ທາງດ່ວນລາວ-ໄອເຕັກ ຫາ ດົງໝາກຄາຍ

ພູວົງສ໌
2019.01.11
ຖນົນໃນເຂດ ບ້ານດົງໝາກຄາຍ ເມືອງໄຊທານີ
ນັກຂ່າວພົລເມືອງ/ຊຍ

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ໂຄງການກໍ່ສ້າງທາງດ່ວນຄູ່ຂນານ ແຕ່ສູນການຄ້າລາວ-ໄອເຕັກ ຫາດົງໝາກຄາຍ ຈະລົງມືກໍ່ສ້າງເມື່ອໃດ ຍ້ອນຂະບວນການຊົດເຊີຍ ຜູ້ທີ່ໄດ້ຮັບຜົລກະທົບຍັງຫຼ້າຊ້າຢູ່ ແລະມີຫຼາຍບ້ານ ແລະຫຼາຍຄອບຄົວ ຍັງບໍ່ໄດ້ຮັບຄ່າ ຊົດເຊີຍ.

ແຕ່ຕົກມາເຖິງກອງປະຊຸມ ສະພາປະຊາຊົນນະຄອນຫຼວງວຽງຈັນ ເມື່ອທ້າຍປີຜ່ານມາ ພາກສ່ວນກ່ຽວຂ້ອງໄດ້ຢືນຢັນວ່າ ໂຄງການດັ່ງກ່າວ ຈະຊົດເຊີຍຜູ້ທີ່ໄດ້ຮັບຜົລກະທົບສຳເຣັຈກ່ອນ, ເຊິ່ງຄາດວ່າຈະເຣີ້ມຈ່າຍ ໃນເດືອນກຸມພາ 2019 ທີ່ຈະມາເຖິງນີ້, ຈາກນັ້ນ ຈຶ່ງຈະລົງມືກໍ່ສ້າງ ຢ່າງເປັນທາງການຕາມພາຍຫຼັງ.

ຫຼ້າສຸດ, ຫ້ອງການປົກຄອງເມືອງໄຊເສດຖາ ອອກແຈ້ງການໃນວັນທີ 10 ມົກກະຣາ ເພື່ອແຈ້ງໃຫ້ເຈົ້າຂອງສິທນຳໃຊ້ທີ່ດິນ ທີ່ຖືກໂຄງການ ຈຳນວນ 12 ບ້ານ ໃຫ້ເຂົ້າມາໄກ່ເກັ່ຽກັບພາກສ່ວນກ່ຽວຂ້ອງ ເພື່ອຕົກລົງຄ່າຊົດເຊີຍ ໃຫ້ແລ້ວພາຍໃນເດືອນນີ້.

ກ່ຽວກັບເຣື້ອງຄ່າຊົດເຊີຍ ແກ່ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວ, ທ່ານ ປຣະຈິຕ ໄຊຍະວົງ, ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ກໍເຄີຍໃຫ້ຄວາມເຫັນໃນກອງປະຊຸມສະພາ ປະຊາຊົນນະຄອນຫຼວງວຽງຈັນ ສມັຍສາມັນເທື່ອທີ 5 ເມື່ອເດືອນ ກໍຣະກະດາ 2018 ທີ່ຜ່ານມາວ່າ ການກຳນົດຄ່າຊົດເຊີຍ ທີ່ຖືກນຳສເນີໃນສະພາປະຊາຊົນ ນະຄອນຫຼວງວຽງຈັນຮັບຮອງ ໃນເທື່ອນັ້ນ ຄົງເປັນເຣື້ອງຍາກ ທີ່ທຸກຄອບຄົວຈະເຫັນດີຮັບເອົາ. ດັ່ງທ່ານໄດ້ກ່າວໃນກອງປະຊຸມ ຕອນນຶ່ງວ່າ:

“ຄັນເຈາະຈົງໃສ່ຫົວໜ່ວຍຣາຄານີ້ ໃນຖານະທີ່ເປັນຜູ້ແທນປະຊາຊົນນີ້ ເປັນໂຕແທນຂອງປະຊາຊົນນີ້ ຊິໃຫ້ເຫັນດີຕາມໂຕນີ້ໂລດ ມັນກາ ເປັນໄປໄດ້ຍາກ ເພາະວ່າບໍ່ຮູ້ວ່າໃນຄອບຄົວທັງໝົດຫັ້ນ ທີ່ວ່າຖືກຜົລກະທົບຫັ້ນ ມັນມີຈັກຄອບຄົວ ທີ່ເຫັນດີໃນ ປະຈຸບັນ  ແລະ ມີຈັກ ຄອບຄົວ ທີ່ບໍ່ເຫັນດີໃນປະຈຸບັນ ລະແບບຂອງທາງດ່ວນນີ້ ມັນເປັນຄືແນວໃດ."

ເຖິງຢ່າງໃດກໍ່ຕາມ, ພາກສ່ວນກ່ຽວຂ້ອງ ບໍ່ໄດ້ມີການເປີດເຜີຍວ່າ ຫົວໜ່ວຍຣາຄາທີ່ຈະຊົດເຊີຍ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຜົລກະທົບ ທີ່ຈະ ເສັຽດິນເຮືອນ ແລະດິນປະເພດຕ່າງໆ ຕົກເປັນແມັດກະເຣລະເທົ່າໃດ ແລະ ປະຊາຊົນສ່ວນໃຫຍ່ເຫັນດີ ກັບຫົວໜ່ວຍ ຣາຄາທີ່ທາງການ ໄດ້ຮັບຮອງເອົາແລ້ວນັ້ນຫຼືບໍ່.

ໂຄງການກໍ່ສ້າງທາງດ່ວນຄູ່ຂນານແຕ່ສູນການຄ້າລາວ-ໄອເຕັກ ຫາ ດົງໝາກຄາຍ ສາຍນີ້ ຈະຕັດຜ່ານເຂດເມືອງໄຊທານີ 6 ບ້ານ ແລະ ເມືອງໄຊເສດຖາ 12 ບ້ານ ລວມມີ 159 ຫຼັງຄາເຮືອນທີ່ຈະຖືກຜົລກະທົບ ໃນເນື້ອທີ່ 242 ເຮັກຕ້າ, ເຊິ່ງໄດ້ມີການ ປະເມີນຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບຜົລກະທົບ ຕົກເປັນມູລຄ່າ 452 ຕື້ປາຍກີບ. ອີງຕາມບົດວິພາກໂຄງການ ທີ່ ໄດ້ຣາຍງານກ່ອນໜ້ານີ້, ໂຄງການດັ່ງກ່າວມີ ມູລຄ່າ ການກໍ່ສ້າງທັງໝົດປະມານ 200 ລ້ານໂດລ່າຣສຫະຣັຖ ແລະ ຄາດວ່າເມື່ອໄດ້ລົງມື ກໍ່ສ້າງຄັກແນ່ ໂຄງການຈະສຳເຣັຈໃນ ເດືອນກຸມພາ ປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.