ຢາງພາຣາບໍ່ໃຫ້ປູກ ໃສ່ດິນ ຂອງຣັດ

ອຸ່ນແກ້ວ ສຸກສະຫວັນ
2018.12.11
f-rubber ສວນຢາງພາລາ ຢູ່ພາກເໜືອ ຂອງລາວ
RFA/VD

ກະຊວງກະສິກັມແລະປ່າໄມ້ ໄດ້ອອກຄຳສັ່ງແນະນຳກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 09/ນຍ, ລົງວັນທີ 2 ກໍຣະກະດາ 2018 ວ່າດ້ວຍການເພີ້ມທະວີ ການຄຸ້ມຄອງ ການນຳໃຊ້ເນື້ອທີ່ດິນ ເພື່ອສຳປະທານປູກໄມ້ອຸດສະຫະກັມ ແລະພືດຕ່າງໆ ໃນທົ່ວປະເທດ.

ເນື້ອໃນຂອງຄຳສັ່ງ ທີ່ແນະນຳດັ່ງກ່າວ ໄດ້ອະນຸຍາດໃຫ້ມີການສົ່ງເສີມປູກໄມ້ ອຸດສາຫະກັມຕ່າງໆ, ແຕ່ຣັຖບານບໍ່ອະນຸຍາດ ໃຫ້ເອົາທີ່ດິນ ຂອງຣັຖ ໃຫ້ນັກລົງທຶນ ສຳປະທານປູກຢາງພາຣາ. ເຈົ້າໜ້າທີ່ກະຊວງກະສິກັມແລະປ່າໄມ້ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ:

"ເລກທີຕົວ 09 ເພີ້ມກໍໃຫ້ສຳປະທານແລ້ວ ເປັນໄມ້ປະເພດໄມ້ພືດອຸດສາຫະກັມຫັ້ນແຫລະ ທີ່ບໍ່ໄດ້ຫັ້ນ ມັນພວກຢາງພາຣາ ມີແຕ່ ຢາງພາຣາຫັ້ນ ເພິ່ນມີຄຳສັ່ງແບບບໍ່ຢາກໃຫ້ຂຍາຍ ນອກຈາກນັ້ນ ກໍບໍ່ມີບັນຫາ ໄມ້ຕ່າງໆຫັ້ນ ໄມ້ພະຍຸງບໍ່ ໄມ້ດູ່ພວກນີ້ ກໍບໍ່ມີບັນຫາ."

ອີງຕາມຂໍ້ມູນຈາກກະຊວງຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ, ນັບແຕ່ຊຸມປີ 1990-2012 ຣັຖບານໄດ້ໃຫ້ສຳປະທານ ເນື້ອທີ່ດິນ ປູກຢາງພາຣາ ແກ່ນັກລົງທຶນ ຕ່າງປະເທດປະມານ 300 ພັນເຮັກຕາ. ບັນຫາດັ່ງກ່າວເກີດຂຶ້ນກໍຄື ມີການຍາດແຍ່ງ ທີ່ດິນທຳກິນ ຂອງ ປະຊາຊົນ ຢູ່ເຂດຊົນນະບົດ ເຮັດໃຫ້ປະຊາຊົນ ອັປໂຍດ. ປະຊາຊົນທ່ານນຶ່ງ ທີ່ໄດ້ຮັບຜົນກະທົບຈາກການສຳປະທານປູກຢາງພາຣາ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

"ນະໂຍບາຍ ພັກຣັຖ ຫັ້ນນ່າ ແນວໃດ ມັນນະໂຍບາຍ ນຶ່ງຄືເພິ່ນເວົ້າວ່າ ແຂວງຫົວໜ່ວຍຍຸທສາດ ເມືອງນີ້ ຫົວໜ່ວຍເຂັ້ມແຂງຮອບດ້ານ ບ້ານຫົວໜ່ວຍພັທນາ ເປັນຫຍັງບ້ານເຮົາປະຊາຊົນ ມັນອາໃສກັບດິນບໍ່ມີນີ້ ເມືອງມັນຊິເອົາຫຍັງມາພັທນາ ເງິນກະບໍ່ໃຫ້ສູ່ມື້ນີ້ ກິຈກັມ ມາແກ້ໃຫ້ຊາວບ້ານ ກະບໍ່ໃຫ້ ແນວໃດ ຊິພັທນາໃຫ້ຊາວບ້ານ."

ເມື່ອເວົ້າເຖິງການປູກຢາງພາຣາ ສະຖານວິໃຈກະສິກັມແລະປ່າໄມ້ ແຫ່ງຊາດຫລືນາຟຣີ (NAFRI) ໄດ້ເຮັດບົດວິໃຈກ່ຽວກັບ ການປູກ ຢາງພາຣາ ໂດຍໃຫ້ຫົວຂໍ້ວ່າ "ຄິດໃຫ້ດີ ແລ້ວຈຶ່ງປູກ".

