ຄົນລາວຍັງໄປເຮັດວຽກ ຢູ່ໄທ ບໍ່ມີ ອະນຸຍາດ

ໄຊຍາ
2019.08.22
f-workers ຄົນງານລາວ ໃນແຂວງ ພາກໃຕ້ ທີ່ຂ້າມໄປມາ ຣະຫວ່າງ ຊາຍແດນ ລາວ-ໄທ ເພື່ອປະກອບອາຊີພ ທໍາມາຫາກິນ
RFA

ປັດຈຸບັນຍັງມີແຮງງານລາວ ຈຳນວນຫຼາຍ ທີ່ຂ້າມໄປເຮັດວຽກຢູ່ໄທ ແບບຜິດກົດໝາຍ ບໍ່ຜ່ານຣະບົບ MOU ທັງທີ່ຮູ່ວ່າຜິດກົດໝາຍ, ແຕ່ ກໍຈຳເປັນຕ້ອງໄດ້ເຮັດ ເນື່ອງຈາກຖານະທຸກຍາກຫຼາຍ. ດັ່ງ ແຮງງານຍິງ ຈາກແຂວງວຽງຈັນ ອາຍຸ 22 ປີ ທີ່ໄປເຮັດວຽກ ໃນຮ້ານອາຫານ ແຫ່ງນຶ່ງ ທີ່ບາງກອກຕາມການຊັກຊວນ ຂອງໝູ່ໄດ້ກ່າວຕໍ່ RFA ໃນວັນທີ 22 ສິງຫາ ວ່າ:

"ໝູ່ແນະນຳໂທຫາໝູ່ຢູ່ຮ້ານນີ້ແຫຼະ ແລ້ວກໍມາຢູ່ນຳເຂົາເຈົ້າ ເດືອນ 9 ກໍກັບແລ້ວ ກໍມີແຕ່ຫາເງິນໄດ້ກໍ່ສົ່ງໃຫ້ທາງບ້ານແດ່ ເພາະວ່າທາງບ້ານ ກໍລຳບາກຢູ່ຫັ້ນແຫຼະ ເຮັດໄຮ່ເຮັດນານີ້ແຫຼະ."

ແຮງງານລາວຜູ້ນີ້ກ່າວຕື່ມວ່າ ລາວຕັດສິນໃຈ ຂ້າມໄປເຮັດວຽກຢູ່ໄທ ເມື່ອເດືອນມິຖຸນາ ປີນີ້ ໂດຍໃຊ້ແຕ່ໜັງສືເດີນທາງ ອອກຈາກດ່ານ ນະຄອນຫຼວງວຽງຈັນ-ໜອງຄາຍ ຈາກນັ້ນໄດ້ເດິນທາງມາບາງກອກ ມາເຮັດວຽກຢູ່ຮ້ານອາຫານກັບໝູ່ ຜູ້ທີ່ຢູ່ກ່ອນແລ້ວ ໂດຍໄດ້ເງີນເດືອນ 12 ພັນບາດ ຕໍ່ເດືອນ. ເມື່ອໃກ້ຈະໝົດເດືອນນາງ ກໍໄດ້ເດີນທາງອອກມາຊາຍແດນ ເພື່ອຈ້ຳກາອອກ ແລະ ຈ້ຳເຂົ້າໄທຄືນໃໝ່.

ໃນຂນະທີ່ ພໍ່ແມ່ບາງຄອບຄົວ ກໍເຫັນດີໃຫ້ລູກຫຼານ ໄປເຮັດວຽກຢູ່ໄທ ຍ້ອນຖານະທາງບ້ານທຸກຍາກ ຫາວຽກເຮັດພາຍໃນທ້ອງຖິ່ນ ກໍຍາກ ຈຶ່ງໃຫ້ລູກໄປເຮັດວຽກຢູ່ໄທ ດັ່ງຊາວບ້ານຢູ່ແຂວງຄຳມ່ວນ ໄດ້ກ່າວຕໍ່ RFA ວ່າ:

