ຂ.ຜົ້ງສາລີຫຼາຍບ້ານຍັງ ທຸກຍາກ

ໄມຊູລີ
2018.12.04
f-villagers ໝູ່ບ້ານລາວ ໃນເຂດຊົນນະບົດ ໃກ້ປ່າໃກ້ພູ
RFA

ແຂວງຜົ້ງສາລີ ຍັງມີບ້ານທີ່ທຸກຍາກ ເຖິງ 70 ສ່ວນຮ້ອຍຂອງບ້ານທັງໝົດ, ປະຊາຊົນ ສ່ວນຫລາຍຍັງທຸກຍາກ ເພາະວ່າປະຊາຊົນ 90 ສ່ວນຮ້ອຍ ທີ່ອາໃສຢູ່ໃນເຂດພູດອຍ ມີອາຊີບເຮັດໄຮ່ ແບບເລື່ອນລອຍ. ການຄົມມະນາຄົມພາຍໃນແຂວງ ແລະ ເມືອງຍັງຫ້ຍຸງຍາກ ລໍາບາກ ບໍ່ທັນເຂັ້ມແຂງພໍ. ດັ່ງເຈົ້າໜ້າທີ່ ແຂວງຜົ້ງສາລີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ່ 16 ພຶສຈິກາ ຜ່ານມາວ່າ:

“ຢູ່ໃນຜົ້ງສາລີຂອງພວກເຮົານີ້ ອັດຕຣາຄວາມທຸກຍາກ ຍັງມີ ມີສູງ ຢູ່ຣະດັບບ້ານຍັງ 70 ສ່ວນຮ້ອຍເຂດຊົນນະບົດ ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ ມັນເປັນແນວນີ້; ອັນທີນຶ່ງ ແຂວງເຮົາ ມັນຕັ້ງຢູ່ເຂດພູດອຍ ຄ້ອຍຊັນ ຫຍຸ້ງຍາກ ໃນການພັທນາ ການຄົມມະນາຄົມ.

ອັນທີສອງ ແມ່ນຄວາມສາມາດນໍາພາ ຂອງພະນັກງານນໍາພາ ແລະພະນັກງານຄຸ້ມຄອງ ແລະພະນັກງານວິຊາການ ທີ່ນໍາພາປະຊັຊົນ ເຮັດຕົວຈິງ ໃນການປູກ ການລ້ຽງ ຍັງບໍ່ທັນສູງ ເປັນຕົ້ນ ແມ່ນເສັ້ນທາງ ຣະບົບໄຟຟ້າ ຣະບົບນໍ້າ ຮັບໃຊ້ ການຜລິດ ນໍ້າກິນ ນໍ້າໃຊ້ ຍັງຫຍຸ້ງຍາກ ທາງດ້ານທຶນຮອນ ຍັງຈໍາກັດ.”

ທ່ານກ່າວຕື່ມວ່າ ແຂວງຜົ້ງສາລີ ມີຫລາຍຊົນເຜົ່າ ຫລາຍພາສາ ແລະຮິດຄອງປະເພນີ ທີ່ແຕກຕ່າງກັນ ປະຊາຊົນສ່ວນຫລາຍ ຍັງບໍ່ຮູ້ ໜັງສື. ນອກຈາກນັ້ນ ແຂວງຜົ້ງສາລີ ຍັງເປັນແຂວງນຶ່ງ ທີ່ຍັງຂາດການພັທນາ ໃນຫລາຍດ້ານ ເປັນຕົນ: ພຶ້ນຖານ ໂຄງຮ່າງ ບໍ່ວ່າ ຈະເປັນເສັ້ນທາງ, ນໍ້າກິນ, ນໍ້າໃຊ້, ໄຟຟ້າ, ແລະ ການສື່ສານ.

ແຂວງຜົ້ງສາລີ ໄດ້ຍ້າຍເທສບານ ແຂວງມາຕັ້ງຢູ່ ເມືອງບຸນເໜືອ ໃນຣະຍະ 4 ປີ ຜ່ານມາ ເຮັດໃຫ້ ມີຄວາມຕ້ອງການ ທຶນຮອນ ທີ່ຈະພັທນາ ຢ່າງຫລວງຫລາຍ ເພື່ອເຮັດໃຫ້ແຂວງສາມາດ ຫລຸດພົ້ນ ຈາກຄວາມທຸກຍາກ ໄດ້ເທື່ອລະກ້າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.