ນັກວິໃຈໄດ້ຄົ້ນຄວ້າ ເຖິງຜົນໄດ້ຜົນເສັຽ ຂອງການປູກຢາງພາຣາ ເພື່ອໃຫ້ປະຊາຊົນ ຜູ້ທີ່ຈະປູກຢາງພາຣາ ແລະຣັຖບານ ທີ່ຈະເອົາດິນ ໃຫ້ນັກລົງທຶນ ສຳປະທານປູກຢາງພາຣາ ໄດ້ເຂົ້າໃຈເຖິງຜົນໄດ້ ແລະຜົນເສັຽຈາກ ການປູກຢາງພາຣາ.

ຜົນໄດ້ຈາກ ການປູກຢາງພາຣາ ແມ່ນ:

ອາຍືນໃຫ້ຜົນຜລິດໄດ້ຫຼາຍປີ. ບໍ່ຕ່ຳກວ່າ 30 ປີ ແລະ ເປັນພືດເສຖກິດ ທີ່ຂາຍໄດ້ລາຄາ.

ຜົນເສັຽຈາກການປູກຢາງພາຣາ ແມ່ນ:

ໃຊ້ຕົ້ນທຶນໃນການຜລິດສູງ ແລະໃຊ້ເວລາ 7 ປີ ຈຶ່ງສາມາດໃຫ້ຜົນຜລິດໄດ້ ແລະ ຄາລາຢາງບໍ່ແນ່ນອນ ຂຶ້ນກັບຕລາດໂລກ ບາງຄັ້ງ ລາຄາຢາງ ກໍຕົກຕ່ຳ ແລະ ຊາວສວນມີຄວາມສ່ຽງທີ່ຈະຂາດທຶນ.

ສິ່ງທີ່ນັກວິໃຈໄດ້ເວົ້າມານັ້ນ ກໍສາມາດພິສູດໄດ້ ໃນປັດຈຸບັນນີ້ ໂດຍສະເພາະ ເລື້ອງລາຄາຢາງ ທີ່ຕົກຕ່ຳ ຊຶ່ງສົ່ງຜົນກະທົບ ຕໍ່ຊາວສວນ ທີ່ປູກຢາງພາຣາ ຢູ່ປະເທດລາວເກືອບທັງໝົດ.

ລາຄາຢາງພາຣາ ໃນປີ 2008 ສູງປະມານ 19 ພັນກີບ ຕໍ່ ນຶ່ງກິໂລກຼັມ, ແຕ່ລາຄາຢາງເລີ່ມຕົກຕ່ຳລົງເລື້ອຍໆ ໃນຕົ້ນປີ 2014 ລາຄາຢູ່ປະເທດລາວ ປະມານ 8 ພັນກີບ ແລະ ຍັງຕົກລົງເລື້ອຍໆ ຈົນມາເຖິງປັດຈຸບັນ ຄາຣາເຫລືອພຽງແຕ່ 3,500 ກີບ ຕໍ່ ນຶ່ງກິໂລກຼັມ. ອີງຕາມຂໍ້ມູນ ຈາກເຈົ້າຂອງສວນຢາງພາຣາ ຢູ່ພາກເໜືອຂອງປະເທດລາວ.

ນອກຈາກນີ້ ຊາວສວນທີ່ປູກຢາງພາຣາ ຢູ່ແຂວງເຊກອງ ພາກໃຕ້ຂອງປະເທດລາວ ກໍປະສົບກັບບັນຫາລາຄາຢາງຕົກຕ່ຳ ເຊັ່ນດຽວກັນ ແລະ ຊາວສວນຈຳນວນນຶ່ງ ຕ້ອງຍອມ ຕັດຕົ້ນຢາງພາຣາຖິ້ມ ແລ້ວປູກພືດຊນິດອື່ນທົດແທນ ຍ້ອນວ່າເຂົາເຈົ້າ ຂາດທຶນ. ອີງຕາມແຫລ່ງຂ່າວຈາກແຂວງເຊກອງ.

ແລະ ນອກຈາກນີ້ ຊາວສວນຢາງຢູ່ແຂວງຫລວງນ້ຳທາ ຈຳນວນນຶ່ງ ກໍຕັດສິນໃຈຕັດຕົ້ນຢາງພາຣາ ຖິ້ມ ແລະ ປູກພືດຊນິດອື່ນທົດແທນ; ບັນຫາທີ່ເກີດຂຶ້ນອີກຢ່າງນຶ່ງ ກໍຄື ເນື້ອທີ່ດິນຈຳນວນນຶ່ງ ທີ່ຣັຖໃຫ້ສຳປະທານແກ່ນັກລົງທຶນ ເປັນເນື້ອທີ່ດິນທຳກິນ ຂອງປະຊາຊົນ ເຮັດໃຫ້ປະຊາຊົນ ເດືອດຮ້ອນ ບໍ່ມີທີ່ດິນທຳກິນ ຈົນກໍ່ໃຫ້ເກີດຂໍ້ຂັດແຍ່ງທີ່ດິນ ຕາມມາ.

