈ່າຍສາທາຣະນະຕ່າງໆ 500 ປາຍຕື້ກີບ ເຊິ່ງໃນນັ້ນມີຄ່າໄຟເຍືອງທາງປະມານ 40 ຕື້ກີບ. ດັ່ງປະຊາຊົນທ່ານນຶ່ງ ຢູ່ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ:

“ເຣື້ອງການສະສາງ ເຣື້ອງຄ່ານ້ຳ-ຄ່າໄຟນີ້ ຂອງຣັຖບານ ເພິ່ນກະມີງົບປະມານເດ້, ກະຄວນສະສາງລະບໍໃຫ້ຣັຖວິສາຫະກິຈ. ເຣື້ອງການ ໃຊ້ຈ່າຍ ຄ່ານ້ຳ-ຄ່າໄຟ ໃຫ້ຣັຖວິສາຫະກິຈນີ້ ມັນມີຢູ່ແລ້ວເດ້”.

ປະຊາຊົນຜູ້ນີ້ກ່າວອີກວ່າ ຍັງຂ້ອງໃຈວ່າ ຍ້ອນຫຍັງຈຶ່ງຕິດໜີ້ຄ່າໄຟຟ້າ ເປັນຈຳນວນຫຼວງຫຼາຍ ທັງທີ່ໃນແຕ່ລະປີ, ຣັຖບານລາວ ກໍໄດ້ ຈັດສັນງົບປະມານ ໃນການຊຳຣະໜີ້ ຢູ່ແລ້ວ ເປັນຕົ້ນ ຄ່ານ້ຳ-ຄ່າໄຟ. ປະຈຸບັນນະຄອນຫຼວງວຽງຈັນ ໄດ້ຕິດໜີ້ຄ່າໄຟຟ້າ ທັງໝົດ 42 ຕື້ກີບ, ໜີ້ນ້ຳປະປາ ສາທາຣະນະ 227 ຕື້ກີບ ແລະ ໜີ້ສາທາຣະນະອື່ນໆ ທັງໝົດ 266 ຕື້ກີບ.

ເຈົ້າໜ້າທີ່ຕາງໜ້າບໍຣິສັດຣັຖວິສາຫະກິຈໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ນັບແຕ່ປີ 2012 ເປັນຕົ້ນມາແລ້ວ ທີ່ຣັຖບານບໍ່ໄດ້ມາຈ່າຍຄ່າໄຟຟ້າ ຈົນກາຍເປັນໜີ້ສິນສະສົມ. ເຖິງຢ່າງໃດກໍ່ຕາມ, ຣັຖບານ ຄວນຈະເລັ່ງແກ້ໄຂ ຈ່າຍໜີ້ ຄ່າໄຟຟ້າໃຫ້ໝົດໂດຍໄວ ເພື່ອບໍ່ໃຫ້ໜີ້ສິນເພີ້ມຂຶ້ນຫຼາຍກວ່ານີ້. ດັ່ງທ່ານໄດ້ກ່າວວ່າ:

“ມີແຕ່ຄ່າໄຟຟ້າ ໃຫ້ເພິ່ນຊ່ອຍແຕ່ຄ່າໄຟຟ້າ ຄວາມສາມາດໃນການສ້ອມແປງ ປ່ຽນຖ່າຍບຳຣຸງຮັກສາ ແມ່ນເຮົາມີ, ຕ່າງແຕ່ວ່າເພິ່ນຊິ ຊ່ອຍໄດ້ສ່ຳໃດ ກະລໍຟັງນີ້ແຫຼະ."

ທ່ານ ສົມດີ ດວງດີ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງການເງິນ ໄດ້ຣາຍງານຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 06 ຂອງ ສະພາແຫ່ງຊາຕລາວ ຊຸດທີ 08 ໃນວັນທີ 12 ທັນວາ 2018 ນີ້ວ່າໜີ້ສິນໄຟຟ້າເຍືອງທາງ 42 ຕື້ກີບ ທີ່ຄ້າງຈ່າຍ ໃນໄລຍະຜ່ານມາ ຂໍໃຫ້ນະຄອນຫຼວງວຽງຈັນ ເປັນຜູ້ຮັບຜິດຊອບໃນການຈ່າຍ, ສ່ວນໜີ້ສິນອື່ນໆ ຈະນຳໄປພິຈາຣະນາ ກັບຣັຖບານຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.