ລາວ ສຶກສາຂໍ້ມູນຊ່ອຍເຫຼືອ ຊາວບ້ານ ຢູ່ໄທ

ສຸພັດຕາ
2018.05.31
f-kanchanaburi ສະຖານທີ່ ທ່ອງທ່ຽວ ທັມມະຊາດ ເຂດເຂື່ອນ ສີນະຄະຣິນ ແຂວງ ການຈະນະບຸລີ ຂອງໄທ
Screen captured : https://medium.com/@aofmaya001/15-romantic-accommodation-kanchanaburi-42fcdb3014b7

ທາງການເມືອງຊຽງເງິນ ແຂວງຫລວງພຣະບາງ ແລະຄນະຈັດສັນເຂື່ອນນໍ້າຄານ2 ແລະ3 ໄດ້ໄປທັສນະສຶກສາ ການຊ່ວຍເຫຼືອຜູ້ໄດ້ຮັບ ຜົລກະທົບ ຈາກເຂື່ອນຢູ່ໄທ ແລະຈະເອົາບົດຮຽນດ້ານການສ້າງອາຊີບ ແລະຮັກສາສິ່ງແວດລ້ອມ ໃນເຂດບ້ານຈັດສັນ ທີ່ຖືກຜົລກະທົບ ຈາກ ເຂື່ອນໃນໄທ ກັບມາປະຕິບັດ ໃນເຂດຂອງຕົນ, ດັ່ງເຈົ້າໜ້າທີ່ ເມືອງຊຽງເງິນ ທ່ານນຶ່ງ ທີ່ໄປຮ່ວມກອງປະຊຸມ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 29 ພຶສພາ ນີ້ວ່າ:

“ຕາມເຮົາໄປເບິ່ງທາງເຂົາເຈົ້າ ເຫັນວ່າດີຫຼາຍ ການຮັກສາປ່າໄມ້ ໃນອ່າງສູງ ແມ່ນແມ່ນຂຽວສົດງົດງາມ ແລ້ວກໍການລົງທຶນຂອງເພິ່ນນີ້ ກໍດີຫລາຍ ລະບົບການຈັດການຫັ້ນແທ້ ເພິ່ນກວ້າງຂວາງຫລາຍກ່ວາ ເພາະທາງເຮົານີ້ ກໍ່ເປັນບ້ານນອກຂາດເຂີນ ທາງດ້ານການລົງທຶນ ຂອງປະຊາຊົນເຮົາ ຍັງແມ່ນ ປະຊາຊົນທີ່ທຸກຈົນເນາະ.”

ທ່ານກ່າວຕື່ມວ່າ ທ່ານໄດ້ໄປທັສນະສຶກສາ ແລະຮ່ວມກອງປະຊຸມ ໃນຫົວຂໍ້ ການຊ່ວຍເຫລືອ ຜູ້ໄດ້ຮັບຜົລກະທົບ ຈາກເຂື່ອນໃນໄທ ທີ່ ຈັດຂຶ້ນໃນມື້ວັນທີ່ 22 ຫາ 25 ພຶສພາ ຜ່ານມາ ໂດຍມີບໍຣິສັດ ຣັຖວິສາຫະກິດໄຟຟ້າລາວ ທີ່ຮັບຜິດຊອບໂຄງການ ເຂື່ອນນໍ້າຄານ2 ແລະ 3 ເປັນຜູ້ນໍາພາເຈົ້າໜ້າທີ່ ຂແນງຊັພຍາກອນທັມຊາດ, ຂແນງພລັງງານແລະບໍ່ແຮ່, ເຈົ້າເມືອງ ເມືອງຊຽງເງິນ ແລະ ອໍານາດການປົກຄອງ ບ້ານຈັດສັນ ເຂື່ອນນໍ້າຄານ 2ແລະ3 ເຂົ້າຮ່ວມປະຊຸມນຳ.

