ຊາວບ້ານຈາກເຂື່ອນນໍ້າເທີນ 2 ຈະໄດ້ ໃບຕາດິນ

ສິດນີ
2019.03.07
F-Namtheun2 ອ່າງເຫັບນໍ້າ ເຂື່ອນນໍ້າເທີນ 2 ເວລາທີ່ປ່ອຍນໍ້າ ກໍໄຫຼໄປຖ້ວມພື້ນທີ່ ຂົງເຂດບໍຣິເວນ ລຸ່ມເຂື່ອນລົງໄປ
Tyler Chapman(Filed photo)

ປະຊາຊົນ 1,310 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນນ້່ຳເທີນສອງ, ທີ່ເມືອງນາກາຍ ແຂວງຄຳມ່ວນ ແລະຖືກໂຍກຍ້າຍ ໄປຢູ່ ບ້ານຈັດສັນ ຈະໄດ້ຮັບໃບຕາດິນຂອບຄຳ ພາຍໃນປີນີ້ ຫລັງຈາກທີ່ລໍຖ້າມາເປັນເວລາ 10 ປີ. ດັ່ງເຈົ້າຫນ້າທີ່ທ້ອງຖິ່ນ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນວັນທີ 6 ມິນາ ນີ້ວ່າ:

“ໃບຕາດິນນີ້, ຫ້ອງການຊັບເພິ່ນມາເວົ້າ, ມາເກັບຂໍ້ມູນໃຫມ່ ແລະ ຖາມຊື່ດຽວນີ້ ຖາມຊື່ເວົ້າວ່າ ສິອອກຫນັງສີ ອະພິສິດມາໃຫ້ເລີຍ ເພິ່ນເວົ້າວ່າ, ເອກສານຂອບຄຳຫັ້ນ, ເພິ່ນຈະເອົາອອກມາໃຫ້, ເພິ່ນເວົ້າແນວນັ້ນ ສິໄດ້ໄວໆນີ້ແຫລະ.”

ທ່ານວ່າປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນນ້ຳເທີນສອງຈຳນວນດັ່ງກ່າວມີຢູ່ 10 ບ້ານ ຖືກໂຍກຍ້າຍມາຢູ່ບ້ານຈັດສັນ ແຕ່ປີ 2008, ເທົ່າເຖິງປັດຈຸບັນ ຍັງບໍ່ມີສິດຊື້ຂາຍທີີ່ດິນຂອງຕົນ ຍ້ອນທາງການມີແຕ່ອອກໃບຕາດິນ ຊົ່ວຄາວໃຫ້ ບໍ່ແມ່ນໃບຕາດິນຖາວອນ. ດັ່ງຊາວບ້ານຜູ້ໄດ້ຮັບຜົລກະທົບ ທ່ານນຶ່ງເວົ້າວ່າ:

"ເປັນຫນັງສືຊົ່ວຄາວທ່ານເອີ່ຍ, ໄທເຮົາກໍໄດ້ແຕ່ແບບສຳເນົາ, ດຽວນີ້ຫັ້ນປະຊາຊົນເຂົາເຈົ້າ ກໍຢາກໄດ້ແນວຫັ້ນແຫລ້ວ, ດຽວນີ້ເນາະ ຢາກຄອງຊິບ ເພາະວ່າຢາກໄປຈຳເປັນຫຍັງສຳເນົາແລ້ວເພິ່ນບໍ່ເອົານະ ເພາະປະຊາຊົນ ກໍມີຄວາມຈຳເປັນຫຍຸ້ງຍາກ ຫລາຍ.”

ປະຊາຊົນທ່ານນີ້ເວົ້າຕື່ມວ່າ, ເຖິງແມ່ນວ່າຊາວບ້ານ ຈະໄດ້ໃບຕາດິນຖາວອນໃນໄວໆນີ້ກໍຕາມ, ແຕ່ຊາວບ້ານຍັງຕ້ອງການ ການຊ່ອຍເຫຼືອ ອື່ນໆອີກ, ເປັນຕົ້ນວຽກເຮັດງານທຳ ແລະການສ້າງຣາຍໄດ້ ໃຫ້ແກ່ຄອບຄົວ ຂອງພວກຂະເຈົ້າ ຍ້ອນວ່າ ການຫາປາ ກໍບໍ່ກຸ້ມຢູ່ກຸ້ມກິນແລ້ວ ໃນທຸກມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.