ທາງຕານມີໄຊ ສາມແຍກ ສີເກີດ ຍັງບໍ່ແລ້ວ

ອຸ່ນແກ້ວ ສຸກສະຫວັນ
2019.02.04
F-Tanmixay ເສັ້ນທາງເຂດ ບ້ານຕານມີໄຊ ຫາ ບ້ານສີເກີດ ນະຄອນຫຼວງວຽງຈັນ ທີ່ມີໂຄງສອບແປງ ແຕ່ປີ 2016
RFA/AS

ມາຮອດໄລຍະນີ້ ລະດູຝົນຫາກໍ່ຜ່ານໄປ, ສະພາບເສັ້ນທາງຢູ່ປະເທດລາວ ຢູ່ນະຄອນຫຼວງວຽງຈັນ ກໍເລີ້ມເປັນຂີ້ຝຸ່ນ, ສ້າງຄວາມລຳບາກ ໃຫ້ແກ່ປະຊາຊົນ ຜູ້ທີ່ເດີນທາງໄປມາ ໂດຍສະເພາະ ເສັ້ນທາງ ແຕ່ຕານມີໄຊ ທີ່ຢູ່ໃກ້ກັບ ມະຫາວິທຍາໄລແຫ່ງຊາດ ໄປຫາ ສາມແຍກ ສີເກີດ.

ສະເພາະເສັ້ນທາງເຂດຕານມີໄຊ ໄປຫາ ສາມແຍກ ບ້ານສີເກີດ, ເລີ້ມສ້າງມາແຕ່ ເດືອນຕຸລາ 2016, ໂດຍແມ່ນບໍຣິສັດຕັງຈະເລີນເປັນຜູ້ ຮັບເໝົາກໍ່ສ້າງ ໃນມູນຄ່າ 45 ລ້ານ ໂດລາ ແລະ ການກໍ່ສ້າງໄດ້ຢຸດສະງັກ ມາແຕ່ປີ 2018 ທີ່ຜ່ານມາ ຍ້ອນວ່າ ບໍຣິສັດມີບັນຫາດ້ານ ການເງິນ.

ອີງຕາມການຣາຍງານຂອງໜັງສືພິມວຽງຈັນທາມສ ຂອງລາວ, ບໍຣິສັດຕັງຈະເລີນຈະໄດ້ໃຊ້ຈ່າຍເງິນກໍ່ສ້າງກ່ອນ, ຫລັງຈາກສ້າງແລ້ວ ຣັຖບານ ຈຶ່ງຈະຈ່າຍເງິນໃຫ້ ຊຶ່ງໄລຍະການຈ່າຍຊຳລະ ແມ່ນ 7 ປີ ໃນອັດຕຣາດອກເບັ້ຽ 3.5 ເປີເຊັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.