"ແມ່ຢາກໃຫ້ເພິ່ນໄປ ເພິ່ນກໍໄປ ເອີໄດ້ກໍໄປ ຢາກໄດ້ກໍພວດໄປຫາເງິນ ເພິ່ນກໍ່ພວດໄປແມ່ກໍໃຫ້ໄປ ໄປຊ່ອຍຫາເງິນແຫຼະ ແມ່ທຸກສມັກໃຈ ແຫຼະ ເພິ່ນຢາກໄດ້ເງິນແນ່ຫັ້ນແຫຼະ ລູກເອີຍ ຢາກໃຫ້ໄປ ຢາກໃຫ້ໄປ ຫາເງິນນີ້ແຫຼະ ກໍໄປນຳໝູ່ ກໍຄ່າຂົນສົ່ງ ແຕ່ບ້ານກໍຈ້າງໝົດເງິນ 4 ແສນ ກໍຈັງໄດ້ເພິ່ນໄປສົ່ງແມ່ ກໍໃຫ້ໄປ."

ຍິງສາວອີກຄົນນຶ່ງ ກໍແມ່ນຜູ້ທີ່ເຂົ້າມາເຮັດວຽກຢູ່ໄທ ແບບຜິດກົດໝາຍ ໄດ້ກ່າວຕໍ່ RFA ວ່າຕ້ອງໄດ້ຕົວະຄອບຄົວເພື່ອຈະໄດ້ມາເຮັດວຽກ ຢູ່ໄທ ເພື່ອຫາເງິນໃຊ້ໜີ້ ໃຫ້ຄອບຄົວ:

"ມັນຈະເປັນແຖວນອກແລ້ວ ມັນຈະບໍ່ມີວຽກບໍ່ມີຫຍັງໃຫ້ເຮັດ ພີ່ນ້ອງຂ້ອຍກັບຍາດກໍເຮັດໄຮ່ເຮັດນາ ຫັ້ນເອີຖ້າບອກເພິ່ນແລ້ວ ເພິ່ນຈະບໍ່ໃຫ້ ມາກໍບອກວ່າ ເອີໄປທ່ຽວໄປຫຍັງຫັ້ນນ່າ ຂ້ອຍກໍກະວ່າໄດ້ເງິນໄວ້ ຊື້ເຄື່ອງແບບຊື້ຂອງປະມານນີ້ນ່າ ກະວ່າ ຝາກວ່າຝາກໄປໃຫ້ເພິ່ນໄປ ໃຊ້ໜີ້ ເຂົາກາໄດ້ໃຊ້ໜີ້ແລ້ວ ກໍກັບທີ່ມາກໍມາຫາເງິນ."

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວວ່າ ທາງການຮັບຮູ້ເຣື່ອງດັ່ງກ່າວ ແລະ ພຍາຍາມແກ້ໄຂ ມາຕລອດແຕ່ບໍ່ສາມາດ ແກ້ໄຂໄດ້ເນື່ອງຈາກຄົນລາວ ທີ່ລັກລອບໄປເຮັດວຽກຢູ່ໄທນັ້ນ ໄປແບບນັກທ່ອງທ່ຽວ ເຈົ້າໜ້າທີ່ ບໍ່ສາມາດກັກໂຕ ເຂົາເຈົ້າໄດ້.

ອີງຕາມກະຊວງແຮງງານ ແລະ ສວັດດີການສັງຄົມຣາຍງານວ່າປັດຈຸບັນມີແຮງງານລາວ ຜິດກົດໝາຍຢູ່ໄທ ປະມານ 30 ພັນຄົນ ໃນຂນະທີ່ ກະຊວງແຮງງານຂອງໄທ ໄດ້ຣາຍງານເມື່ອເດືອນເມສາ ຜ່ານມາວ່າ ຄົນລາວ ທີ່ເຮັດວຽກຢູ່ໄທ ມີທັງໝົດ 278.485 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.