ຮອດປີ 2020 ສປປລາວ ຍັງຈະ ດ້ອຍພັທນາ

ໄຊຍາ
2018.06.12
F-thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວວ່າ ສປປລາວ ຈະບໍ່ສາມາດຫຼຸດພົ້ນຈາກການເປັນ ປະເທດດ້ອຍພັທນາໄດ້ ຕາມເປົ້າໝາຍ ໃນປີ 2020. ແລະເມື່ອວັນທີ 11 ມິຖຸນາ 2018 ໃນກອງປະຊຸມ ສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ທ່ານນາຍົກ ກ່າວຊັດເຈນວ່າ ຂແນງ ພາສີ-ອາກອນ ຕ້ອງໄດ້ປະຕິຮູບ ຄືນໃໝ່...
Screen captured : ເສຖກິດ-ການຄ້າ https://imglp.com/2018/06/660-1.jpg

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວຮັບວ່າ ສປປລາວ ຈະບໍ່ສາມາດຫຼຸດພົ້ນຈາກ ປະເທດດ້ອຍພັທນາໄດ້ ຕາມເປົ້າໝາຍ ໃນປີ 2020 ເນື່ອງຈາກການພັທນາປະເທດ ເປັນຕົ້ນທາງເສຖກິດ ຍັງບໍ່ໄດ້ຕາມມາຕຖານ ທີ່ອົງການສະຫະປະຊາຊາດ ກໍານົດໄວ້.

ປະຊາຊົນລາວທ່ານນຶ່ງໃຫ້ຄວາມເຫັນວ່າ ບັນຫາເສຖກິດ ແກ້ໄຂໄດ້ຍາກ ເພາະລາວບໍ່ມີໂຮງງານ ໃນປະເທດ ເຮັດໃຫ້ປະຊາຊົນ ບໍ່ມີ ຣາຍໄດ້ ແລະ ປະເທດພັທນາບໍ່ໄດ້ ມີການສໍ້ຣາສບັງຫຼວງ ຫຼາຍ:

"ເວົ້າເຣື່ອງເສຖກິດ ຊຸມເຮົາບໍ່ມີໂຮງຈັກໂຮງງານ ອັນສອງ ເວົ້າເຣື່ອງຊັພຍາກອນທັມຊາດ ມັນບໍ່ຫລາຍ ອັນສາມ ລະມັນໄກຈາກ ທະເລ ບ້ານເຮົານໍ໊ ມັນອາຈບໍ່ໄດ້ເວົ້າເສຖກິດ ລະມັນເວົ້າເຣື່ອງ corruption ຍັງຫລາຍບ້ານເຮົາ ກໍມັນສິບໍ່ໄດ້ນໍາຕົວນີ້ລະ ສ່ວນຫຼາຍ ຕົວພັທນາ ບໍ່ໄດ້ແທ້ໆ ມັນການພັທນາຄົນນີ້ແຫລະ ມັນເວົ້າເຣື່ອງການປູກຝັງ ແນວຄິດຂອງຄົນ ມັນບໍ່ໄດ້ ມັນ corruption ຫລາຍມັນໃຊ້ເຊື້ອສາຍ ພີ່ນ້ອງປ້ອງປາຍ ຫລາຍຫັ້ນນະ."

ແລະປະຊາຊົນອີກຜູ້ນຶ່ງ ກໍເວົ້າວ່າ ພາຍໃນປະເທດ ບໍ່ມີວຽກເຮັດງານທໍາ ໄດ້ເງິນເດືອນບໍ່ພຽງພໍ ກັບຄ່າຄອງຊີບ:

"ເປັນແຂວງນ້ອຍ ລະແຫ່ງບໍ່ມີເລີຍ ຕ້ອງໄດ້ຂັ້ນເມືອງໃຫຍ່ບໍ່ ເປັນນະຄອນຫລວງວຽງຈັນ ມັນນ່າຈະມີແຕ່ໃນໂຮງງານ ເງິນເດືອນ 9 ແສນ ບາດດຽວນີ້ຣັຖບານ ເພິ່ນຕັ້ງອອກມາລ້ານເອັດ ກໍບໍ່ຮູ້ວ່າບາງໂຮງງານ ປະຕິບັດບໍ່ ແຕ່ວ່າບາງບ່ອນ ຍັງບໍ່ມີບ່ອນໃດ ປະຕິບັດເລີິຍ ຍັງ 8 ແສນ 9 ແສນ ຄືເກົ່າ ຄິດເບິ່ງ 9 ແສນ ຄ່າໃຊ້ຈ່າຍນີ້ ນ່າຈະຢູ່ບໍ່ຮອດເລີຍ."

ເວົ້າເຣື່ອງ ສປປລາວ ຈະບໍ່ຫລຸດພົ້ນຈາກການເປັນປະເທດດ້ອຍພັທນາ ເຈົ້າໜ້າທີ່ລາວ ອີກທ່ານນຶ່ງເວົ້າວ່າ ເຖິງບໍ່ໄດ້ໃນປີ 2020 ຣັຖບານ ລາວ ຈະພຍາຍາມຈັດຕັ້ງ ປະຕິບັດ ໃຫ້ໄດ້ພາຍໃນ 3-4 ປີຕໍ່ໄປ ອາດຊັກຊ້າແດ່ ຍ້ອນວ່າຕ້ອງປະຕິບັດ ຕາມຂັ້ນຕອນ:

"ຄ່ອຍເຮັດໄປພັທນາໄປ ຫັ້ນແລ້ວ ຫລຸດພົ້ນມັນກໍຕ້ອງອັນນີ້ ກໍຂຶ້ນກັບການກວດກາຂອງແຕ່ລະ ຂັ້ນເນາະມັນກໍມີຂັ້ນເມືອງ ຂັ້ນແຂວງ ຂັ້ນນະຄອນຫລວງ ພຸ້ນແລ້ວເນາະ ອັນນີ້ກໍບໍ່ສາມາດ ຕອບໃຫ້ໄດ້ເນາະ ເພິ່ນກໍເຮັດກວດກາ ຕາມຂັ້ນກ່ອນເນາະ."

ຕາມມາຕຖານ 3 ຂໍ້ທີ່ລາວຕ້ອງບັນລຸ ເພື່ອໃຫ້ຫຼຸດພົ້ນຈາກປະເທດດ້ອຍພັທນາ ຊຶ່ງມາເຖິງປັດຈຸບັນ ສາມາດປະຕິບັດໄດ້ 2 ຂໍ້ແລ້ວນັ້ນຄື;

1. ຣາຍໄດ້ແຫ່ງຊາດ ຫລື GNI ຊຶ່ງສະຫະປະຊາຊາດ ອອກໄວ້ທີ່ 1,230 ໂດລາຕໍ່ຄົນຕໍ່ປີ ສປປລາວບັນລຸ 1,996 ໂດລາ ສະຫະຣັຖ ຕໍ່ຄົນຕໍ່ປີ.

2. ດັຊນີ ຊັບສິນມະນຸດ ຫລື SAI ໂດຍຕາມມາຕຖານ ຕ້ອງສູງກວ່າ 66. ລາວ ຢູ່ທີ່ 72.8 ແຕ່ເງື່ອນໄຂ

3. ລາວ ຍັງບໍ່ສາມາດປະຕິບັດໄດ້ຄື ດັຊນີຄວາມບອບບາງ ຂອງເສຖກິດ ຫຼື EVI ຕາມມາຕຖານຕ້ອງຫລຸດ 32 ໃນຂນະທີ່ ສປປລາວ ຕົວຈິງ ປະຕິບັດໄດ້ 33. 7 ເຮັດໃຫ້ບໍ່ສາມາດບັນລຸ ເງື່ອນໄຂຂໍ້ນີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.