ເປັນຕົ້ນຂໍ້ຂັດແຍ່ງທີ່ດິນເກີດຂຶ້ນຢູ່ແຂວງອັດຕະປື, ແຂວງເຊກອງ, ສາລະວັນ ແລະແຂວງຈຳປາສັກ ຊຶ່ງເປັນແຂວງຢູ່ພາກໃຕ້ ຂອງປະເທດລາວ ທີ່ມີການປູກຢາງພາຣາ ເປັນຈຳນວນຫລາຍ.

ຜົນກະທົບທີ່ເກີດຂຶ້ນກັບປະຊາຊົນ ອີກຢ່າງນຶ່ງກໍຄື ປະຊາຊົນຕ້ອງຖືກຍົກຍ້າຍບ້ານເຮືອນໄປຢູ່ພື້ນທີ່ອື່ນ ແລະເປັນແຮງງານທີ່ເຮັດວຽກຢູ່ ສວນຢາງພາຣາ ຊຶ່ງໃນເບື້ອງຕົ້ນບໍຣິສັດວຽດນາມ ທີ່ໄດ້ຮັບການສຳປະທານ ຈະຮັບເອົາຊາວບ້ານ ເຂົ້າເຮັດວຽກນຳ ແຕ່ເມື່ອເຮັດໄປແລ້ວ ກໍປົດຄົນງານລາວອອກ ແລ້ວ ເອົາກຳມະກອນວຽດນາມ ເຂົ້າມາເຮັດວຽກແທນ ເຊັ່ນຕົວຢ່າງຢູ່ແຂວງ ອັດຕະປື ແລະ ແຂວງຈຳປາສັກ.

ຕໍ່ມາໃນປີ 2012 ຣັຖບານລາວຈຶ່ງອອກຄຳສັ່ງເລກທີ 13 ລົງວັນທີ 11 ເດືອນ ມິຖຸນາ ວ່າດ້ວຍການສັ່ງໂຈະການໃຫ້ສຳປະທານທີ່ດິນ ເພື່ອປູກຢາງພາຣາ ແລະ ໃຫ້ມີຜົນບັງຄັບໃຊ້ ນັບແຕ່ມື້ນັ້ນເປັນຕົ້ນມາ.

ຜູ້ຊ່ຽວຊານໃຫ້ທັສນະວ່າ ການປູກຢາງພາຣາ ຢູ່ປະເທດລາວ ໝາຍເຖິງວ່າ ເປັນພືດຊນິດດຽວ ຄວາມສ່ຽງມີຫລາຍ ແລະໂອກາດທີ່ຈະຖືກບີບລາຄາ ກໍມີຫລາຍ ເນື່ອງຈາກວ່າ ສ່ວນຫລາຍແລ້ວ ແມ່ນສົ່ງໄປຂາຍຢູ່ປະເທດຈີນ ເທົ່ານັ້ນ.

ປັດຈຸບັນ ຣັຖບານຈີນ ໄດ້ຈຳກັດໂຄຕາ ການຮັບຊື້ຢາງພາຣາ ຈາກປະເທດລາວ ຍ້ອນວ່າ ຣັຖບານຈີນ ຕ້ອງການປົກປ້ອງ ຜູ້ທີ່ປູກຢາງພາຣາ ຢູ່ໃນປະເທດຈີນ. ອີງຕາມຂໍ້ມູນຈາກໜັງສືພິມວຽງຈັນທາມສ ຂອງລາວ ສະບັບວັນທີ 21 ຕຸລາ 2014 ທີ່ຜ່ານມາ.

ນັ້ນໝາຍຄວາມວ່າ ຣັບຖານບານຈີນ ບໍ່ຕ້ອງການໃຫ້ມີການຊື້ຢາງພາຣາ ຈາກປະເທດລາວຫລາຍ ເພາະເຂົາເຈົ້າຢ້ານວ່າ ມັນຈະເປັນຍາດແຍ່ງ ຕລາດແລະສົ່ງຜົນກະທົບໂດຍກົງຕໍ່ຊາວສວນຢາງຂອງຈີນ.

ສະນັ້ນ ມັນຈຶ່ງສົ່ງຜົນມາເຖິງຊາວສວນຢາງພາຣາ ຢູ່ລາວ ໃນປັດຈຸບັນ ທີ່ມີບັນຫາເລື້ອງລາຄາຕົກຕ່ຳ ຊຶ່ງຣັຖບານ ກໍບໍ່ສາມາດແກ້ໄຂໄດ້ໃນປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.