ຂ.ໄຊສົມບຸນ ຂາດແຄນ ເຂົ້າສານ

ໄມຊູລີ
2018.05.21
F-nam-out ຝຸງໝູ່ປາຕາຍ ໄຫຼມານໍານໍ້າຂີ້ຕົມ
Courtesy tholakhong

ປະຊາຊົນຈໍານວນ 60 ຄອບຄົວ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ທີ່ກໍາລັງລໍຖ້າການຊົດເຊີຍ ຈາກທາງການ ຍ້ອນເຂື່ອນນໍ້າເອົ້າແຕກ ນັ້ນກໍາລັງປະສົບບັນຫາ ຂາດແຄນເຂົ້າກິນ ເພາະບໍ່ສາມາດ ປູກເຂົ້າໄດ້ຕາມປົກຕິ ເຖີງແມ່ທາງ ບໍຣິສັດມີແຜນ ຈະມອບເຂົ້າ ແລະນໍ້າໃຫ້ ປະຊາຊົນ ທີ່ໄດ້ຮັບຄວາມເດຶອດຮ້ອນ ຢ່າງໄວກໍຕາມ. ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງທ່າທົມ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:

“ເຂົ້າເຂົາບໍ່ມີກິນແລ້ວ ໜັກຫລາຍ ເຂົາຍັງບໍ່ໄດ້ຈັກເມັດ ໂຕຜູ້ເສັຍເຄິ່ງນື່ງເສັຍ 70 ເປີເຊັນ ຫັ້ນຍັງບໍໄດ້ ຍັງບໍ່ໄດ້ໝົດຫັ້ນແຫລະ ເຣື້ອງເຂົ້າເຣື້ອງນໍ້າ.”

ທ່ານກ່າວວ່າກ່ຽວກັບບັນຫານີ້ ທາງບໍຣິສັດບໍ່ທອງ Inter Group ກໍຕິດຕໍ່ກັບຫ້ອງການປົກຄອງເມືອງທ່າໂທມເລື່ອຍໆ ແຕ່ກໍບໍ່ໄດ້ບອກວ່າ ເມື່ອໃດຈະຊົດເຊີຍ ແກ່ປະຊາຊົນ ໃນຂນະມີ່ປະຊາຊົນ ໄດ້ຮ້ອງຮຽນທຸກມື້ ໃຫ້ທາງການເລັ່ງລັດ ແກ້ໄຂບັນຫາ ດັ່ງກ່າວ ໂດຍໄວ.

ເມື່ອປີ 2017 ທາງບໍຣິສັດ ໄດ້ໃຫ້ການຊົດເຊີຍແກ່ 60 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນນໍ້າເອົ້າແຕກແລ້ວ 35 ຄອບຄົວ, ຍັງເຫຼືອ ອີກ 60 ຄອບຄົວ ທີ່ຍັງບໍ່ທັນໄດ້ຮັບ ການຊົດເຊີຍ. ສ່ວນເນື້ອທີ່ປູກຝັງ ຂອງປະຊາຊົນ ທີ່ເສັຍຫາຍທັງໝົດ ໄດ້ຖືກຟຶ້ນຟູ ຮຽບຮ້ອຍແລ້ວ ແຕ່ຫລາຍບ່ອນ ຍັງປູກເຂົ້າບໍ່ໄດ້.

ຕາມບົດບັນທຶກ ຣະຫວ່າງ ແຂວງຊຽງຂວາງ ແລະແຂວງໄຊສົມບູນ ກັບບໍຣິສັດ ເຈົ້າຂອງເຂື່ອນນໍ້າເອົ້ານັ້ນ ທາງ ບໍຣິສັດ ຈະສາມາດສ້າງ ເຂື່ອນນໍ້າເອົ້າ ຄືນໃໝ່ໄດ້ ກໍຕໍ່ເມື່ອຈ່າຍຄ່າເສັຍຫາຍ ໃຫ້ແກ່ປະຊາຊົນ ທຸກຄອບຄົວທີ່ໄດ້ຮັບ ຜົນກະທົບນັ້ນເສັຍກ່ອນ.

ແຕ່ມີຣາຍງານວ່າ ປັຈຈຸບັນບໍຣິສັດບໍ່ທອງ Inter Group ກໍາລັງສ້າງເຂື່ອນນໍ້າເອົ້າ ອີກເທື່ອນຶ່ງ ໂດຍອອກແບບການກໍ່ສ້າງໃໝ່ໝົດ, ສ່ວນ ບໍຣິເວນເຂື່ອນທີ່ເປ່ເພ ເມື່ອປີກາຍນັ້ນ ທາງບໍຣິສັດ ບໍ່ໄດ້ສ້ອມແປງ ຄືນໃໝ່ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.