ໃນກອງປະຊຸມເທື່ອນີ້ ເຈົ້າໜ້າທີ່ ເຂື່ອນ ສີນະຄະຣິນ ແຂວງ ການຈະນະບຸຣີ ຂອງໄທ ໄດ້ອະທິບາຍ ເຖິງເຣື້ອງການພັທນາອາຊີບ, ການຮັກສາສິ່ງແວດລ້ອມ ແລະ ການພັທນາກະສິກັມວ່າ ເຮັດແນວໃດ ບໍ່ໃຫ້ທໍາລາຍປ່າໄມ້ແລະແຫຼ່ງນໍ້າ ແລະຍັງພາຄນະ ໄປເບິ່ງ ຊີວິດການເປັນຢູ່ ຂອງປະຊາຊົນ ເຂດບ້ານຈັດສັນ ເຂື່ອນ ສີນະຄະຣິນ ຊຶ່ງປັດຈຸບັນ ເປັນບ່ອນທ່ອງທ່ຽວ ທາງທັມມະຊາດ, ເຮືອນແພ ແຄມນໍ້າ ແລະ ລ້ຽງປາໜ້າເຂື່ອນຂາຍ.

ພາຍຫລັງກອງປະຊຸມຄັ້ງນີ້ ທາງຄນະຈັດສັນເຂື່ອນ ທາງການເມືອງຊຽງເງິນ ແລະອໍານາດປົກຄອງ ບ້ານຈັດສັນ ໄດ້ສລຸບຜົນຄືກັນວ່າຈະ ພັທນາໄປຕາມທີ່ໄດ້ສຶກສາມາ ແຕ່ຈະເຣີ້ມຫາງົບປະມານ ຊື້ພັນປາມາປ່ອຍ ເພື່ອສ້າງອາຊີບ ໃຫ້ແກ່ປະຊາຊົນ ແລະ ຈະຊອກນັກລົງທຶນ ເຂົ້າມາລົງທຶນ ເພື່ອພັທນາຂົງເຂດບ້ານຈັດສັນ ນີ້ນຳອີກ:

“ສຶກສາອົບຮົມເຮັດໃຫ້ ມີຄວາມເຂົ້າໃຈ ຕໍ່ການພັທນາທ້ອງຖິ່ນຂອງຕົນເອງ ຈໍາກັດການຖາງປ່າຫັ້ນແຫລະ ພັທນາເສຖກິດ ອັນນັ້ນຫາປາ ເພື່ອອາຊີບ ກຳລັງຂຍາຍການລ້ຽງປາ ນີ້ກໍ່ບໍທັນມີຫລາຍ ດຽວນີ້ຍັງມີນ້ອຍຢູ່ ຕ້ອງການຢາກໄດ້ປາມາປ່ອຍ ໃຫ້ຈໍານວນປາເພີ້ມຂຶ້ນ ໃນແຕ່ລະປີ ມີປາໃນ ປານິນ ປາປາກ ປາຈາກ ອະນາຄົດກໍ່ແນ່ໃສ່ວ່າ ໃຫ້ເປັນອາຊີບຫຼັກ.”

ປັດຈຸບັນ ປະຊາຊົນໃນເຂດບ້ານຈັດສັນ ເຂື່ອນນໍ້າຄານ2 ມີ 342 ຄອບຄົວ ແລະ ປະຊາຊົນບ້ານຈັດສັນ ເຂື່ອນນໍ້າຄານ3  ທີ່ມີປະຊາຊົນ 286 ຄອບຄົວນັ້ນ ຍັງບໍ່ໄດ້ຮັບການຈັດສັນທີ່ດິນ ທໍາການຜລິດເທື່ອ ເຂົາເຈົ້າຈຶ່ງຕ້ອງໄປຖາງປ່າເຮັດໄຮ່ ເພື່ອປູກເຂົ້າ ແລະພືດຜົລຕ່າງໆ ຢູ່ຕາມພູຕາມຜາ ນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.